ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຄຸ້ມຄອງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນແຂວງ ອວຍພອນກອງບັນຊາການທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2021-12-01 09:03:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 847 | ຄວາມນິຍົມ:



ວັນທີ 30 ພະຈິກ 2021, ສະຫາຍ ຫງວຽນ ເທວິງ ຫົວ ໜ້າຄຸ້ມຄອງ ການກໍ່ສ້າງໂຮງ ຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ ພ້ອມດ້ວຍຄະ ນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າ ອວຍພອນ ຄະນະພັກ-ຄະນະ ບັນຊາ ກອງບັນຊາການທະ ຫານ ແຂວງໄຊສົມບູນ; ເນື່ອງໃນໂອ ກາດ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ ທີ່ຈະມາເຖິງໃນມໍ່ໆນີ້; ພ້ອມນີ້ ສະຫາຍ ຫງວຽນ ເທວິງ ກໍໄດ້ຂຶ້ນກ່າວຈຸດປະສົງ ການເຂົ້າ ອວຍພອນໃນຄັ້ງນີ້ ກໍເພື່ອສະ ແດງເຖິງຄວາມສາມັກຄີຮັດ ແໜ້ນ ລະຫວ່າງສອງກອງທັບ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມໂດຍຕະຫຼອດໄລຍະທີ່ຜ່ານມາ. ສະຫາຍ ພັນເອກ ຄໍາອິ້ງ ກິ່ງແກ້ວ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ຕາງໜ້າໃຫ້ຄະ ນະພັກ-ຄະນະບັນຊາ ຕະຫຼອດ ຮອດ ນາຍ ແລະ ພົນທະຫານ ທົ່ວ ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ກ່າວສະແດງຄວາມ ຂອບໃຈຢ່າງສູງມາຍັງ ສະຫາຍ ຫງວຽນ ເທວິງ ພ້ອມຄະນະ ໃນການເຂົ້າອວຍພອນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການຮ່ວມ ມືລະຫວ່າງ ສອງກອງທັບ ລາວ-ຫວຽດນາມ ໃນຂະບວນການ ຕໍ່ສູ້ກູ້ຊາດ ຕະຫຼອດໄລຍະ 46 ປີຜ່ານມາ ທັງເປັນສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນ ສອງຊາດ ລາວ-ຫວຽດນາມ ນັບມືໄດ້ຮັບການຖະນຸຖະໜອມ ບໍາລຸງສ້າງ ແລະ ໄດ້ຮັບການເຊີດ ຊູຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ