ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກອງປະຊຸມສຳມະນາວິທະຍາສາດ ບົດບາດຂອງແມ່ຍິງກອງທັບ
ເວລາອອກຂ່າວ: 2019-01-16 13:45:37 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 648 | ຄວາມນິຍົມ:



ເພື່ອທົບທວນຫວນຄືນປະ ຫວັດມູນເຊື້ອແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ແລະ ຜົນງານຄຸນ ງາມຄວາມດີຂອງບັນດາແມ່ຍິງໃນ ກອງທັບທີ່ໄດ້ເສຍສະຫຼະເລືອດ ເນື້ອເພື່ອປະເທດຊາດຕະຫຼອດ ໄລຍະ 70 ປີຜ່ານມາ, ໃນວັນທີ 14 ມັງກອນ 2019 ນີ້, ທີ່ສະໂມ ສອນກົມໃຫຍ່ການເມືອງກອງ ທັບ ຫ້ອງການສະຫະພັນແມ່ຍິງ ກອງທັບ ໄດ້ຈັດກອງປະຊຸມສຳ ມະນາວິທະຍາສາດໃນຫົວຂໍ້ “ ບົດບາດຂອງແມ່ຍິງກອງທັບ ໃນໄລຍະຕໍ່ສູ້ປົດປ່ອຍ ແລະ ສ້າງ ສາພັດທະນາປະເທດຊາດ ” ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີບັນ ດາຄະນະພັກ-ຄະນະບັນຊາກົມ ກອງ, ຫ້ອງການ ແລະ ພະນັກ ງານປະຕິວັດອາວຸໂສບໍານານ ເຂົ້າຮ່ວມຢ່າງພ້ອມພຽງ. ພັນໂທ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະ ພັນແມ່ຍິງກອງທັບ ໄດ້ຂຶ້ນອ່ານ ບົດຄົ້ນຄວ້າວິທະຍາສາດ ໃນຫົວ ຂໍ້ “ ບົດບາດຂອງແມ່ຍິງກອງທັບ ໃນໄລຍະຕໍ່ສູ້ປົດປ່ອຍ ແລະ ສ້າງ ສາພັດທະນາປະເທດຊາດ ” ໂດຍ ເນື້ອໃນຕົ້ນຕໍແມ່ນລົງເລິກຄົ້ນ ຄວ້າໃຫ້ເຫັນບົດບາດ, ຄວາມສາ ມາດ, ນໍ້າໃຈເສຍສະຫຼະອັນສູງ ສົ່ງທີ່ຫາໄດ້ຍາກຂອງເອື້ອຍ- ນ້ອງແມ່ຍິງລາວບັນດາເຜົ່າເວົ້າ ລວມເວົ້າສະເພາະແມ່ຍິງໃນຖັນ ແຖວກໍາລັງປະກອບອາວຸດໃນ ຂະບວນການປະຕິວັດຕໍ່ສູ້ປົດ ປ່ອຍຊາດ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງປະເທດຊາດທີ່ ໄດ້ຄຽງບ່າຄຽງໄລ່, ຮ່ວມທຸກ ຮ່ວມສຸກກັບເພດຊາຍ ຕໍ່ສູ້ຕ້ານ ກັບຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່ ເພື່ອຍາດ ເອົາເອກະລາດ, ອິດສະຫຼະພາບ ແລະ ຄວາມສົມບູນພູນສຸກມາສູ່ ປະຊາຊົນບັນດາເຜົ່າ, ທັງເປັນ ການຫວນຄືນທາດແທ້ມູນເຊື້ອ ອັນສະຫງ່າງາມ, ວີລະກໍາອັນ ລໍ້າເລີດ, ຈິດໃຈອົງອາດກ້າແກ່ນ ຂອງເອື້ອຍນ້ອງແມ່ຍິງກໍຄືແມ່ ປ້າ-ນ້າອາໃນແຕ່ລະຮຸ່ນທີ່ໄດ້ອຸ ທິດຊີວິດ ແລະ ຜົນປະໂຫຍດ ສ່ວນຕົວເພື່ອພາລະກິດປະຕິວັດ, ເປັນການປູກຈິດສໍານຶກ, ສຶກສາ ອົບຮົມໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ ເຂົ້າໃຈຕໍ່ປະຫວັດສາດຂອງຊາດ, ຂອງກອງທັບກໍຄືພະນັກງານປະ ຕິວັດອາວຸໂສຮຸ່ນກ່ອນ (ນັບທັງ ຍິງ ແລະ ຊາຍ) ເຮັດໃຫ້ຄົນຮຸ່ນ ຫຼັງຜູ້ເກີດໃໝ່ໃຫຍ່ລຸນໄດ້ຮໍ່າ ຮຽນເອົາແບບຢ່າງອັນດີງາມ. ດັ່ງກ່າວໄປໝູນໃຊ້ເຂົ້າໃນຊີວິດ ປະຈຳວັນຂອງຕົນ. ໃນໂອກາດດັ່ງກ່າວທ່ານ ພົນ ຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອເປັນການປະກອບສ່ວນສຶກ ສາອົບຮົມນໍ້າໃຈຮັກຊາດ, ຄຽດ ແຄ້ນຕໍ່ໂທດກໍາຂອງພວກຈັກກະ ພັດຜູ້ຮຸກຮານ ແລະ ລູກແຫຼ່ງ ຕີນມືພວກຂາຍຊາດ, ເປັນການ ປຸກລະດົມຈິດໃຈຮັກຊາດອັນສູງ ສົ່ງສຶກສາອົບຮົມກໍາລັງແຮງ ຂອງແມ່ຍິງກອງທັບ ສາມາດ ເຫັນໄດ້ຜົນງານ ແລະ ໄຊຊະນະ ອັນໃຫຍ່ຫຼວງແຫ່ງການຕໍ່ສູ້ຢ່າງ ພິລາດອາດຫານ ແລະ ຄ້ຽວ ຂາດ ໃນກໍາລັງປະກອບອາວຸດ ປ້ອງກັນຊາດ, ປະຫວັດສາດ ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ ໄດ້ຢັ້ງຢືນໃຫ້ພວກເຮົາເຫັນວ່າ ແມ່ຍິງແມ່ນກໍາລັງແຮງສໍາຄັນ ອັນໜຶ່ງໄດ້ປະກອບສ່ວນເຮັດໜ້າ ທີ່ຢູ່ໃນທຸກຂົງເຂດວຽກງານ, ຢູ່ ທຸກເຂດແຄວ້ນແຜ່ນດິນລາວ, ການປະຕິບັດໜ້າທີ່ນັບແຕ່ຢູ່ສູນ ກາງລົງຮອດທ້ອງຖິ່ນ. ເວົ້າລວມ ແລ້ວແມ່ຍິງກອງທັບຍາມໃດກໍ ເປັນຜູ້ທີ່ມີຈິດໃຈເສຍສະຫຼະເລືອດ ເນື້ອ, ເຫື່ອແຮງເພື່ອປະເທດຊາດ, ມີ ຄວາມຊື່ສັດບໍລິສຸດຜຸດຜ່ອງ, ມີ ນໍ້າໃຈເອື້ອເຟື້ອເພື່ອແພ່, ຮັກເຊື້ອ ແພງຊາດ, ຮັກບ້ານເກີດເມືອງ ນອນ, ຮັກລູກແພງຜົວ, ມີກິລິ ຍາສຸພາບອ່ອນຫວານ ແລະ ມີບົດ ບາດໃນຄວາມເປັນແມ່, ເປັນຜູ້ໃກ້ ສິດຕິດແທດໃນການລ້ຽງດູເບິ່ງ ແຍງ ແລະ ສຶກສາອົບຮົມລູກຫຼານ ໃຫ້ກາຍເປັນຄົນດີຂອງຄອບຄົວ ແລະ ສັງຄົມ, ທັງເປັນແບບຢ່າງ ທີ່ດີໃຫ້ຄົນຮຸ່ນສືບທອດ, ພ້ອມກັນ ນີ້ແມ່ຍິງກອງທັບຍັງເປັນຜູ້ປົກ ປັກຮັກສາວັດທະນະທໍາອັນດີ ງາມຂອງຊາດ, ຂອງແມ່ຍິງລາວ. ໂດຍ: ຍັນສະດາ ແສງດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ