
ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ ແລະ ຊີ້ນຳ ການຈັດຕັ້ງປະຕິບັດດຳລັດ 414/ລບ
ເວລາອອກຂ່າວ: 2021-12-16 12:11:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2229 | ຄວາມນິຍົມ:
ໃນວັນທີ 15 ທັນວາ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບພັດທະນາເຂດຈຸດສຸມໃຈກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຽດເຂົ້າຮ່ວມ ເປັນປະທານກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ, ແຕ່ປີ 2020-2021 ແລະ ທິດທາງແຜນ ການ ປີ 2022 ຢູ່ທີ່ແຂວງໄຊສົມບູນ, ໂດຍມີທ່ານ ພົນຕີ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນຳ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງ ໃຫ້ການຕອນຮັບ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ໃນໂອກາດດັ່ງກ່າວ, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິ ບັດ ດຳລັດ 414/ລບ ແຕ່ປີ 2020-2021 ແລະ ທິດທາງແຜນການ ປີ 2022 ຕໍ່ກອງປະຊຸມ ຊຶ່ງເຫັນວ່າ ມາຮອດປັດຈຸບັນ ທົ່ວແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຈັດຕັ້ງຢູ່ຂັ້ນບ້ານ ມີຄວາມໜັກແໜ້ນ, ເຂັ້ມແຂງ, ບັນດາເປົ້າໝາຍເຄື່ອນໄຫວບໍ່ດີ ຢູ່ຮາກຖານບ້ານ ມີການຫັນປ່ຽນແນວຄິດ ແລະ ການເຄື່ອນໄຫວ ທຽບໃສ່ຊຸມປີ 2019 ຫຼຸດລົງ 73%. ທັງໝົດນັ້ນ ໄດ້ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອັນດີ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະ ການລົງທຶນພັດທະນາ ຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນຂະແໜງການຕ່າງໆ ນັບມື້ເພີ່ມຂຶ້ນເປັນກ້າວໆ; ສາມາດລະດົມທຶນ ເຂົ້າກອງທຶນພັດທະນາແຂວງ ຕາມດຳລັດ 414/ລບ ໄດ້ 66,2 ຕື້ກີບ; ອະນຸຍາດໂຄງການລົງທຶນທັງໝົດ 36 ໂຄງການ ລວມມູນຄ່າການລົງທຶນ 296 ລ້ານກວ່າໂດລາສະຫະລັດ; ວຽກງານ 5 ທ່າແຮງຂອງແຂວງ ໂດຍສະເພາະ ດ້ານກະສິກຳ-ປ່າໄມ້, ການທ່ອງທ່ຽວ, ພະລັງງານໄຟຟ້າ, ບໍ່ແຮ່ ແລະ ການບໍລິການເຊື່ອມຈອດ-ເຊື່ອມໂຍງ ລ້ວນແຕ່ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ; ການແກ້ໄຂຄວາມທຸກຍາກ ສາມາດແກ້ໄຂໄດ້ 1.252 ຄອບຄົວ ທຽບໃສ່ແຜນການ ແມ່ນລື່ນຄາດໝາຍ 45,5%; ຂຶ້ນສຳມະໂນທີ່ດິນໄດ້ 6.212 ຕອນ ເນື້ອທີ່ 7.057 ເຮັກຕາ, ອອກໃບຕາດິນໄດ້ 5.855 ຕອນ ເນື້ອທີ່ 5.466 ເຮັກຕາ, ທຽບໃສ່ກ່ອນມີດຳລັດ 414/ລບ ເພີ່ມຂຶ້ນ 80%; ຕິດຕັ້ງສັນຍານໂທລະສັບ ແລະ ອິນເຕີເນັດ ເພີ່ມຂຶ້ນ 69%; ໂຮງຮຽນນັບແຕ່ອະນຸບານຮອດມັດທະຍົມປາຍ ເພີ່ມຂຶ້ນ 6 ແຫ່ງ ແລະ ຜົນສຳເລັດອື່ນໆ ຕື່ມອີກ. ໃນໂອກາດດຽວກັນ, ທ່ານ ພົນຕີ ຈັນທອງ ສອນຕະອາດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ວ່າການຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ພັນເອກ ສາຍສະໝອນ ພະລະມີໄຊ, ຮອງຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າຂະແໜງ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດວຽກງານຂອງຕົນ.
ໃນໂອກາດດຳເນີນກອງປະຊຸມສະຫຼຸບວຽກງານທີ່ສຳຄັນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ໄດ້ມີຄຳເຫັນກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ທຸກພາກສ່ວນກ່ຽວຂ້ອງ ສາມາດປະຕິບັດໄດ້ ໃນໄລຍະ 2 ປີທີ່ຜ່ານມາ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ຕໍ່ກອງປະຊຸມຕື່ມບາງບັນຫາ ເປັນຕົ້ນ ມອບຄວາມຮັບຜິດຊອບໂດຍກົງຮອບດ້ານ ໃຫ້ຄະນະພັກ-ອຳນາດການປົກຄອງ ແລະ ສະພາແຂວງ ຕໍ່ຜົນໄດ້ຜົນເສຍໃນການປົກປັກຮັກສາ ແລະ ພັດທະນາແຂວງ; ຕ້ອງຖືເອົາວຽກງານ ປກຊ-ປກສ ເປັນບູລິມະສິດອັນດັບຕົ້ນ ຂອງອົງການປົກຄອງແຂວງ, ເມືອງ ແລະ ບ້ານ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມ, ແກ້ໄຂບັນດາເປົ້າໝາຍໝໍ່ແໜງກໍ່ຄວາມບໍ່ສະຫງົບ, ຫຼົບໜີຄະດີອາຍາ ທີ່ຫຼົງເຫຼືອ ເກາະຫ້ອຍ ແລະ ລີ້ຊ້ອນຢູ່ຈຸດຕ່າງໆ ເພື່ອສ້າງພື້ນຖານໃຫ້ມີຄວາມສະຫງົບອັນໜັກແໜ້ນ, ເອື້ອອໍານວຍໃຫ້ປະຊາຊົນບັນດາເຜົ່າ ໄດ້ທໍາມາຫາກິນດ້ວຍຄວາມປອດໄພ; ຂົງເຂດເສດຖະກິດ ໃຫ້ເອົາໃຈໃສ່ບັນດາແຜນງານ, ໂຄງການຕ່າງໆ ທີ່ອົງການປົກຄອງ ແລະ ສະພາປະຊາຊົນແຂວງ ໄດ້ຮັບຮອງແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ບັນລຸຕາມຄາດໝາຍ ໂດຍໃຫ້ເອົາໃຈໃສ່ຄົ້ນຄວ້າເອົາຜູ້ທີ່ມີທຶນຮອນ, ມີປະສົບການ ມາລົງທຶນຕົວຈິງ ເພື່ອບໍ່ໃຫ້ແກ່ຍາວໂຄງການພັດທະນາຕ່າງໆ; ເອົາໃຈໃສ່ຄຸ້ມຄອງໂຄງການ ໃຫ້ຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ສ້າງລາຍຮັບເຂົ້າງົບປະມານຂອງແຂວງ ແລະ ສູນກາງ ໃຫ້ໄດ້ຕາມຄາດໝາຍ, ອັດຕັນຊ່ອງຫວ່າງການຮົ່ວໄຫຼ ຂອງການເກັບລາຍຮັບງົບປະມານ. ພ້ອມນັ້ນ, ກໍ່ເອົາໃຈໃສ່ຄຸ້ມຄອງລາຍຈ່າຍຢ່າງມີຈຸດສຸມ ບົນພື້ນຖານປະຢັດມັດທະຍັດ; ໃຫ້ເອົາໃຈໃສ່ຄຸ້ມຄອງບັນດາໂຄງການລົງທຶນ ທີ່ມີຢູ່ພາຍໃນແຂວງ ໃຫ້ຮັດກຸມ; ດຶງດູດເອົາການສ້າງໂຮງງານອຸດສາຫະກໍາຕ່າງໆ ທີ່ແຂວງມີທ່າແຮງ ເພື່ອສ້າງລາຍຮັບ ແລະ ສ້າງວຽກເຮັດງານທໍາ. ຂົງເຂດວັດທະນະທໍາ-ສັງຄົມ ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວຂອງທົ່ວແຂວງ, ເອົາໃຈໃສ່ສົ່ງເສີມວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງປະຊາຊົນ ບັນດາເຜົ່າໃນແຂວງ; ຄົ້ນຄວ້າສ້າງ ແລະ ປັບປຸງສະຖານທີ່ທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ, ບັນຫາສໍາຄັນ ແມ່ນຕ້ອງສ້າງໃຫ້ໄດ້ເອກະລັກສະເພາະຂອງທ້ອງຖິ່ນ ໂດຍອີງໃສ່ທ່າແຮງ ແລະ ຄວາມອຸດົມສົມບູນຂອງແຂວງ ເພື່ອດຶງດູດນັກທ່ອງທ່ຽວ; ໃຫ້ເພີ່ມທະວີປຸກລະດົມປະຊາຊົນ ເຂົ້າຮ່ວມວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍໄປວົງກວ້າງ, ຕ້ອງຮຽນຮູ້ ແລະ ຢູ່ກັບພະຍາດດັ່ງກ່າວໃຫ້ໄດ້ ຕາມວິຖີການດໍາລົງຊີວິດແບບໃໝ່. ການຈັດຕັ້ງປະຕິບັດດຳລັດ 414/ລບ ໃຫ້ແຂວງ ສືບຕໍ່ເປັນເຈົ້າການນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ, ສ່ວນວຽກງານທີ່ຕິດພັນກັບຂັ້ນສູນກາງ ແມ່ນລັດຖະບານ ຈະນຳໄປຄົ້ນຄວ້າ ແລະ ໃຫ້ສະໜັບສະໜູນ ຕາມຄວາມເງື່ອນໄຂຕົວຈິງ; ເອົາໃຈໃສ່ລະດົມທຶນ ເຂົ້າກອງທຶນພັດທະນາແຂວງ ໃຫ້ໄດ້ຕາມຄາດໝາຍ; ໃຫ້ທີມງານວິທະຍາສາດ ປັບປຸງການຄົ້ນຄວ້າ ແລະ ນໍາພາປະຊາຊົນປະຕິບັດຕົວຈິງ ໂດຍຝຶກອົບຮົມການປູກ, ການລ້ຽງ, ການສ້າງກຸ່ມການຜະລິດ ໃຫ້ເຂັ້ມແຂງກວ່າເກົ່າ. ສຳລັບການປະຕິບັດວາລະແຫ່ງຊາດ ໃຫ້ອົງການປົກຄອງແຂວງ ເອົາໃຈໃສ່ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍສອງວາລະແຫ່ງຊາດ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ໃຫ້ຖືເປັນຄວາມຮັບຜິດຊອບຂອງຄະນະພັກ, ຄະນະນໍາ ແລະ ອົງການປົກຄອງແຕ່ລະຂັ້ນ ເພື່ອນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໃຫ້ແທດຕົວຈິງ .
ໃນຕອນທ້າຍ, ທ່ານ ພັນຄຳ ວິພາວັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງເຊີດຊູມານະຈິດປະຕິວັດ, ເຊີດຊູນໍ້າໃຈບໍລິຫານ, ນໍ້າໃຈເສຍສະຫຼະ, ບໍລິການປະຊາຊົນ ເໜືອກວ່າການປົກຄອງແບບອາຍາສິດ, ຫ່າງເຫີນປະຊາຊົນ; ຖືເອົາມູນເຊື້ອເຈົ້າອານຸວົງ, ມູນເຊື້ອເມືອງຮົ່ມວິລະຊົນ, ອາດຫານ ແລະ ການນໍາຮຸ່ນກ່ອນ ທີ່ຍອມເສຍສະຫຼະຊີວິດ, ເລືອດເນື້ອ ເພືື່ອກອບກູ້, ທ້ອນໂຮມ ແລະ ປົກປັກຮັກສາປະເທດຊາດ ເປັນການສຶກສາອົບຮົມ ແລະ ກະຕຸກຊຸກຍູ້ໃຫ້ຊາວໄຊສົມບູນ ໄດ້ພ້ອມກັນສຸມໃສ່ພັດທະນາບ້ານຊ່ອງຂອງຕົນໃນໄລຍະໃໝ່ ແນໃສ່ເຮັດໃຫ້ການປະຕິບັດໃນປີ 2022 ທີ່ຈະມາເຖິງນີ້ ໄດ້ມີການຫັນປ່ຽນໃໝ່ໃນທຸກດ້ານ ແລະ ກາຍເປັນແຂວງທີ່ມີສະເໜ່ ຢ່າງແທ້ຈິງ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ