ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 641 ມອບເງິນນະໂຍບາຍ ໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2021-12-07 09:52:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2021 ນີ້, ກອງພັນໃຫຍ່ 641 ໄດ້ມອບ ເງິນນະໂຍບາຍໃຫ້ຄອບຄົວຜູ້ ເສຍຊີວິດມູນຄ່າ 109.295.000 ກີບ, ເຂົ້າຮ່ວມ ມອບໂດຍ ສະຫາຍ ພັນໂທ ທອງລິດ ແສງຈັນທະບູລີ ຫົວໜ້າພະແນກການເມືອງ ກອງ ພັນໃຫຍ່ 641, ມີຕາງໜ້າພະ ແນກການ, ຂະແໜງການທີ່ ກ່ຽວຂ້ອງ ແລະ ຄອບຄົວຜູ້ເສຍ ຊີວິດເຂົ້າຮ່ວມ. ໂດຍປະຕິບັດຕາມຄໍາສັ່ງແນະ ນໍາຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍປະກັນສັງຄົມ ແລະ ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ ສະບັບເລກທີ 2030/ຮສສ, ລົງວັນທີ 04 ພຶດສະພາ 2015 ວ່າດ້ວຍ ການຈັດຕັ້ງປະຕິ ບັດວຽກງານປະກັນສັງຄົມຢູ່ກະ ຊວງປ້ອງກັນປະເທດ, ດັ່ງນັ້ນ ກອງພັນໃຫຍ່ 641 ຈຶ່ງໄດ້ຕົກ ລົງອະນຸມັດມອບເງິນອຸດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດຢູ່ ກອງພັນໃຫຍ່ 641 ຈໍານວນ 01 ຄອບຄົວ ຄື: ຄອບຄົວ ພັນໂທ ຄໍາບວນ ແພງສີທອງ. ທັງນີ້ ເພື່ອ ເປັນການປະຕິບັດນະໂຍບາຍ ເພື່ອເປັນຂວັນກໍາລັງໃຈໃຫ້ຄອບ ຄົວພະນັກງານເສຍຊີວິດ, ທີ່ໄດ້ ປະກອບສ່ວນສ້າງສາຜົນງານ ແລະ ຄຸນງາມຄວາມດີຕໍ່ພາລະ ກິດຮັບໃຊ້ຊາດ ນັບແຕ່ມື້ເຂົ້າການ ປະຕິວັດຈົນຮອດວາລະສຸດທ້າຍ ຢ່າງສົມກຽດ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ທອງລິດ ແສງຈັນທະບູລີ ໂອ້ລົມ ແລະ ຮຽກຮ້ອງໃຫ້ຄອບ ຄົວຜູ້ທີ່ເສຍຊີວິດ ຈົ່ງພ້ອມກັນນໍາ ໃຊ້ເງິນຈໍານວນດັ່ງກ່າວ ເຂົ້າໃນ ວຽກງານທີ່ຈໍາເປັນຂອງຄອບ ຄົວ, ນໍາໃຊ້ເຂົ້າໃນການປັບປຸງ ແກ້ໄຂຊີວິດການເປັນຢູ່ຂອງ ຄອບຄົວໃຫ້ນັບມື້ດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ