ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະອຳນວຍການບໍລິສັດ ສະຕາໂທລະຄົມ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-12-01 08:56:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:



ວັນທີ 30 ພະຈິກ 2021 ນີ້, ທ່ານ ລິວ ແມ໋ງຮ່າ ຜູ້ອໍາ ນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ( ຢູນີເທວ) ພ້ອມດ້ວຍຄະນະ ໄດ້ນໍາເອົາກະ ຕ່າດອກໄມ້ ພ້ອມດ້ວຍເງິນ ຈໍາ ນວນ 2.000.000 ໂດລາສະ ຫະລັດ ເຂົ້າອວຍພອນຄະນະນໍາ ກະຊວງປ້ອງກັນປະເທດ ເນື່ອງ ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ໂດຍໃຫ້ກຽດ ຕ້ອນຮັບຂອງ ທ່ານ ພົນຕີ ວົງ ຄໍາ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ພ້ອມ ດ້ວຍຄະນະ. ທ່ານ ລິວ ແມ໋ງຮ່າ ໄດ້ກ່າວສະ ແດງຄວາມຍິນດີມາຍັງກະຊວງ ປ້ອງກັນປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບ ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ ພ້ອມທັງນໍາເອົາຄໍາອວຍ ພອນໄຊອັນປະເສີດມາໃຫ້ຄະນະ ນຳກະຊວງປ້ອງກັນປະເທດຈົ່ງ ມີສຸຂະພາບເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ອັນມີກຽດຂອງຕົນ. ໂອກາດນີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ທ່ານ ລິວ ແມ໋ງຮ່າ ພ້ອມດ້ວຍຄະນະທີ່ ໄດ້ນໍາເອົາກະຕ່າດອກໄມ້, ເງິນ ພ້ອມດ້ວຍຄໍາອວຍພອນອັນປະ ເສີດມາສູ່ກອງທັບປະຊາຊົນລາວ ໃນຄັ້ງນີ້. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ