ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມແຜນທີ່ກອງທັບ ສ້າງກິດຈະກຳກັບຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ
ເວລາອອກຂ່າວ: 2019-01-17 09:31:43 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ເນື່ອງໃນໂອກາດກະກຽມ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບ ຄົບຮອບ 70 ປີ ກົມແຜນທີ່ ກົມໃຫຍ່ເສນາທິການກອງທັບ ສ້າງກິດຈະກຳມິດຕະພາບກັບ ຫ້ອງການຄະນະກຳມະການຊາຍ ແດນແຫ່ງຊາດກະຊວງການ ຕ່າງປະເທດ ຂຶ້ນໃນຕອນບ່າຍ ວັນທີ 11 ມັງກອນ 2019 ນີ້, ຢູ່ທີ່ເດີນກີລາຂອງກົມແຜນທີ່ ກອງທັບ ໃຫ້ກຽດເຂົ້າຮ່ວມ ແລະ ນຳທີມນັກກີລາໂດຍ ພັນເອກ ທອງຈັນ ວັນນະສີ ຫົວຫນ້າກົມ ແຜນທີ່ກົມໃຫຍ່ເສນາທິການກອງ ທັບ ແລະ ທ່ານ ແພງສະຫວັນ ແກ້ວປະເສີດ ຄະນະພັກກະຊວງ ການຕ່າງປະເທດ ຫົວຫນ້າຫ້ອງ ການຄະນະກຳມະການຊາຍແດນ ແຫ່ງຊາດ ກະຊວງການຕ່າງປະ ເທດ, ມີພະນັກງານ, ອົງການ ຈັດຕັ້ງມະຫາຊົນ ແລະ ນັກກີລາ ທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງໃນການຈັດກິດຈະ ກຳແຂ່ງຂັນກີລາມິດຕະພາບຄັ້ງ ນີ້ແມ່ນເພື່ອຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງໃນ ມໍ່ໆນີ້ໃຫ້ເຕັມໄປດ້ວຍບັນຍາກາດ ຄຶກຄື້ນມ່ວນຊື່ນ ເພື່ອເປັນການ ຮັດແຫນ້ນຄວາມສາມັກຄີ, ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ວຽກງານຕ່າງໆທີ່ມີການພົວພັນ ເຊິ່ງກັນ ແລະ ກັນໃຫ້ມີຄວາມ ແຫນ້ນແຟ້ນຍິ່ງໆຂຶ້ນ ທັງເປັນ ການສົ່ງເສີມສຸຂະພາບໃຫ້ແຂງ ແຮງ ພ້ອມກັນປະຕິບັດຫນ້າທີ່ ວຽກງານຂອງຊາດໃຫ້ມີຜົນສຳ ເລັດເປັນຢ່າງດີ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ