ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ເຈົ້າເມືອງ ລົງພົບປະອ້າຍນ້ອງ ທະຫານຢູ່ບັນດາປ້ອມລຽບຕາມຊາຍແດນ
ເວລາອອກຂ່າວ: 2021-12-01 09:05:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1270 | ຄວາມນິຍົມ:



ໃນວັນທີ 26 ພະຈິກ 2021 ນີ້, ທ່ານ ກົງທອງ ສິດທິໄຊ ເຈົ້າ ເມືອງເມືອງຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ລົງພົບປະໂອ້ລົມ ອ້າຍນ້ອງທະຫານທີ່ພວມປະຕິ ບັດໜ້າທີ່ຢູ່ເຂດທຸລະການດານ ຫ່າງໄກສອກຫຼີກປະຈຳຢູ່ລຽບ ຕາມຊາຍແດນ ທີ່ຂຶ້ນກັບກອງ ຮ້ອຍທະຫານຊາຍແດນ 151 ເມືອງຊຽງ ຮ່ອນ ແຂວງໄຊຍະບູລີ ໂດຍມີຄະນະພັກ-ຄະນະບັນ ຊາ ກອງຮ້ອຍຊາຍແດນ 151, ອົງການ ປົກຄອງເມືອງ ແລະ ອ້າຍນ້ອງ ທະຫານທີ່ພວມປະຕິບັດໜ້າທີ່ຢູ່ ລຽບຕາມຊາຍແດນ ເຂົ້າຮ່ວມ. ທ່ານ ກົງທອງ ສິດທິໄຊ ໄດ້ສະແດງຄວາມຢື້ຢາມຖາມ ຂ່າວຂອງອ້າຍນ້ອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ເຂດທຸລະກັນດານຫ່າງກັນສອກຫຼີກ ຢູ່ລຽບຕາມຊາຍແດນ ແລະ ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ອ້າຍ ນ້ອງທະຫານທີ່ໄດ້ເອົາໃຈໃສ່ ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນ ທີ່ທາງຄະນະພັກ ກໍຄືການຈັດ ຕັ້ງມອບໝາຍໄດ້ຮັບຜົນສູງ ເຊິ່ງມັນສະແດງອອກໃນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເຮັດໃຫ້ຂອບ ເຂດຕົນຮັບຜິດຊອບມີຄວາມສະ ຫງົບໂດຍພື້ນຖານ ແລະ ທ່ານ ຍັງໄດ້ເນັ້ນໜັກໃຫ້ອ້າຍນ້ອງທະ ຫານທີ່ປະຈຳຢູ່ປ້ອມດັ່ງກ່າວສືບຕໍ່ເອົາໃຈໃສ່ປ້ອງກັນເຂດຮັບຜິດຊອບຕົນ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຫຼາຍກວ່າເກົ່າ, ມີສະຕິກຽມພ້ອມສູ້ຮົບຕະ ຫຼອດເວລາ ມີຄວາມວ່ອງໄວໃນ ການລາຍງານສະພາບທີ່ເກີດ ຂຶ້ນໃນແຕ່ລະໄລຍະໃຫ້ທັນການ ເພື່ອເຮັດໃຫ້ເຂດທີ່ຕົນເອງຮັບຜິດ ຊອບມີຄວາມສະຫງົບປອດໄພ ຮັບປະກັນໃຫ້ໄດ້ 100% ໂອ ກາດດັ່ງກ່າວທ່ານ ເຈົ້າເມືອງໆ ຊຽງຮ່ອນຍັງໄດ້ນຳເອົາເຄື່ອງ ບໍລິໂພກຈຳນວນໜຶ່ງ ມອບໃຫ້ ອ້າຍນ້ອງທະຫານທີ່ ພວມປະ ຕິບັດໜ້າທີ່ຢູ່ລຽບຕາມຊາຍແດນ ອີກດ້ວຍ. ໂດຍ: ດອນ ຂຽວພະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ