ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູ້ຊົນສ້າງຊາວໜຸ່ມ 4 ບຸກ ໃຫ້ເພີ່ມຂຶ້ນ ທັງດ້ານປະລິມານ ແລະ ຄຸນະພາບ
ເວລາອອກຂ່າວ: 2021-12-07 09:49:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ:



ໃນໄລຍະ 6 ເດືອນຕົ້ນປີ 2021 ຜ່ານມາ, ເຫັນວ່າຂະບວນ ການແຂ່ງຂັນກໍ່ສ້າງຊາວໜຸ່ມ 4 ບຸກຢູ່ກອງພັນ 13 ກອງພັນໃຫຍ່ 501, ກອງພົນທີ 5 ໄດ້ດໍາເນີນ ໄປຢ່າງຕັ້ງໜ້າ ແລະ ຟົດຟື້ນແຂງ ແຮງໂດຍປິ່ນອ້ອມໜ້າທີ່ການ ເມືອງຂອງກົມກອງ ແລະ ທິດ ນໍາຂອງຫ້ອງການຊາວໜຸ່ມຊາວ ກອງທັບວາງອອກ ເຮັດໃຫ້ອົງ ການຈັດຕັ້ງຊາວໜຸ່ມ ແລະ ກົມ ກອງມີໃບໜ້າໃໝ່ຫຼາຍດ້ານ. ສະຫາຍ ພັນຕີ ໜູໄລ ພົມມະ ວົງສາ ຮອງຫົວໜ້າການເມືອງ ກອງພັນ 13 ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້, ການ ສ້າງຊາວໜຸ່ມ 4 ບຸກ ແມ່ນວຽກ ງານໜຶ່ງທີ່ຄະນະພັກ-ຄະນະບັນ ຊາກອງພັນ 13 ກໍຄື ກອງພັນໃຫຍ່ 501 ຖືເປັນບູລິມະສິດສໍາຄັນ ພ້ອມທັງເອື້ອອໍານວຍຄວາມສະ ດວກແກ່ການເຄື່ອນໄຫວສ້າງ ຂະບວນການຕ່າງໆແກ່ຊາວໜຸ່ມ ໂດຍຖືເອົາການສຶກສາອົບຮົມ ການເມືອງ-ນຳພາແນວຄິດເປັນກົກສອດຫ້ອຍເຂົ້າໃນແຕ່ລະຂົງ ເຂດວຽກງານ ພ້ອມນັ້ນ, ກໍໄດ້ເປີດຂະບວນການ ແຂ່ງ ຂັນ 4 ບຸກ ໂດຍຖືເອົາຄຸນນະພາບ ເປັນກົກເຮັດໃຫ້ສະມາຊິກຊາວ ໜຸ່ມແຕ່ລະສະຫາຍ ມີຄຸນທາດ ການເມືອງໜັກແໜ້ນ, ຍົກສູງ ໄດ້ຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານຂອງຕົນ, ເປັນເຈົ້າ ການເຂົ້າຮ່ວມຂະບວນການແຂ່ງ ຂັນດັ່ງກ່າວ, ປະກອບສ່ວນເຂົ້າ ໃນການປັບປຸງກໍ່ສ້າງໜ່ວຍຊາວ ໜຸ່ມໃຫ້ນັບມື້ໜັກແໜ້ນເຂັ້ມແຂງ ໃນນີ້, ຕົ້ນຕໍແມ່ນຖືເອົາປະສິດ ທິພາບຂອງວຽກງານວິຊາສະ ເພາະເປັນກົກ, ໄປພ້ອມໆກັບການ ສ້າງສະຕິຕໍ່ການຈັດຕັ້ງ, ປະຕິບັດ ຂໍ້ກໍານົດກົດລະບຽບຂອງກອງ ທັບ, ມີລະບຽບວິໄນເຂັ້ມງວດ, ມ ີແບບແຜນດໍາລົງຊີວິດທີ່ດີ, ຕ້ານ ແລະ ສະກັດກັ້ນບັນຫາຫຍໍ້ທໍ້ ຕ່າງໆບໍ່ໃຫ້ເກີດມີຕໍ່ຕົນເອງ, ຮູ້ໄດ້ ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີປ້ອງກັນຕົນເອງ ຮັກສາ ສຸຂະພາບໃນລະດູຝົນ ພ້ອມນັ້ນ, ກໍ ຕັ້ງໜ້າເຂົ້າຮ່ວມການອົບຮົມດ້ານ ວິຊາສະເພາະ, ພັດທະນາສີມືແຮງ ງານໃຫ້ມີຄວາມຊໍານິຊໍານານ, ເຂົ້າຮ່ວມການອົບຮົມ-ຫັດແອບ ການທະຫານ, ປັບປຸງລະບຽບ ແບບແຜນ, ເຝິກຝົນກໍາລັງກາຍ, ເຄື່ອນໄຫວກິລາ-ກາຍະກໍາ, ສິລະ ປະ-ວັນນະຄະດີ, ການເພີ່ມພູມ ຜະລິດຜົນ ແລະ ຂະບວນການ ສ້າງຄັງລວມ, ຂະບວນການວຽກ ງານຕ່າງໆ ທີ່ກົມກອງຈັດຂຶ້ນ, ເຊິ່ງຜ່ານແຕ່ລະຂະບວນການ ວຽກງານໃນ 6 ເດືອນຕົ້ນປີ 2021 ນີ້ ໜ່ວຍ ແລະ ມີສະມາຊິກ ຊາວໜຸ່ມໄດ້ຮັບນາມມະຍົດ 4 ບຸກຈໍານວນ 4 ໜ່ວຍ, ຊາວໜຸ່ມ ນໍາໜ້າ 104 ສະ ຫາຍ, ຊາວໜຸ່ມ ແຂງ 93 ສະຫາຍ, ຊາວໜຸ່ມ ກາງ 28 ສະຫາຍ, ຂະຫຍາຍ ມະຫາຊົນກ້າວໜ້າເຂົ້າເປັນສະ ມາຊິກຊາວໜຸ່ມ 8 ສະຫາຍ, ຂະຫຍາຍຊາວໜຸ່ມເຂົ້າເປັນສະ ມາຊິກພັກ 1 ສະຫາຍ ແລະ ກໍາ ລັງສະເໜີຂັ້ນເທິງຮຽນສະໜັບ ສະໜູນ 5 ສະຫາຍ. ນອກນັ້ນ, ກຳລັງຊາວໜຸ່ມຍັງ ເອົາໃຈໃສ່ເຮັດວຽກງານແກ້ໄຂ ຊີວິດການເປັນຢູ່ດ້ວຍການປູກ-ລ້ຽງຕາມທິດເພິ່ງຕົນເອງ, ກຸ່ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ໃນນີ້ໄດ້ປູກຜັກ ຊະນິດຕ່າງໆ, ລ້ຽງສັດປີກ, ໝູ ສ້າງລວມລາຍຮັບໄດ້ 20 ລ້ານ ກວ່າກີບ. ສະຫາຍ ພັນຕີ ໜູໄລ ພົມມະ ວົງ ໄດ້ໃຫ້ຮູ້ຕື່ມອີກວ່າ: ແຜນ ການຄາດໝາຍສູ້ຊົນໃນຕໍ່ໜ້າ ຊາວໜຸ່ມກອງພັນ 13 ຈະສືບຕໍ່ເອົາ ໃຈໃສ່ເຮັດວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກຊາວໜຸ່ມໃນທົ່ວ ກອງພັນ 13 ເຊື່ອມຊຶມກໍາແໜ້ນ ແນວທາງນະໂຍບາຍຂອງ ພັກ-ລັດ, ມະຕິຄໍາສັ່ງຂອງຂັ້ນເທິງ ແລະ ຂອງກົມກອງ ບົນຈິດໃຈປັບ ປຸງກໍ່ສ້າງໜ່ວຍຊາວໜຸ່ມໃຫ້ນັບ ມື້ໜັກແໜ້ນເຂັ້ມແຂງ ແລະ ສ້າງ ສະມາຊິກຊາວໜຸ່ມນໍາໜ້າ 4 ບຸກ ໃຫ້ໄດ້ 100%. ໂດຍ: ທອງປານ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ