ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ມື້ນີ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 1,007 ກໍລະນີ
ເວລາອອກຂ່າວ: 2021-12-25 12:41:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5028 | ຄວາມນິຍົມ:



ວັນທີ 25 ທັນວາ ປີ 2021 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮັບຊາບ ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດວັນທີ 24 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 11,248 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,007 ຄົນ (ຕິດເຊື້ອພາຍໃນ ມີ 1,005 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,005 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້: 1.ນະຄອນຫຼວງ 500 ຄົນ, 2. ອຸດົມໄຊ 107 ຄົນ, 3. ຫຼວງພະບາງ 63 ຄົນ, 4. ບໍ່ແກ້ວ 57 ຄົນ, 5. ວຽງຈັນ 54 ຄົນ, 6. ຫຼວງນໍ້າທາ 46 ຄົນ, 7. ຜົ້ງສາລີ 28 ຄົນ, 8. ຊຽງຂວາງ 28 ຄົນ, 9 . ບໍລິຄໍາໄຊ 24 ຄົນ, 10. ໄຊສົມບູນ 24 ຄົນ, 11. ຄໍາມ່ວນ 21 ຄົນ, 12. ສະຫັວນນະເຂດ 13 ຄົນ, 13. ຈໍາປາສັກ 13 ຄົນ, 14. ຫົວພັນ 9 ຄົນ, 15. ເຊກອງ 6 ຄົນ, 16. ສາລະວັນ 5 ຄົນ, 17. ໄຊຍະບູລີ 4 ຄົນ, 18. ອັດຕະປື 3 ຄົນ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 105,380 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1,246 ຄົນ, ກໍາລັງປິ່ນປົວ 10,475 ຄົນ ແລະ ເສຍຊີວິດສະສົມທັງໝົດ 317 ຄົນ (ເສຍຊີວິດໃໝ່ 12 ຄົນ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ