ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍທະຫານແຂວງເຊກອງ ປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ຫາຍດີຕື່ມອີກ 28 ຄົນ
ເວລາອອກຂ່າວ: 2021-12-07 09:46:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ໃນລະຫວ່າງວັນທີ 3-5 ທັນວາ 2021 ນີ້, ຢູ່ສູນປິ່ນປົວ ພະຍາດ ໂຄວິດ-19 ໂຮງໝໍທະ ຫານແຂວງເຊກອງ ໄດ້ຈັດພິທີ ສົ່ງຜູ້ທີ່ເຂົ້າມາປິ່ນປົວຫາຍດີ ຈາກພະຍາດ ໂຄວິດ-19 ກັບຄືນ ສູ່ຄອບຄົວ ຈຳນວນ 28 ຄົນ, ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ລຳພັນ ໄຊຄຳມີ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ, ກອງເລຂາຄະນະສະເພາະກິດ ຂັ້ນແຂວງ, ສະຫາຍ ພັນໂທ ວິຊຽນ ໄຊຍະສັກ ຮອງຫົວໜ້າ ພະແນກເສນາຮັກ ແລະ ສະຫາຍ ພັນໂທ ໝີຄຳ ສຸລິຍະແສງ, ຮອງຫົວໜ້າການເມືອງໂຮງໝໍ ທະຫານແຂວງ, ມີພະນັກງານ ແພດ-ໝໍໃນກົມກອງເຂົ້າຮ່ວມ. ອີງຕາມການລາຍງານຈາກ ຂະແໜງປິ່ນປົວຢູ່ສູນປິ່ນປົວ ພະຍາດ ໂຄວິດ-19 ໂຮງໝໍທະ ຫານແຂວງເຊກອງໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການປິ່ນປົວຄົນ ເຈັບຫາຍດີອອກໂຮງໝໍ ແລະ ສົ່ງກັບຄືນສູ່ຄອບຄົວໄປແລ້ວໃນ ທ້າຍເດືອນພະຈິກ 2021 ຈຳ ນວນ 46 ຄົນ ແລະ ຄົນເຈັບຍັງ ຄ້າງສືບຕໍ່ປິ່ນປົວ ຈຳນວນ 28 ຄົນ, ມາຮອດວັນທີ 3/12/2021 ແລະ ວັນທີ 5/12/2021 ຢູ່ສູນ ປິ່ນປົວໂຄ ວິດ-19 ໂຮງໝໍທະ ຫານແຂວງເຊກອງ ໄດ້ສືບຕໍ່ ຈັດພິທີສົ່ງຄົນເຈັບທີ່ໄດ້ຮັບການ ປິ່ນປົວຫາຍດີອອກຈາກໂຮງໝໍ ຈຳນວນ 28 ຄົນຕື່ມອີກ, ຕະຫຼອດ ໄລຍະການຈັດຕັ້ງປະຕິບັດ ການປິ່ນປົວຄົນເຈັບ, ຄະນະອຳ ນວຍການ ກໍຄືພະນັກງານ ແພດ-ໝໍແຕ່ລະສະຫາຍໄດ້ພ້ອມ ກັນສຸມທຸກສະຕິປັນຍາເອົາໃຈ ໃສ່ເຂົ້າໃນການເບິ່ງແຍງດູແລ ຄົນເຈັບຢ່າງຕັ້ງໜ້າຈົນຄົບ 14 ວັນ, ໂດຍນຳໃຊ້ເຕັກນິກການປິ່ນ ປົວຕາມຫຼັກການວິຊາສະເພາະ ທີ່ຕົນເອງໄດ້ຮຽນມາໝູນໃຊ້ ເຂົ້າໃນການຈັດຕັ້ງປະຕິບັດຕົວ ຈິງ ເຊິ່ງສາມາດເຮັດໃຫ້ຄົນເຈັບ ຫາຍດີຈາກພະຍາດດັ່ງກ່າວ ແລະ ສາມາດຢືນຢັນໃຫ້ກັບຄືນສູ່ຄອບ ຄົວ, ເປັນຕົ້ນແມ່ນປະຕິບັດລະ ບຽບຂອງການປິ່ນປົວ, ການໃຫ້ ຂໍ້ມູນລາຍງານອາການຂອງຕົນ ໃນແຕ່ລະໄລຍະ, ພ້ອມທັງປະ ຕິບັດຂໍ້ກຳນົດລະບຽບຕ່າງໆ ຂອງ ໂຮງໝໍວາງອອກຢ່າງເຂັ້ມງວດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 4-5 ທັນວາ 2021 ຢູ່ສູນປິ່ນ ປົວພະຍາດໂຄວິດ-19 ໂຮງໝໍທະ ຫານແຂວງເຊກອງ ຍັງໄດ້ຮັບ ຄົນ ເຈັບຜູ້ທີ່ຕິດເຊື້ອພະຍາດໂຄ ວິດ-19 ມາໃໝ່ ຈຳນວນ 23 ຄົນ, ເຊິ່ງໃນປັດຈຸບັນໄດ້ຮັບການຕິດ ຕາມກວດກາ ແລະ ໄດ້ຮັບການ ເບິ່ງແຍງດູແລ ຈາກພະນັກງານ ແພດ-ໝໍຢ່າງເປັນທີ່ຮຽບຮ້ອຍ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ