ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ມອບເງິນໃຫ້ພະນັກງານ ທີ່ໄດ້ຮັບນະໂຍບາຍພັກການ ຮັບບຳນານ
ເວລາອອກຂ່າວ: 2021-12-07 09:47:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2021 ນີ້, ວິທະຍາຄານ ເຕັກນິກການ ທະຫານ (ວຕກ) ໄດ້ຈັດພິທີ ມອບເງິນໃຫ້ພະນັກງານທີ່ໄດ້ ຮັບນະໂຍບາຍພັກການ ຮັບບຳ ນານ, ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພັນເອກ ພູທອນ ຄຸນລີວົງ ຮອງອຳ ນວຍການ ຫົວໜ້າຫ້ອງການ ເມືອງ ວິທະຍາຄານເຕັກນິກ ການທະຫານ, ມີຄະນະພັກ-ຄະ ນະອຳນວຍການ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສົມສຸກ ແກ້ວຄຳພົນ ຫົວໜ້າພະແນກ ພະນັກງານ ວິທະຍາຄານເຕັກ ນິກການທະຫານ ຂຶ້ນຜ່ານຂໍ້ ຕົກລົງ ວ່າດ້ວຍການອະນຸມັດໃຫ້ ນາຍທະຫານ ພັກການຮັບບຳ ນານ, ອີງຕາມກົດໝາຍ ວ່າດ້ວຍ ການປະກັນສັງຄົມ (ສະບັບປັບ ປຸງ) ອີງຕາມກົດໝາຍຂອງກອງ ທັບປະຊາຊົນລາວ. ໃນນີ້ ໄດ້ອະ ນຸມັດໃຫ້ ສະຫາຍ ພັນໂທ ກອງແກ້ວ ວັນນະສານ, ສະຫາຍ ພັນໂທ ນາງແສງ ສຸກມີໄຊ, ສະ ຫາຍ ພັນໂທ ນາງ ຄຳນຶກ ບົວລຸນ ທອງ, ສະຫາຍ ພັນຕີ ສົມດີ ວັນທອງທີບ ພັກການ ຮັບບໍາ ນານ. ການມອບເງິນໃນຄັ້ງນີ້, ເພື່ອ ເປັນທຶນຮອນໃນການປັບປຸງ ຊີວິດການເປັນຢູ່ຂອງພະນັກ ງານທີ່ໄດ້ຮັບບຳນານໃນຄັ້ງ ນີ້ ຍັງເປັນການປະຕິບັດນະໂຍ ບາຍລວມຂອງພັກ-ລັດທີ່ມີ ຕໍ່ນາຍ ແລະ ພົນທະຫານໃນຖັນ ແຖວກອງທັບປະຊາຊົນລາວທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດ ກໍຄືກົມກອງຕາມໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຕະ ຫຼອດໄລຍະຜ່ານມາ ທັງເປັນ ການປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຕອບບຸນແທນຄຸນ ຂອງສະຫາຍທີ່ໄດ້ເສຍສະຫຼະ ແຮງກາຍ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືການ ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະ ຜ່ານມາເຊິ່ງມີຜົນງານອັນໃຫຍ່ ຫຼວງຫຼາຍດ້ານ. ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 6 ທັນວາ 2021 ນີ້, ວິທະຍາຄານ ເຕັກນິກການທະຫານໄດ້ປະກາດ ລະບຽບການປ້ອງກັນ ແລະ ຮັກ ສາພະຍາດ ໂຄວິດ-19. ໂດຍປະ ຕິບັດຕາມຄຳສັ່ງຂອງນາຍຍົກ ລັດຖະມົນຕີ ແລະ ຄຳສັ່ງແນະ ນຳເພີ່ມເຕີມຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການສືບຕໍ່ບັນດາມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານການລະ ບາດຂອງພະຍາດ ໂຄວິດ-19. ໃນນີ້, ອຳນວຍການວິທະຍາຄານ ເຕັກນິກການທະຫານ ໄດ້ອອກຂໍ້ກຳນົດຫ້າມນັກຮຽນທຸກສະຫາຍ ອອກນອກຄ້າຍຢ່າງເດັດຂາດ ຖ້ານັກຮຽນສະຫາຍໃດຫາກລັກ ອອກນອກຄ້າຍໂດຍບໍ່ໄດ້ຮັບອະ ນຸຍາດຈະຖືກປະຕິບັດລະບຽບ ຕ່າງໆຕາມຂັ້ນເທິງ ກໍຄືກົມກອງ ວາງອອກຢ່າງເຂັ້ມງວດ. ໂດຍ: ຄຳຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ