ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າຫ້ອງການກຳມະບານ ກປທ ລົງຊຸກຍູ້ກຳມະບານຮາກຖານສະຖາບັນການຢາ-ການແພດພື້ນເມືອງກອງທັບ
ເວລາອອກຂ່າວ: 2019-01-16 14:02:31 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297287 | ຄວາມນິຍົມ:



+ ໃນວັນທີ 10 ມັງກອນ 2019 ຜ່ານມານີ້, ພັນໂທ ບຸນ ຄ່ອງ ອຸດທະຈັນດີ ຮອງຫົວໜ້າ ຫ້ອງການກຳມະບານກະຊວງ ປ້ອງກັນປະເທດ ພ້ອມຄະນະໄດ້ ລົງຊຸກຍູ້ວຽກງານກຳມະບານຢູ່ ສະຖາບັນການຢາ-ການແພດພື້ນ ເມືອງກອງທັບ ເຊິ່ງມີ ຄະນະພັກ- ຄະນະບັນຊາ, ຄະນະໜ່ວຍຮາກ ຖານກຳມະບານ ພ້ອມດ້ວຍສະ ມາຊິກກຳມະບານເຂົ້າຮ່ວມ. ພັນໂທ ທອງສີ ເຫຼັກປັນຍາ ຫົວໜ້າກຳມະບານຮາກຖານ ສະ ຖາບັນການຢາ-ການແພດພື້ນ ເມືອງກອງທັບ ກໍໄດ້ສະຫຼຸບລາຍ ງານໃຫ້ຊາບໂດຍຫຍໍ້ໃນການ ເຄື່ອນໄຫວວຽກງານກຳມະ ບານຮາກຖານສະຖາບັນດັ່ງ ກ່າວຕະຫຼອດໄລຍະ 1 ປີ ຜ່ານມາ ຄະນະຮາກຖານກຳມະບານ ແມ່ນໄດ້ເປັນເຈົ້າການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນໜ້າທີ່ ວຽກງານການເມືອງ ເຮັດສຳ ເລັດໜ້າທີ່ວຽກງານຕາມການ ມອບໝາຍຂອງຂັ້ນເທິງກໍຄືກົມ ກອງວາງອອກໄດ້ເປັນຢ່າງດີ ເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານ ສະມາຊິກກຳມະບານ ມີແນວຄິດ ອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ ການນຳພາຂອງພັກ, ກົດໝາຍ ຂອງລັດ, ຂໍ້ກຳນົດກົດລະບຽບ ຂອງກອງທັບ ກໍຄືຂອງສະຫະ ພັນກຳມະບານລາວວາງອອກ ຕິດພັນແໜ້ນກັບການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າທີ່ ສູນກາງສະຫະພັນກຳມະບານ ລາວວາງອອກ ຢ່າງເປັນຂະບວນ ການຟົດຟື້ນກວ້າງຂວາງ ແລະ ມີຄວາມບຸກບືນຫ້າວຫັນປະຕິບັດ ໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ. ໂອກາດນີ້ ພັນໂທ ບຸນຄ່ອງ ອຸດທະຈັນດີ ກໍໄດ້ຮຽກຮ້ອງໃຫ້ຄະນະກຳມະບານຮາກຖານສະຖາບັນດັ່ງກ່າວສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານສະມາຊິກກຳມະບານເປັນປົກກະຕິ, ປັບປຸງບູລະນະການຈັດຕັ້ງກຳມະບານໃຫ້ ເຂັ້ມແຂງ ໜັກແໜ້ນ, ຊຸກຍູ້ປຸກ ລະດົມສະມາຊິກເຂົ້າຮ່ວມຂະ ບວນການດ້ານຕ່າງໆໃຫ້ເປັນຂະ ບວນຟົດຟື້ນຕໍ່ເນື່ອງ, ເອົາໃຈໃສ່ ວຽກງານປົກປ້ອງສິດຜົນປະ ໂຫຍດ, ວຽກງານນະໂຍບາຍຕໍ່ ພະນັກງານໃຫ້ຖືກຕ້ອງຕາມກົດ ລະບຽບ ແລະ ເພີ່ມທະວີໃນ ການພົວພັນສາມັກຄີພາຍໃນ ນອກໃຫ້ແໜ້ນແຟ້ນ ແລະ ກວ້າງ ຂວາງຍິ່ງຂຶ້ນ. ໂດຍ: ນ. ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ