ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ຜົນກອງປະຊຸມພົບປະ ລະຫວ່າງ ລັດຖະບານ ກັບທຸລະກິດ
ເວລາອອກຂ່າວ: 2021-12-17 17:32:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1918 | ຄວາມນິຍົມ:



ກອງປະຊຸມພົບປະ ລະຫວ່າງ ຄະນະລັດຖະບານ ກັບພາກທຸລະກິດ ໄດ້ດຳເນີນໃນວັນທີ 16-17 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ,​ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກ ລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ,​ ຕາງໜ້າຈາກພາກທຸລະກິດ, ​ຜູ້ປະກອບການ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ພ້ອມນີ້ ຍັງມີຕາງໜ້າຈາກບັນດາກຳມາທິການຂອງສະພາແຫ່ງຊາດ, ແນວລາວສ້າງຊາດ, ອົງການຈັດຕັ້ງຂອງພັກ, ອົງການຈັດມະຫາຊົນ, ອົງການກວດສອບແຫ່ງລັດ ແລະ ພາກທຸລະກິດ ຢູ່ບັນດາແຂວງຈຳນວນໜຶ່ງ ໄດ້ເຂົ້າຮ່ວມ ແລະ ຕິດຕາມ ຜ່ານລະບົບກອງປະຊຸມທາງໄກ. ຜ່ານການດຳເນີນກອງປະຊຸມ ກໍ່ຄືການຮັບຟັງການລາຍງານ, ປຶກສາຫາລື ແລະ ປະກອບແລກປ່ຽນຄຳເຫັນ ຕໍ່ 6 ຫົວຂໍ້ສຳຄັນ ຄື: ແຜນການປະຕິບັດງານຕົວຈິງ ກ່ຽວກັບການປັບປຸງການບໍລິການລົງທຶນປະຕູດຽວ ຕິດພັນກັບການແບ່ງ ຂັັ້ນຄຸ້ມຄອງ; ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ; ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພືີ່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ສົ່ງອອກ; ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການສົ່ງເສີມຊຸກຍູ້ໂຄງການທີີ່ຕິດພັນກັບຂົງເຂດການບໍລິການ ແລະ ການສ້າງລາຍຮັບ; ແຜນການຈັດຕັັ້ງປະຕິບັດຕົວຈິງ ໃນການສໍາຫຼວດທີີ່ດິນ ແລະ ການກໍານົດຂອບເຂດ ຢູ່ບັນດາແຂວງລຽບຕາມທາງລົດໄຟ ລາວ-ຈີນ ເພືີ່ອກໍານົດເປັນເຂດກະສິກໍາ, ເຂດອຸດສາຫະກໍາ ແລະ ເຂດການບໍລິການ ເພືີ່ອດຶງດູດການລົງທຶນ ເຂົ້າໃນເຂດດັ່ງກ່າວ; ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການພັດທະນາ, ຝຶກອົບຮົມສີມືແຮງງານ, ຈັດຫາວຽກເຮັດງານທໍາໃຫ້ບັນດາແຮງງານທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າ ກອງປະຊຸມ ໄດ້ດຳເນີນດ້ວຍບັນຍາກາດສ້າງສັນ, ປະກອບຄຳເຫັນກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ຊຶ່ງເຫັນໄດ້ດ້ານຕັ້ງໜ້າ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນການປັບປຸງແກ້ໄຂ ໂດຍສະເພາະ ແຜນປະຕິບັດງານຕົວຈິງຂອງແຕ່ລະຂະແໜງການ ຕ້ອງໄດ້ສືບຕໍ່ປັບປຸງຕື່ມ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ ທັງບໍ່ກ້າວກ່າຍ, ຊ້ຳຊ້ອນ ເຊິ່ງກັນ ແລະ ກັນ. ເພື່ອເປັນທິດທາງ ໃຫ້ແກ່ການສືບຕໍ່ຜັນຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ໃນການດຳເນີນທຸລະກິດ ທີ່ຄຸມເຄືອຫຼາຍປີຜ່ານມາ, ໃນໂອກາດກ່າວປິດກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາຂະແໜງການ ແລະ ພາກທຸລະກິດ ເອົາໃຈໃສ່ບາງດ້ານ ດ່ັງນີ້: ໃຫ້ແຕ່ລະຂະແໜງການ-ອົງການ ສືບຕໍ່ກວດການະໂຍບາຍ ກໍ່ຄືນິຕິກຳຕ່າງໆ ທີີ່ໄດ້ປະກາດໃຊ້ແລ້ວ, ຖ້າເຫັນວ່ານິຕິກຳໃດ ທີ່ຍັງບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນເງື່ອນໄຂໃໝ່ ຫຼື ນິຕິກຳໃດ ທີ່ບໍ່ທັນມີ ໃຫ້ຮີບຮ້ອນຄົ້ນຄວ້າ ແລະ ສ້າງໃໝ່ ບົນ​ຈິດ​ໃຈ​ໂປ່​ງ​ໃສ, ສະດວກ, ວ່ອງ​ໄວ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ. ໃຫ້ທຸກພາກສ່ວນປັບປຸງແຜນງານຈັດຕັັ້ງປະຕິບັດ ໃຫ້ມີເນື້ອໃນຄົບຖ້ວນ ເຊັ່ນ: ໂຄງການຈະຈັດຕັັ້ງຢູ່ບ່ອນໃດ, ເນື້ອທີີ່ເທົ່າໃດ, ມູນຄ່າການລົງທຶນເທົ່າໃດ, ພາກສ່ວນໃດຮັບຜິດຊອບ, ດ້ານເຕັກນິກການຜະລິດ, ການຈັດຕັັ້ງກຸ່ມການຜະລິດ, ແຫຼ່ງທຶນ, ມາດຖານ ແລະ ຄຸນນະພາບ ຂອງຜົນຜະລິດ ທີີ່ຈະສົ່ງອອກ ແລະ ອືີ່ນໆ ລວມທັງ ຂໍ້​ມູນ​​ສະຖິຕິ​ດ້ານ​ຕ່າງໆ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ເພືີ່ອເປັນຖານຂໍ້ມູນໃນການວາງແຜນໃນແຕ່ລະໄລຍະ ແລະ ເປັນບ່ອນອີງທີີ່ສໍາຄັນໃນການສົ່ງເສີມການລົງທຶນ ແລະ ການບໍລິການປະຕູດຽວ ໃຫ້ວ່ອງ​ໄວ​ຂຶ້ນ. ໃຫ້ທຸກພາກສ່ວນຂອງລັດ ປັບປຸງລະດັບຄວາມສາມາດ ໃນການປະຕິບັດໜ້າທີີ່ການເມືອງຂອງຕົນ ໃຫ້ສູງ​ຂຶ້ນ​ບໍ່​ຢຸດ​ຢັ້ງ, ເອົາໃຈໃສ່ປັບປຸງຄວາມເປັນເຈົ້າການ, ຄວາມຮັບຜິດຊອບ, ຄວາມສັດຊື່ ບໍລິສຸດ ແລະ ຈັນຍາບັນ ໃນການເຮັດວຽກຂອງການຈັດຕັັ້ງ ກໍ່ຄືບຸກຄົນ ດ້ວຍການປັບປຸງພາລະບົດບາດ-ໜ້າທີີ່, ການຈັດຝຶກອົບຮົມວິຊາສະເພາະ ເປັນແຕ່ລະໄລຍະ ແນໃສ່ເຮັດໃຫ້ການປະຕິບັດໜ້າທີີ່ຂອງ ແຕ່ພາກສ່ວນມີຄວາມສອດຄ່ອງ, ກົມກຽວກັນ. ພ້ອມດຽວກັນນັັ້ນ, ກໍ່ຕ້ອງປັບປຸງພື້ນຖານວັດຖຸເຕັກນິກຂອງຂະແໜງການຕົນ ໃຫ້ໄປຕາມທິດກະທັດຮັດ, ວ່ອງໄວ ແລະ ຫັນເປັນທັນສະໄໝ; ອັນສຳຄັນ ແມ່ນຫັນປ່ຽນຈິນຕະນາການຂອງພະນັກງານລັດ ຈາກ ຜູ້​ຄຸ້ມຄອງ ມາເປັນ ຜູ້​ບໍລິຫານ ຈັດການ ແລະ ບໍລິການ ເພືີ່ອອໍານວຍຄວາມສະດວກໃຫ້ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ແມ່ນຮຸ້ນສ່ວນທີ່ຕັດແຍກອອກຈາກກັນບໍ່ໄດ້, ເປັນຮຸ້ນສ່ວນທີ່ສຳຄັນຮ່ວມກັນໃນການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ກົນໄກການບໍລິຫານຂອງລັດເຮົາໃນໄລຍະຜ່ານມາ ແມ່ນຖືເອົາການຄວບຄຸມ ແລະ ຄຸ້ມຄອງ ເປັນຕົ້ນຕໍ ສະນັ້ນ ຕ້ອງໄດ້ແກ້ໄຂດ້ານກົນໄກ ແລະ ແກ້ໄຂດ້ານບຸກຄະລາກອນ ໄປພ້ອມກັນ. ລັດຖະບານ ຊຸດທີ IX ຕ້ອງກ້າຕັດສິນໃຈ ເດັດຂາດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພືີ່ອຜົນປະໂຫຍດລວມຂອງຊາດ ແລະ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມທີີ່ມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກທີີ່ກໍານົດ ໃຫ້ປະກົດຜົນເປັນຈິງ. ໃຫ້ບັນດາຂະແໜງການກ່ຽວຂ້ອງ ອໍານວຍຄວາມສະດວກ, ກໍານົດນະໂຍບາຍ ແລະ ມາດຕະການ ໃຫ້ເປັນຮູບປະທຳ ເພືີ່ອຊ່ວຍພາກທຸລະກິດໃນໄລຍະຟື້ນຟູເສດຖະກິດ ສາມາດຟື້ນຕົວ ແລະ ສືບຕໍ່ດຳເນີນທຸລະກິດ​ໄດ້ ໂດຍສະເພາະ ການເຂົ້າຫາແຫຼ່ງທຶນ ເພືີ່ອສົ່ງເສີມການຜະລິດ, ການບໍລິການ ແລະ ການອໍານວຍຄວາມສະດວກໃນການສົ່ງອອກສິນຄ້າ ໃຫ້ວ່ອງໄວ ແລະ ອືີ່ນໆ ເພືີ່ອຫັນຈາກການນໍາເຂົ້າສິນຄ້າ ມາເປັນການສົ່ງເສີມການຜະລິດ ແລະ ຊົມໃຊ້ພາຍໃນ ທົດແທນການນໍາເຂົ້າສິນຄ້າອຸປະໂພກ, ບໍລິໂພກ ລົງເທືີ່ອລະກ້າວ ກໍ່ຄືຫັນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ​້ກາຍເປັນໂອກາດ. ພ້ອມດຽວກັນນັັ້ນ, ກໍ່ຖືເອົາກາລະໂອກາດ ຈາກເງືີ່ອນໄຂດ້ານຕ່າງໆ ໃນການພັດທະນາໂຄງລ່າງພື້ນຖານ ໃນແລວ 3 ເສັັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ເພືີ່ອພັດທະນາການບໍລິການ, ການຂົນສົ່ງສິນຄ້າ, ການເຊືີ່ອມໂຍງ ແລະ ການທ່ອງທ່ຽວ ຂອງປະເທດເຮົາ. ສໍາລັບນັກທຸລະກິດ ແລະ ຜູ້ປະກອບການ ສະ​ເໜີສືບຕໍ່ຮັກສາມູນເຊື້ອອັນດີງາມຂອງ​ຕົນ ໃນການປະກອບ ສ່ວນຢ່າງຕັັ້ງໜ້າ ທາງດ້ານທຶນຮອນ ແລະ ສະຕິປັນຍາ ເພືີ່ອຊ່ວຍລັດຖະບານໃນການແກ້ໄຂບັນຫາລວມຂອງຊາດ. ພ້ອມທັງ ໃຫ້ທົບທວນຄືນຮູບແບບການດໍາເນີນທຸລະກິດ ທີ່ຈັດຕັັ້ງປະຕິບັດຜ່ານມາຂອງຕົນນັັ້ນ ແທດເໝາະກັບສະພາບການປ່ຽນແປງໃໝ່​, ແນວທາງ ນະໂຍບາຍຂອງລັດຖະບານ; ຕ້ອງໄດ້ຫັນປ່ຽນຈິນຕະນາການ, ແນວຄວາມຄິດ ເພືີ່ອໃຫ້ທັນກັບສະພາບໃນວິຖີຊີວິດໃໝ່, ພັດທະນາຕົນເອງໃຫ້ເປັນມືອາຊີບຫຼາຍຂຶ້ນ, ນໍາໃຊ້ເຕັກໂນໂລຢີທີີ່ທັນສະໄໝ ໃຫ້ແທດເໝາະກັບທຸລະກິດຂອງຕົນ, ສິ່ງສຳຄັນ ໃຫ້ຮ່ວມມືກັນ, ສາມັກຄີກັນພາຍໃນ, ບໍ່ຄັບແຄບ ບໍ່ອະຄະຕິ ຕໍ່ກັນ ແຕ່ແຂ່ງຂັນກັນ ເພືີ່ອສ້າງຜົນງານ, ປັບປຸງຄຸນນະພາບ ແລະ ປະສິດທິພາບໃຫ້ສູງຂຶ້ນ. ໃຫ້ບັນດາກະຊວງ, ຂະແໜງການທີີ່ກ່ຽວຂ້ອງຂັັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ພາກທຸລະກິດ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍ ຢູ່ກົມກອງ ແລະ ພາກສ່ວນຕົນ ດ້ວຍການຫັນເປັນແຜນປະຕິບັດຕົວຈິງ ຢ່າງລະອຽດ ທັງສືບຕໍ່ຮ່ວມມືກັນໃນການປະຕິບັດຕົວຈິງ ເພື່ອເຮັດໃຫ້ການແກ້ໄຂຄວາມຫຍຸ້ງຍາກທງດ້ານເສດຖະກິດ-ການເງິນ ໃຫ້ໄດ້ຮັບຜົນດີເປັນກ້າວໆ. ລັດຖະບານ ຈະຈັດສັນເວລາ ໃນຫຼາຍຮູບແບບ ເພື່ອໃຫ້ພາກທຸລະກິດໄດ້ມີໂອກາດພົບປະ, ລາຍງານ ແລະ ແລກປ່ຽນຄຳເຫັນ ຕໍ່ບັນຫາທີ່ພົ້ນເດັ່ນ ເພື່ອແກ້ໄຂໃຫ້ທັນເວລາ ລວມທັງຍາດແຍ່ງເວລາລົງເຄື່ອນໄຫວ, ຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຂອງພາກທຸລະກິດ ໃນຂອບເຂດທົ່ວປະເທດໃຫ້ຫຼາຍຂຶ້ນຕື່ມ. ພ້ອມນີ້, ກໍ່ມອບຄວາມເປັນເຈົ້າການໃຫ້ຂະແໜງການ ໃນການແກ້ໄຂບັນຫາຕົວຈິງ ຮ່ວມກັບພາກທຸລະກິດ. ​ໃນ​ຕອນ​ທ້າຍ, ທ່ານ​ ນາຍົກລັດຖະມົນຕີ ຮຽກຮ້ອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ທັງພາກລັດ ແລະ ພາກທຸລະກິດ ຈົ່ງສືບຕໍ່ສູ້ຊົນ, ພະຍາມ, ເສຍສະຫຼະ, ທຸມເທເຫືີ່ອແຮງ ແລະ ສະຕິປັນຍາ ເພືີ່ອພ້ອມກັນປະຕິບັດໜ້າທີີ່ການເມືອງທີີ່ພັກ, ລັດ ແລະ ສັງຄົມ ໄດ້ມອບໝາຍໃຫ້ ເພືີ່ອແກ້ໄຂບັນຫາຕ່າງໆ ແລະ ຂັບເຄືີ່ອນ ການພັດທະນາປະເທດພວກເຮົາໃຫ້ໄປຕາມທິດທາງ ແລະ ອຸດົມການຂອງພັກ ກໍ່ຄືຄວາມມຸ່ງຫວັງ ຂອງປະຊາຊົນລາວບັນດາເຜົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ