ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນການເງິນຈຸລະພາກພັດທະນາອຸດົມໄຊ ມອບເຄື່ອງກີລາໃຫ້ຫ້ອງການ ກອງພົນທີ 3
ເວລາອອກຂ່າວ: 2021-12-09 10:58:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 485 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2021 ນີ້, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຟາກ ພັດທະນາອຸດົມໄຊ ໄດ້ນຳເອົາເຄື່ອງກີລາຈຳນວນ 43 ຊຸດ ລວມມູນຄ່າທັງໝົດ 2.730.000 ກີບ ມອບໃຫ້ຫ້ອງ ການ ກອງພົນທີ 3, ໂດຍການ ກ່າວມອບຂອງ ທ່ານ ນາງ ພອນ ມາລາ ວົງວິໄລພອນ ຫົວໜ້າສາ ຂາ ສະຖາບັນການເງິນຈຸລະພາກທີ່ຮັບເງິນຟາກພັດທະນາອຸດົມໄຊ ປະຈຳເມືອງຮຸນ ແຂວງອຸດົມໄຊ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ວຽງພອນ ພັນທະບູນ ຮອງຫົວໜ້າຫ້ອງການ ກອງພົນ ທີ 3 ພ້ອມດ້ວຍຄະນະທັງສອງ ພາກສ່ວນເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນໂທ ວຽງພອນ ພັນທະບູນ ໄດ້ສະ ແດງຄວາມຂອບໃຈມາຍັງສະຖາ ບັນດັ່ງກ່າວ ທີ່ໄດ້ນຳເອົາເຄື່ອງ ກີລາມາມອບໃຫ້ກົມກອງໃນ ຄັ້ງນີ້, ພ້ອມທັງ ໃຫ້ຄຳໝັ້ນສັນ ຍາວ່າ ຈະນຳໃຊ້ເຄື່ອງດັ່ງກ່າວ ເຂົ້າໃນໜ້າທີ່ວຽກງານລວມຂອງ ກົມກອງໃຫ້ເກີດຜົນປະໂຫຍດ ໂດຍສະເພາະແມ່ນວຽກງານ ກີລາ ໃຫ້ມີຂະບວນຟົດຟື້ນກວ້າງ ຂວາງ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ