
ກອງບັນຊາການທະຫານແຂວງຫຼວງນ້ຳທາ ອວຍພອນພະນັກງານບຳນານ
ເວລາອອກຂ່າວ: 2019-01-16 14:03:39 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297659 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະເຖິງໃນມໍ່ໆນີ້, ວັນທີ 10 ມັງກອນ 2019 ນີ້ , ພັນເອກ ໄມຈັນ ພັດນະລັດ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງນໍ້າທາ ພ້ອມດ້ວຍ ຄະນະ ໄດ້ນໍາເອົາກະຕ່າຂອງ ຂວັນພ້ອມກັບຄວາມຢື້ຢາມຖາມ ຂ່າວ ແລະ ຄໍາອວຍພອນໄຊອັນ ປະເສີດທີ່ເຕັມໄປດ້ວຍຄວາມ ສາມັກຄີຮັກແພງ ເຂົ້າອວຍພອນ ບັນດາພະນັກງານອາວຸໂສບໍາ ນານ , ບັນດາອະດີດຄະນະນໍາ ກອງບັນຊາການທະຫານແຂວງ ຫຼວງນໍ້າທາ.
ພັນເອກ ໄມ່ຈັນ ພັດນະລັດ ຕາງໜ້າຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບທົ່ວກໍາ ລັງປ້ອງກັນຊາດທ້ອງຖິ່ນແຂວງ ຫຼວງນໍ້າທາ ກໍໄດ້ກ່າວສະແດງ
ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່
ບັນດາພະນັກງານບໍານານອະ ດີດຄະນະນໍາກອງບັນຊາການ ທະຫານແຂວງທີ່ໄດ້ເສຍສະຫຼະ ຄວາມສຸກສ່ວນຕົວເພື່ອຜົນ ປະໂຫຍດລວມຂອງຊາດໃນ ພາລະກິດປະຕິວັດໃນໄລຍະ ຜ່ານມາພວກເຮົາຄົນຮຸ່ນຫຼັງ ຈະສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາກົມກອງ ກໍຄື ທ້ອງຖິ່ນແຂວງຫຼວງນໍ້າທາໃຫ້ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບສືບຕໍ່ຊີ້ນໍາໆພາປັບປຸງກໍ່ ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານ.
ໂດຍ: ສົມສະນຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ