ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຣັດເຊຍ ແລະ ສະຫະລັດອາເມຣິກາ ຈະສືບຕໍ່ປະສານງານກັນ ເພື່ອບັນລຸຄວາມເຫັນທີ່ເປັນເອກະພາບກ່ຽວກັບບັນຫາອູແກຣນ
ເວລາອອກຂ່າວ: 2021-12-10 12:41:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2808 | ຄວາມນິຍົມ:



ສຳນັກຂ່າວ ຟອກສນິວ ລາຍ ງານໃນວັນທີ 9 ທັນວານີ້ີວ່າ: ທ່ານ ແຈກ ຊູລີແວນ ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດອາ ເມຣິກາໄດ້ກ່າວໃນກອງປະຊຸມ ຂ່າວທີ່ທຳນຽບຂາວວ່າ: ທ່ານ ໂຈ ໄບເດນ, ປະທານາທິບໍດີສະ ຫະລັດ ແລະ ທ່ານ ວາລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ ສົນທະນາກັນກ່ຽວກັບບັນຫາອູ ແກຼນຜ່ານທາງອອນລາຍ ແຕ່ຍັງຫາຂໍ້ສະຫຼຸບທີ່ຊັດເຈນບໍ່ໄດ້. ເວັບໄຊຂ່າວສານປະທານາ ທິບໍດີຣັດເຊຍໄດ້ອອກຖະແຫຼງ ການກ່ຽວກັບການພົບປະສົນທະນາກັນທາງອ໋ອນລາຍລະຫວ່າງ ສອງປະທານາທິບໍດີໃນຖະແຫຼງ ການໄດ້ຍົກໃຫ້ເຫັນວ່າ: ສັນຍາ ມີນສ ທີ່ໄດ້ຕົກລົງກັນໃນປີ 2015 ແມ່ນພື້ນຖານພຽງສະບັບດຽວ ໃນການແກ້ໄຂບັນຫາອູແກຼນ ໂດຍ ສັນຕິ,ແຕ່ວ່າການປະຕິບັດສັນຍາ ດັ່ງກ່າວບໍ່ໄດ້ຮັບຄວາມຄືບໜ້າ. ທ່ານວາລາດີເມຍ ປູຕີນຍັງໄດ້ ສະແດງຄວາມເປັນຫ່ວງຢ່າງ ແຮງຕໍ່ພຶດຕິກຳທີ່ມີລັກສະນະທ້າ ທາຍເກາະຜິດຂອງລັດຖະບານອູ ແກຼນທີ່ມີຕໍ່ເຂດ ໂດນບາດ. ທ່ານ ໂຈ ໄບເດນ ກ່າວເນັ້ນ ເຖິງຈຸດຢືນຂອງຕົນເພື່ອສະໜັບ ສະໜູນອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງອູ ແກຼນ. ສະຫະລັດຈະເພີ່ມກຳລັງ ຮົບຂອງປະເທດພັນທະມິດຄື ອົງການນາໂຕໄປທີ່ພາກຕາເວັນ ອອກເພື່ອຮັບມືກັບການປະທະ ກັນທີ່ອາດຈະເກີດຂຶ້ນ. ຢ່າງໃດກໍຕາມ, ສະຫະລັດ ແລະ ຣັດເຊຍ ຈະສືບຕໍ່ປະສານ ງານກັນກັບປະເທດພັນທະມິດ ແລະ ຄູ່ຮ່ວມມືຢູ່ທະວີບເອີຣົບ ຢ່າງໃກ້ຊິດ, ເພື່ອບັນລຸຄວາມ ເຫັນທີ່ເປັນເອກະພາບກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ