
ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການ ສະຫຼຸບວຽກງານການນໍາພາປະຈໍາປີ 2021
ເວລາອອກຂ່າວ: 2021-12-17 14:13:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1566 | ຄວາມນິຍົມ:
ກອງປະຊຸມສະຫູຸບວຽກງານການນຳພາຂອງຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບປະຈຳປີ 2021 ແລະ ທິດທາງແຜນການນໍາພາປະຈໍາ 6 ເດືອນຕົ້ນປີ 2022 ຄັ້ງທີ III, ສະໄໝທີ VI ຂື້ນ, ໃນຕອນເຊົ້າວັນທີ 17 ທັນວາ 2021 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິການກອງທັບ,ມີກໍາມະການຄະນະພັກກະຊວງປ້ອງກັນປະເທດ,ກໍາມະການຄະນະປະຈໍາພັກກົມໃຫຍ່, ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ຮອງເລຂາຄະນະພັກອົງການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຂື້ນຜ່ານ ບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ປະຈຳປີ 2021 ແລະ ມະຕິທິດທາງນໍາພາປະຈໍາ 6 ເດືອນຕົ້ນປີ 2022 ຄັ້ງທີ III, ສະໄໝທີ VI, ໂດຍໄດ້ຍົກໃຫ້ເຫັນສະພາບການຂອງໂລກພາກພື້ນ, ບັນຫາໂລກລະບາດພະຍາດໂຄວິດ-19 ແລະ ວຽກງານຫຼາຍດ້ານທີ່ພົ້ນເດັ່ນທີ່ໄດ້ສຸມໃສ່ນໍາພາໃນ 1 ປີຜ່ານມາ, ເຊີ່ງມີທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍສະເພາະວຽກງານຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໃຫ້ສະພາບການມີຄວາມສະຫງົບ, ໄດ້ຊີ້ນຳບັນດາອົງການ, ກົມກອງພະລາທິການທີ່ກ່ຽວຂ້ອງຈັດຕັ້ງຮັບປະກັນພະລາທິການຮອບດ້ານໂດຍໄດ້ຕິດຕາມກຳແໜ້ນສະພາບການທີ່ຜັນແປໃນແຕ່ລະໄລຍະຢ່າງໄກ້ຊິດ ເພື່ອກຽມພ້ອມ ແລະ ຮັບປະກັນວັດຖຸພະລາທິການ, ກຳລັງພົນໃຫ້ໄດ້ຢ່າງທັນເວລາ, ຮັບປະກັນໃຫ້ແກ່ໂຄງການ 01728 ການເຄື່ອນໄຫວສູ້ຮົບຂອງບັນດາກົມກອງ-ທ້ອງຖິ່ນ ແລະ ຮັບປະກັນໃຫ້ການກອບກູ້ໄພພິບັດ, ອຸປະຕິເຫດຮ້າຍແຮງໃນເມື່ອມີກໍລະນີເກີດຂຶ້ນໃຫ້ທັນເວລາ,ຈັດຕັ້ງປ້ອງກັນເວນຍາມສຳນັກງານອົງການ, ສາງຄັງພະລາທິການມີຄວາມປອດໄພ 100% , ແກ້ໄຂປະກົດການຫຍໍ້ທໍ້, ເຮັດໃຫ້ບັນດາກົມກອງມີຄວາມສະຫງົບໂດຍພື້ນຖານ,ວຽກງານປັບປຸງ-ກໍ່ສ້າງກໍາລັງ ໄດ້ຊຸກຍູ້ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນປະຈຳ ດ້ວຍຫຼາຍຮູບການເຊັ່ນ: ຈັດຕັ້ງເຊື່ອມຊຶມມະຕິ, ຂໍ້ຕົກລົງ, ປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຂອງສາກົນ, ຂອງອົງການຈັດຕັ້ງມະຫາຊົນ, ຂະບວນການແຂ່ງຂັນປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການກິລາ, ສິລະປະ-ວັນນະຄະດີ, ອອກແຮງງານລວມ ແລະ ຂະບວນການສ້າງນັກຮົບວັດທະນາທໍາ-ກອງວັດທະນາທຳ, ກອງ 3 ປອດ, ໜວ່ຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມເງື່ອນໄຂຕົວຈິງ ຂອງແຕ່ລະກົມກອງ, ຊຸກຍູ້ການດຳເນີນຊີວິດການເມືອງຂອງໜ່ວຍພັກ, ໂຄສະນາອົບຮົມແນວທາງແຜນນະໂຍບາຍຂອງພັກ, ໂດຍຕິດພັນກັບໜ້າທີ່ການເມືອງຂອງແຕ່ລະສະຫາຍ, ປັບປຸງຄຸນນະພາບໃນການດໍາເນີນຊີວິດພັກທີ່ໄດ້ກຳນົດຕາມກົດລະບຽບຂອງພັກມາກວດກາຕີລາຄາຈຸດດີ-ຈຸດອ່ອນຂອງແຕ່ລະສະຫາຍໃນແຕ່ລະຄັ້ງ, ເຮັດໃຫ້ການດໍາເນີນຊີວິດພັກມີລັກສະນະສຶກສາອົບຮົມ, ລັກສະນະນຳໜ້າ ແລະ ລັກສະນະຕໍ່ສູ້ກ່ວາເກົ່າ, ຊຸກຍູ້ວຽກງານໂຄສະນາເຄື່ອນໄຫວເກັບກໍາຂໍ້ມູນຂ່າວສານ, ຖ່າຍທຳວິດີໂອ, ສ້າງເປັນບົດຂ່າວສົ່ງອອກວິທະຍຸ,ໂທລະພາບ, ໜັງສືພິມຂອງກອງທັບຢ່າງຕໍ່ເນື່ອງ, ກໍ່ສ້າງພັກ - ພະນັກງານ, ນະໂຍບາຍ, ປະກັນສັງຄົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນຕາມເງື່ອນໄຂຂອງວຽກງານຕົວຈິງ, ວຽກງານຮັບປະກັນພະລາທິການໄດ້ຊຸກຍູ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດງົບປະມານປະຈຳສົກປີ ໃຫ້ສຳເລັດຕາມແຜນການ ໂດຍສະເພາະແມ່ນການແກ້ໄຂເງີນເດືອນ, ຮັບປະກັນວັດຖຸພະລາທິການປົກກະຕິເຊັ່ນ:ນໍ້າມັນເຊື້ອໄຟ, ອຸປະໂພກ - ບໍລິໂພກ, ເສນາຮັກ, ຂົນສົ່ງ ເຫັນວ່າຮັບປະກັນໄດ້ຕາມແຜນຂອງກະຊວງ ແລະ ແຜນວຽກຂອງກົມກອງ, ທັງຮັບປະກັນໃນການຄຸ້ມຄອງບໍ່ມີປະກົດການຕົກເຮ່ຍເສຍຫາຍ,ວຽກງານຮັບປະກັນສຸຂະພາບຊີ້ນຳໃຫ້ຂະແໜງການເສນາຮັກລົງຊຸກຍູ້ຢູ່ບັນດາອົງການ, ກົມກອງທ້ອງຖິ່ນທົ່ວກອງທັບ ,ເຮັດວຽກສຸຂະນາໄມ, ປ້ອງກັນ ແລະ ຕ້ານພະຍາດລະບາດໂຄວິດ-19, ໄຂ້ຍຸງລາຍ ແລະ ພະຍາດລະບາດອື່ນໆ ໄດ້ຢ່າງທັນເວລາ ແລະ ມີຜົນສໍາເລັດເປັນຢ່າງດີເຮັດເຊີ່ງໃຫ້ສຸຂະພາບຂອງພະນັກງານ-ນັກຮົບມີຄວາມແຂງແຮງດີ, ເຄື່ອນໄຫວລົງສັກຢາວັກຊິນປ້ອງກັນພະຍາດໂຄວິດ – 19 ໃຫ້ສໍາເລັດຕາມແຜນການຂອງຂັ້ນເທິງວາງອອກ, ວຽກງານຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດສ້າງລາຍຮັບ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະກົມກອງ, ທ້ອງຖິ່ນເຂົ້າໃນການຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ ໃຫ້ມີຈຳນວນເພີ່ມຫຼາຍຂຶ້ນ ເພື່ອລ້ຽງດູທັບ ແລະ ປົກປັກຮັກສາສັດລ້ຽງທີ່ມີແລ້ວໃຫ້ຂະຫຍາຍຕົວຢ່າງມີປະສິດທິຜົນ, ແນໃສ່ ເພື່ອສ້າງເປັນຄັງແຮ່ທາງດ້ານສະບຽງອາຫານໃຫ້ແກ່ກອງທັບໃນສະເພາະໜ້າ ແລະ ຍາວ ນານ, ຄຸ້ມຄອງປົກປັກຮັກສາການຈັດຕັ້ງປະຕິບັດວຽກງານກວດສອບບັນຊີ, ກວດກາເອກະສານຮັບ - ຈ່າຍ ທາງດ້ານວັດຖຸ ແລະ ເງິນຄຳ, ກວດກາຈໍານວນວັດຖຸຕົວຈິງຢູ່ບັນດາສາງ-ຄັງ ປະຈຳເດືອນ, ປະຈຳງວດ, ປະຈໍາປີ ໄດ້ຢ່າງປົກກະຕິ, ຜັນຂະຫຍາຍການພົວພັນຮ່ວມມືວຽກງານການຕ່າງປະເທດກັບບັນດາເພື່ອນມິດແບບພິເສດ, ເພື່ອນມິດຍຸດທະສາດດ້ານວຽກງານພະລາທິການ, ເປັນຕົ້ນການແລກປ່ຽນຄະນະຜູ້ແທນໄປມາຫາສູ່ຖອດຖອນບົດຮຽນ, ການບຳລຸງກໍ່ສ້າງພະນັກງານວິຊາສະເພາະ, ວຽກງານປິ່ນປົວສຸຂະພາບ, ຊ່ຽວຊານໂຮງໝໍ, ໂຮງຮຽນ, ວຽກງານຂົນສົ່ງຜ່ານແດນໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຕາມແຜນການ, ຈາກນັ້ນ, ຄະນະບໍລິຫານງານພັກອົງການກົມໃຫຍ່ ກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນແລກປ່ຽນສະຫຼຸບຖອດຖອນບົດຮຽນຄົ້ນຄົ້ວາປຶກສາຫາລືຊອກໃຫ້ເຫັນບັນຫາທີ່ພົ້ນເດັ່ນ ແລະ ບັນຫາທີ່ພາໃຫ້ມີຈຸດອ່ອນຂໍ້ຄົງຄ້າງ ເພື່ອນໍາເອົາແນວຄິດ ແລະ ແບບແຜນວິທີເຮັດວຽກງານໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງຂອງກົມກອງໃຫ້ປະສົບຜົນສໍາເລັດໃນຂັ້ນຕໍ່ໄປ, ຕອນທ້າຍກອງປະຊຸມຍັງໄດ້ຄົ້ນຄົ້ວາຜ່ານລາຍຊື່ຜູ້ສະເໜີເລື່ອນຊັ້ນງວດ 6 ເດືອນທ້າຍປີ 2021 ອີກດ້ວຍ.
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກໍ່ໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກອົງການກົມໃຫຍ່ທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຊີ້ນໍາ-ນໍາພາສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ບົນຈິດໃຈທະລຸເຂົ້າໃນແຜນງານໃຫຍ່ທີ 3 ໃຫ້ມີທ່າກ້າວຂະຫຍາຍຕົວ, ເຊີດຊູນໍ້າໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜະລິດແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນ, ປັບປຸງກໍ່ສ້າງຄ້າຍຄູຕາມທິດມີແຜນການ ແລະ ແໜ້ນໜາຖາວອນ, ຄຸ້ມຄອງປົກປັກຮັກສາ ພື້ນຖານວັດຖຸຊັບສົມບັດຂອງກອງທັບໃຫ້ດີ, ບົນຈິດໃຈປະຢັດສັດທ່ຽງ, ເພີ່ງຕົນເອງ, ກຸ້ມຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກໍ່ສ້າງຖັນແຖວພະນັກງານສືບທອດປ່ຽນແທນ, ດ້ານວິຊາການໃຫ້ພຽງພໍຕາມຈໍານວນ, ຮັບປະກັນທາງດ້ານຄຸນນະພາບ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍຈາກການຈັດຕັ້ງຂັ້ນເທິງຢ່າງຈົບງາມຕະຫຼອດໄປ.
ໂດຍ: ຮອ ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ