
ປະກາດ ອະໄພຍະໂທດ ຜ່ອນໂທດ ແລະ ປ່ອຍຕົວນັກໂທດ
ເວລາອອກຂ່າວ: 2021-12-16 12:09:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1786 | ຄວາມນິຍົມ:
ໃນວັນທີ 14 ທັນວາ 2021 ນີ້ ກອງປ້ອງກັນ, ຄຸມຂັງ, ດັດສ້າງ 158 ທະຫານແຂວງຈໍາປາສັກ ໄດ້ ປະກາດ ອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ຮອງປະທານສານປະຊາຊົນສູງສຸດ ປະທານສານທະຫານຂັ້ນສູງ ຫົວໜ້າຄະນະອະໄພຍະໂທດ ຜ່ອນໂທດພາກໄຕ້ ມີສະຫາຍ ພັນໂທ ວັນທອງ ໂພສີແກ້ວ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງທະຫານແຂວງຈຳປາສັກ ມີອົງການໄອຍະການສານທະຫານພາກໄຕ້ ມີຄະນະພັກ-ຄະນະບັນຊາກອງຮ້ອຍ 158 ພະແນກການອ້ອມຂ້າງ ແລະ ຜູ້ຖືກຫາ ນັກໂທດ ເຂົ້າຮ່ວມ.
ສະຫາຍພັນໂທ ສອນສຸພັນ ດວງຊະນະ ຫົວໜ້າພະແນກຄຸມຂັງ ດັດສ້າງກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການ ອະໄພຍະໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ສະບັບເລກທີ: 219/ປປທ ນະຄອນຫຼວງວຽງຈັນ ລົງວັນທີ: 19 ພະຈີກ 2021. ໂດຍປະຕິບັດຕາມລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI ມາດຕາ 67 ຂໍ້ 12 ກ່ຽວກັບການຕົກລົງໃຫ້ ອະໄພຍະໂທດ ແລະ ໜັງສືສະເໜີຂອງ ນາຍົກລັດຖະມົນຕີ ສະບັບເລກທີ: 93/ນຍ ລົງວັນທີ 19 ຕຸລາ 2021. ເພື່ອໃຫ້ທຸກພາກສ່ວນ, ອົງການ, ກົມກອງ ຄອບຄົວຜູ້ປົກຄອງ ແລະ ນັກໂທດໄດ້ຮັບຮູ້ໄດ້ ແລະ ເຂົ້າໃຈເຖີງແນວທາງນະໂຍ ບາຍ ທາງດ້ານມະນຸດສະທຳຂອງພັກ-ລັດ ທີ່ມີຕໍ່ນັກໂທດ ຜູ້ທີ່ຮູ້ສືກກີນແໜງ ແຄງໃຈສຳນືກຜິດ ຕໍ່ການກະທຳຂອງຕົນ ຍອມຊໍາລະຄ່າປັບໃໝໃຫ້ລັດ ແລະ ຍອມໃຊ້ແທນຄ່າເສຍຫາຍທາງແພ່ງ ແລະ ມີຄວາມກ້າວໜ້າໃນການປະຕິບັດໂທດ ສ້າງຜົນງານ ຢູ່ຄ້າຍຄຸມຂັງ-ດັດສ້າງ ໃນນັ້ນ ຕົກລົງອະໄພຍະໂທດ ຜ່ອນໂທດ ໃຫ້ແກ່ນັກໂທດຈຳນວນ 1.992 ຄົນ. ຍີງ 280 ຄົນ ຕ່າງປະເທດ 25 ຄົນ ຍີງ 05 ຄົນ ແລະ ນັກໂທດໄດ້ຮັບ ອະໄພຍະໂທດປ່ອຍຕົວ ທັງໝົດ 12 ຄົນ. ຍີງ 03 ຄົນ. ສຳລັບຢູ່ກອງປ້ອງກັນ ຄຸມຂັງ-ດັດສ້າງ 158 ທະຫານແຂວງຈຳປາສັກ ປະທານປະເທດອອກລັດຖະດໍາລັດ ຕົກລົງອະໄພຍະໂທດ ປ່ອຍຕົວນັກໂທດ ຈຳນວນທັງໝົດ 8 ຄົນ.
ໂອກາດນີ້ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ກໍໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການຜ່ອນໂທດ ອະໄພຍະໂທດ ປ່ອຍຕົວ ເຊີ່ງການອະໄພຍະໂທດ ແມ່ນອີງຕາມດໍາລັດຂອງປະທານປະເທດ ແລະ ການອະໄພຍະໂທດ ຜ່ອນໂທດປ່ອຍຕົວ ແມ່ນການປະຕິບັດນະໂຍບາຍດ້ານມະນຸດສະທຳຂອງພັກ-ລັດ ເພື່ອສືກສາອົບຮົມ ນັກໂທດໃຫ້ເຫັນໄດ້ແນວທາງອັນຖືກຕ້ອງ ແລະ ເປັນທຳຂອງພັກ-ລັດ, ສະຫາຍໄດ້ກ່າວເນັ້ນໜັກ ໃຫ້ນັກໂທດ ທີ່ໄດ້ຮັບການອະໄພຍະໂທດຄັ້ງນີ້ ພາຍຫຼັງທີ່ກັບຄືນສູ່ຄອບຄົວ ກໍໍ່ຄືທ້ອງຖິ່ນຂອງຕົນເອງ ຕ້ອງຫຼີກເວັ້ນການກະທຳທີ່ຜິດຕໍ່ກົດໝາຍ ຢ່າງເດັດຂາດ ບຸກໜ້າບືນຕົວ ຝຶກຜົນຫຼໍ່ຫຼອມ ດັດສ້າງຕົນເອງ ໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.
ຂ່າວ-ພາບ: ສົມພອນ ພົງສະຫວັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ