ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ກອງພັນ 415
ເວລາອອກຂ່າວ: 2021-12-09 11:01:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 497 | ຄວາມນິຍົມ:



ທ້າຍເດືອນພະຈິກຜ່ານ ມານີ້, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດ ຕັ້ງພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ກອງ ພັນ 415 ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພັນໂທ ບຸນລິດ ສີສຸພອນ ຄະນະພັກກອງ ບັນຊາການ ຫົວໜ້າຫ້ອງເສນາທິ ການ ທະຫານນະຄອນຫຼວງວຽງ ຈັນ, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ ຕະຫຼອດຮອດ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນຕີ ຂັນທະລີ ບຸນ ສະຫວັດ ຮອງຫົວໜ້າພະແນກ ຈັດຕັ້ງ ທະຫານນະຄອນຫຼວງ ວຽງຈັນ ໄດ້ຜ່ານມະຕິຕົກລົງຂອງ ຄະນະພັກ ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ວ່າ ດ້ວຍການບົ່ງຕົວແຕ່ງຕັ້ງເລຂາ ຄະນະພັກຮາກຖານ ກອງພັນ 415 ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນອ໋ອງ ແກ້ວວິໄລພອນ ເປັນເລຂາຄະ ນະພັກຮາກຖານ (ຄົນໃໝ່) ຂອງ ກອງພັນ 415. ໂອກາດນີ້, ສະຫາຍ ພັນໂທ ບຸນລິດ ສີສຸພອນ ໄດ້ມີຄຳເຫັນ ໂອ້ລົມຕໍ່ເລຂາຄະນະພັກຮາກ ຖານຄົນໃໝ່ ພ້ອມທັງ, ຮຽກຮ້ອງ ໃຫ້ຍົກສູງຄວາມຮັບຜິດຊອບໜ້າ ທີ່ການເມືອງຂອງຕົນໃນການຊີ້ ນຳ-ນຳພາຂົງເຂດວຽກງານ ຕາມພາລະບົດບາດຂອງກົມ ກອງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານ, ປັບປຸງແບບ ແຜນວິທີເຮັດວຽກໃຫ້ສອດຄ່ອງ, ເພີ່ມທະວີຄວາມສາມັກຄີໃຫ້ເປັນ ປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງໃນທຸກດ້ານ ກ້າວ ໄປສູ່ການປັບປຸງບູລະນະກົງຈັກ ການຈັດຕັ້ງພາຍໃນໃຫ້ຖືກຕ້ອງ ສອດຄ່ອງກັບໜ້າທີ່ວິຊາສະເພາະ ຕົວຈິງຂອງກົມກອງ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ