ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍລັດໃນອາເມຣິກາກໍາລັງປະເຊີນກັນພາຍຸລົມໜາວ
ເວລາອອກຂ່າວ: 2021-12-15 11:16:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1966 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ໃນສອງວັນຜ່ານມານີ, 6 ລັດຢູ່ພາກກາງຂອງອາເມຣິກາໄດ້ເກີດລົມໜາວຢ່າງໜ້ອຍ 30 ກວ່າເທື່ອ, ນັບມາຮອດປັດຈຸບັນສົ່ງຜົນເຮັດໃຫ້ຢ່າງໜ້ອຍມີຜູ້ເສຍຊີວິດ 80 ກວ່າຄົນ. ຕາມຂ່າວອາເມຣິກາໃຫ້ຮູ້ວ່າ: 6 ລັດທີ່ເກີດລົມໜາວຖະຫຼົ່ມແມ່ນ ລັດອາຄັນຊັສ, ລັດມິຊິຊິບີ, ລັດອິລິນອຍ, ລັດເຄນທາກີ, ລັດເທັນເນຊີແລະລັດມິຊູຣີ. ຕາມຕົວເລກຂອງເວັບໄຊຕິດຕາມພະລັງໄຟຟ້າແຫ່ງຊາດອາເມຣິກາ, ລົມຫົວໜາວເທື່ອນີ້ສົ່ງຜົນເຮັດໃຫ້ຫຼາຍກວ່າ 3 ແສນ 3 ໝື່ນກວ່າຄອບຄົວຂອງ 4 ລັດ ໃນອາເມຣິກາຂາດໄຟຟ້າ. ກ່ອນໜ້ານີ້, ອົງການອຸຕຸນິຍົມແຫ່ງຊາດອາເມຣິກາໄດ້ປະກາດການເຕືອນໄພລົມລະດູໜາວລ່ວງໜ້າເມື່ອວັນທີ 10 ທັນວານີ້ກ່າວວ່າ: ຄາດວ່າຢ່າງໜ້ອຍມີປະຊາກອນ 25 ລ້ານຄົນຈະໄດ້ຮັບຜົນກະທົບຈາກລົມລະດູການໃນເທື່ອນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ