ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານການແພດກອງທັບ ສະຫຼຸບຖອດຖອນບົດຮຽນການເຮັດວຽກຂອງຄະນະຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2021-11-30 08:40:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1612 | ຄວາມນິຍົມ:



ວິທະຍາຄານການແພດ ກອງທັບ ໄດ້ສະຫຼຸບຖອດຖອນບົດ ຮຽນການເຮັດວຽກຂອງຄະ ນະຊ່ຽວຊານຫວຽດນາມໃນ ວັນທີ 26 ພະຈິກ 2021 ນີ້, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ປອ ຈັນສະໝອນ ມະຫາ ວົງ ຫົວໜ້າການທະຫານວິທະ ຍາຄານການແພດກອງທັບ, ມີ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ, ຄະນະຊ່ຽວຊານ ຫວຽດນາມ, ຄະນະຫ້ອງ, ພະນັກ ງານ, ຄູ-ອາຈານ ພ້ອມດ້ວຍແຂກ ທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ຈັນພອນ ພົນຫາວົງ ຮອງຫົວໜ້າການທະ ຫານ ວິທະຍາຄານການແພດ ກອງທັບ ໄດ້ຍົກໃຫ້ເຫັນຜົນສຳ ເລັດຫຼາຍດ້ານເປັນຕົ້ນການສ້າງ ຫຼັກສູດການຮຽນ-ການສອນ ວິຊາການຢາ ແລະ ວິຊາອະນາ ໄມກອງທັບ ນອກນີ້, ຄະນະຊ່ຽວ ຊານຍັງໄດ້ສຳຫຼວດກວດກາປັບ ປຸງອຸປະກອນກ່ຽວກັບພື້ນຖານ ໂຄງຮ່າງລະບົບຫຼັກສູດ ແລະ ບົດ ສອນກ່ຽວກັບວິຊາການຢາ ແລະ ວິຊາອະນາໄມກອງທັບ ເພື່ອເກັບ ກຳຂໍ້ມູນບາງເນື້ອໃນມາໝູນ ໃຊ້ເຂົ້າໃນການກໍ່ສ້າງ ແລະ ປັບ ປຸງໂຄງການຫຼັກສູດການຮຽນ- ການສອນໃຫ້ແທດເໝາະກັບ ສະພາບຕົວຈິງ ເພື່ອເປັນການຍ້ອງຍໍຜົນງານ ຄຸນງາມຄວາມດີຂອງຄະນະ ຊ່ຽວຊານຫວຽດນາມທີ່ມີຜົນ ງານດີເດັ່ນໃນການປະກອບ ສ່ວນຊ່ວຍເຫຼືອສ້າງຫຼັກສູດວິຊາ ການຢາ ແລະ ວິຊາອະນາໄມ ກອງທັບ ກະຊວງປ້ອງກັນປະ ເທດ ຈຶ່ງຕົກລົງມອບຫຼຽນກາ ມິດຕະພາບໃຫ້ຄະນະຊ່ຽວຊານ ຫວຽດນາມ, ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ແລະ ເປັນການເສີມສ້າງສາຍພົວ ພັນມິດຕະພາບຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງ ລັດ, ສອງກອງທັບ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດ ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ