
ຫ້ອງເຕັກນິກທະຫານແຂວງຈໍາປາສັກເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ
ເວລາອອກຂ່າວ: 2021-12-15 11:52:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 624 | ຄວາມນິຍົມ:
ຫ້ອງເຕັກນິກທະຫານແຂວງຈໍາປາສັກເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກເລກທີ 03/ຄບສ ແລະ ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກເລກທີ 190/ຄລສພ ຂື້ນໃນວັນທີ 14 ທັນວາ 2021 ນີ້ , ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ, ສະຫາຍ ພັນເອກ ອະນຸສອນ ອຸທະໄກສອນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງເຕັກນິກທະຫານແຂວງຈໍາປາສັກ, ມີສະຫາຍ ພັນໂທ ຄໍາຫຼ້າ ລາດສະວົງ ຄະນະພັກກອງບັນຊາການ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງເຕັກນິກທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາຫ້ອງເຕັກນິກພ້ອມພະນັກງານສະມະຊິກພັກຫຼັກແຫຼ່ງໃນກົມກອງເຂົ້າຮ່ວມ.
ໂອກາດນີ້ສະຫາຍ ພັນເອກ ອະນຸສອນ ອຸທະໄກສອນ ກໍ່ໄດ້ກ່າວເນັ້ນໜັກຢ່າງເລີກເຊິ່ງເຖີງຄວາມໝາຍຄວາມສໍາຄັນຂອງເນື້ອໃນມະຕິຂອງສູນກາງພັກ ເລກທີ 03/ຄບສ ແລະ ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ໃນຄັ້ງນີ້ເພື່ອເປັນການເພີ່ມທະວີການນໍາພາຂອງພັກ, ເພື່ອການດັດປ່ຽນຢ່າງແຂງແຮງ ແລະ ເລີກເຊິ່ງວຽກງານພັກ-ວຽກງານການເມືອງຂອງພະນັກງານ-ນັກຮົບເປັນການປັບປຸງກໍ່ຄືການສຶກສາອົບຮົມການເມືອງ-ນໍາພາແນວຄິດແກ່ພະນັກງານສະມະຊິກພັກທຸກຂັ້ນໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນເຂັ້ມແຂງຕ້ານແນວຄິດສວຍໃຊ້ໂອກາດ, ສວຍໃຊ້ໜ້າທີ່ແນວຄິດເອື້ອຍອີງປຽບທຽບຊັ່ງຊາເພື່ອສ້າງໃຫ້ສະມາຊິກທຸກຂັ້ນມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງແທ້ຈິງເຊິ່ງຍາມໃດກໍ່ເຊີດຊູບົດບາດການນໍາພາຂອງພັກເປັນແບບຢ່າງນໍາໜ້າ ຢ່າງພົ້ນເດັ່ນເປັນກໍາລັງຫຼັກແຫຼ່ງແກ່ນສານໃນການນຳພາ-ຊີ້ນຳ ກົມກອງໃຫ້ເຂັ້ມແຂງ ແລະ ເປັນກໍາລັງແຮງສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກເພື່ອປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກໃຫ້ມີຜົນສໍາເລັດຢ່າງເຂັ້ມແຂງ, ມີບາດກ້າວອັນໃໝ່ໃນແຕ່ລະໄລຍະຢ່າງຈະແຈ້ງ.
ສະຫາຍ ພັນເອກ ອະນຸສອນ ອຸທະໄກສອນ ຍັງໄດ້ກ່າວເນັ້ນໜັກກ່ຽວກັບການປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ ໃຫ້ເປັນຮູບປະທໍາຕົວຈິງໂດຍສະເພາະວຽກງານການປັບປຸງກົງຈັກການຈັດຕັ້ງ, ການເຊື່ອມຊືມກໍາແໜ້ນ ແລະ ປະຕິບັດມະຕິຂອງສູນການພັກນິຕິກໍາຂອງລັດ-ເອົາໃຈໃສ່ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດ ແລະ ບົດບາດໜ້າທີ່ແບບແຜນວິທີເຮັດວຽກຂັ້ນຂອງຕົນເພື່ອພ້ອມກັນແກ້ໄຂຈຸດອ່ອນຢ່າງເດັດຂາດ ແລະ ພ້ອມກັນສົ່ງເສີມຈຸດດີນໍາໃຊ້ບຸກຄະລາກອນທີ່ມີຄຸນນະພາບສ່ອດຄ່ອງກັບໜ້າທີ່ວຽກງານຕົວຈິງເພື່ອເຮັດໃຫ້ວຽກງານແຕ່ລະດ້ານໄດ້ມີຜົນສໍາເລັດຕາມເປົ້າໝາຍ ແລະ ຈຸດສຸມອັນແນ່ນອນທັນກັບສະພາບການຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຮັບປະກັນປົກປັກຮັກສາອໍານາດອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ
ສະຫາຍ ພັນຕີ ສີລິ ທະນະພັນ ຄະນະພັກຫ້ອງເຕັກນິກ ຫົວໜ້າພະແນກຄຸມຄອງອາວຸດ-ກະສຸນຫ້ອງເຕັກນິກທະຫານແຂວງຈໍາປາສັກ , ໄດ້ຜ່ານຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດວ່າດ້ວຍການເພີ່ມທະວີວຽກງານປ້ອງກັນພາຍໃນສະພາບການໃໝ່ສະບັບເລກທີ 117/ກປທ ນະຄອນຫຼວງວຽງຈັນລົງວັນທີ 02/03/2021 ຄໍາສັ່ງດັ່ງກ່າວກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນພາຍໃນຂອງກອງທັບເຮົາໃນຕໍ່ໜ້າມີຜົນສໍາເລັດດ້ວຍດີສະກັດກັ້ນ ແລະ ທັບມ້າງກົນອຸບາຍຍຸດທະສາດຂອງອິດທິກຳລັງປໍລະປັກໃຫ້ທັນເວລາ ແລະ ປ້ອງກັນກົມກອງ ກໍ່ຄືກອງທັບເຮົາໃຫ້ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ.
ໂດຍ:ທິບມະນີວັນ ຄໍາວິເສດ
ພາບ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ