ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຣັດເຊຍ-ຝຣັ່ງປຶກສາຫາລືບັນຫາຊາວອົບພະຍົບ ແລະ ບັນຫາອູແກຣນ
ເວລາອອກຂ່າວ: 2021-12-15 11:13:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 982 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ໃນວັນທີ 14 ທັນວານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ໂທລະສັບກັບທ່ານມາໂຄນ ປະທານາທິບໍດີຝຣັ່ງເພື່ອປຶກສາຫາລືກ່ຽວກັບບັນຫາສາກົນເຊັ່ນ: ວິກິດການຊາວອົບພະຍົບຢູ່ຊາຍແດນລະຫວ່າງເບລາຣຸດຊີກັບສະຫະພາບເອີຣົບແລະສະຖານະການອູແກຣນ. ຕາມຂ່າວໃຫ້ຮູ້, ທ່ານ ປູຕິນ ໄດ້ກ່າວໃນໂທລະສັບວ່າ: ຫຼາຍປະເທດ ໄດ້ລະເມີດພັນທະສາກົນຂອງຕົນໃນການປົກປ້ອງສິດຂອງຊາວອົບພະຍົບ. ຄວນຈະຊ່ວນກັນແກ້ໄຂວິກິດການຊາວອົບພະຍົບຢູ່ຊາຍແດນລະຫວ່າງ ເບລາຣຸດຊີ ແລະ ບັນດາປະເທດ ໃນເອີຣົບ ຕາມບັນດາມາດຖານຂອງກົດໝາຍມະນຸດສະທຳ. ທ່ານໄດ້ສະໜັບສະໜູນການພົວພັນໂດຍກົງລະຫວ່າງເອີຣົບ ແລະ ເບລາຣຸດຊີ ເພື່ອປຶກສາຫາລືກ່ຽວກັບຊາວອົບພະຍົບ. ສ່ວນສະພາບການຢູ່ອູແກຣນ, ທ່ານປູຕິນກ່າວວ່າ, ດ້ວຍການຍຶດໝັ້ນຂອງບາງປະເທດຕາເວັນຕົກ, ອຳນາດການປົກຄອງອູແກຣນໄດ້ເຈດຕະນາເພີ່ມທະວີຄວາມເຄັ່ງຕຶງໃນສາຍພົວພັນຂອງພາກພື້ນ. ນອກນີ້, ອາວຸດຍຸດໂທປະກອນທີ່ທັນສະໄໝທີ່ ຢູແກຣນ ພວມນຳໃຊ້ກໍ່ເປັນໄພຂົ່ມຂູ່ໂດຍກົງຕໍ່ຄວາມໝັ້ນຄົງຂອງຣັດເຊຍ. ທ່ານ ມາໂຄນ ໄດ້ກ່າວວ່າ: ເມື່ອບໍ່ດົນມານີ້, ຊາວອົບພະຍົບຫຼາຍພັນຄົນຈາກເບລາຣຸດຊີ ໄດ້ລັ່ງໄຫຼເຂົ້າສູ່ເອີຣົບ, ຕົ້ນຕໍແມ່ນມາຈາກຕາເວັນອອກກາງເຊັ່ນ: ໂປໂລຍ ແລະ ລິທົວເນຍ. ບັນດາປະເທດໃນເອີຣົບໄດ້ເພີ່ມທະວີການຄວບຄຸມເຂດຊາຍແດນ ແລະ ສະກັດກັ້ນການເຂົ້າເມືອງຜິດກົດໝາຍຢ່າງເຂັ້ມງວດ, ເຮັດໃຫ້ມີຄົນເຂົ້າເມືອງເປັນຈຳນວນຫຼວງຫຼາຍທີ່ຕິດຢູ່ຊາຍແດນ. ນອກນີ້, ການພົວພັນຣັດເຊຍ-ອູແກຣນໄດ້ຊຸດໂຊມລົງໃນຫວ່າງມໍ່ໆນີ້, ແລະສອງຝ່າຍໄດ້ນຳໃຊ້ກຳລັງທະຫານແລະອຸປະກອນເປັນຈຳນວນຫຼວງຫຼາຍຢູ່ເຂດຊາຍແດນຂອງສອງປະເທດ. ສະຫະລັດ ແລະ ອູແກຣນ ອ້າງວ່າ ຣັດເຊຍ ອາດຈະກະກຽມ “ບຸກໂຈມຕີ” ອູແກຣນ ດ້ວຍການເຕົ້າໂຮມກຳລັງທະຫານຢ່າງໜັກໜ່ວງຢູ່ໃກ້ຊາຍແດນຕາເວັນອອກຂອງອູແກຣນ. ລັດເຊຍປະຕິເສດຖະແຫຼງການນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ