ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງປັບປຸງ ເຂດອານຸສາວະລີຈາລຶກບຸນຄຸນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2021-12-27 09:11:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4390 | ຄວາມນິຍົມ: ![]()
ພິທີເຊັນຍາຮັບເໝົາກໍ່ສ້າງ ປັບປຸງຍົກລະດັບເຂດອານຸສາວະ ລີຈາລຶກບຸນຄຸນທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດຢູ່ລາວ ທີ່ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນ ທີ 21 ທັນວາ 2021, ຢູ່ທີ່ຫ້ອງ ປະຊຸມກອງບັນຊາການທະຫານ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສຸ ລິນພອນ ຄຳພະຈັນ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫົວພັນ, ມີສະຫາຍ ດາວ ວັນຕີ້ ຫົວໜ້າບໍລິສັດແທງກົງ ກໍ່ສ້າງ-ສ້ອມແປງເຄຫາສະຖານ ແລະ ຊົນລະປະທານຈຳກັດຜູ້ ດຽວ, ມີບັນດາສະຫາຍຄະນະຮັບ ຜິດຊອບ, ວິຊາການຈຳນວນໜຶ່ງ ເຂົ້າຮ່ວມ.
ໃນພິທີສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງຫົວພັນ ໄດ້ຜ່ານຂໍ້ຕົກ ລົງ ສະບັບເລກທີ 1506 ເຈົ້າ ແຂວງໆ ຫົວພັນ ລົງວັນທີ 20 ທັນ ວາ 2021 ວ່າດ້ວຍການອະນຸມັດ ໃຫ້ກອງບັນຊາການທະຫານ ແຂວງຫົວພັນ(ເຈົ້າຂອງໂຄງ ການ) ເຊັນສັນຍາກັບບໍລິສັດ ແທງກົງ ກໍ່ສ້າງສ້ອມແປງເຄຫາ ສະຖານ ແລະ ຊົນລະປະທານ ຈຳ ກັດຜູ້ດຽວ(ຜູ້ຮັບເໝົາກໍ່ສ້າງ) ໂຄງການກໍ່ສ້າງປັບປຸງຍົກລະດັບ ເຂດອານຸສາວະລີຈາລຶກບຸນຄຸນ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະຫຼະ ຊີວິດຢູ່ແຂວງຫົວພັນ ເຊິ່ງໂຄງ ການດັ່ງກ່າວໄດ້ຮັບການຊ່ວຍ ເຫຼືອຈາກແຂວງແທັງຮາວ ສສ ຫວຽດນາມ ໃນໄລຍະປີ 2021-2025 ລວມມູນຄ່າການກໍ່ສ້າງ ທັງໝົດ 6.070.590.000 ດົງ ຫຼື ເທົ່າກັບ 2.428.236.109 ກີບ ໂຄງການດັ່ງກ່າວຈະເລີ່ມ ລົງມືກໍ່ສ້າງນັບແຕ່ວັນທີ 20 ທັນວາ 2021 ເຖິງ ວັນທີ 20 ພຶດ ສະພາ 2023 ໃນໄລຍະ 18 ເດືອນ ໃຫ້ສຳເລັດ 100% ຕາມແຜນ ການທີ່ວາງໄວ້ໃນນີ້ຄະນະທັງ ສອງຝ່າຍຍັງໄດ້ພ້ອມກັນລົງນາມ ເຊັນບົດບັນທຶກສັນຍາຮັບເໝົາກໍ່ ສ້າງໂຄງການດັ່ງກ່າວ.
ໂດຍ: ນາງ ຄຳມະນີ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















