ກອງພັນໃຫຍ່ 584 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-18 08:51:50 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 560 | ຄວາມນິຍົມ:
ວັນທີ 17 ມັງກອນ 2019 ນີ້, ກອງພັນໃຫຍ່ 584 ໄດ້ຈັດຕັ້ງ ພິທີສະເຫຼິມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ຂຶ້ນຢ່າງຄຶກຄື້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຈັດຕະວາ ວົງສອນ
ອິນປານພິມ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ທ່ານ ອິນຕອງ ໂຄດ
ປັນຍາ ຮອງເຈົ້າເມືອງໆລ້ອງ
ແຈ້ງ, ມີຄະນະພັກ-ຄະນະບັນຊາ
ກົມຊ່າງແສງ, ກອງພັນໃຫຍ່ 584, ພະນັກງານ-ນັກຮົບ, ພະ
ນັກງານລັດຖະກອນ, ອໍານາດ
ການປົກຄອງບ້ານ, ປະຊາຊົນ
ບັນດາເຜົ່າ ຕະຫຼອດຮອດນ້ອງ
ນ້ອຍເຍົາວະຊົນ, ນັກຮຽນ-ນັກ
ສຶກສາທົ່ວເມືອງລ້ອງແຈ້ງເຂົ້າ ຮ່ວມເປັນຈຳນວນຫຼວງຫຼາຍ.
ພັນເອກ ບຸນຕາ ລິນນະວົງ
ຫົວໜ້າການເມືອງກອງພັນໃຫຍ່ 584 ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ, ມູນເຊື້ອແຫ່ງ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວລວມທັງຜົນງານ ແລະ ໄຊຊະ ນະທີ່ກອງທັບປະຊາຊົນລາວ ເຮົາຍາດມາໄດ້ຕະຫຼອດໄລຍະ 70 ປີ ຜ່ານມາ, ເຊິ່ງກອງທັບ ປະຊາຊົນລາວໄດ້ຮັບການສ້າງ ຕັ້ງຂຶ້ນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງ ຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານຜູ້ ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍ ກົງນັບແຕ່ກອງທັບໄດ້ຮັບການ ສ້າງຕັ້ງຂຶ້ນກໍໄດ້ແບກຫາບພາລະ ກຳອັນໜັກໜ່ວງດຳເນີນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງ ພົນທີ່ເໜືອກວ່າຢ່າງຂາດຂັ້ນ, ແຕ່ດ້ວຍນໍ້າໃຈຮັກຊາດນ້ຳໃຈ ເດັດດ່ຽວໜຽວແໜ້ນກອງທັບ ເຮົາຍິ່ງຕໍ່ສູ້ຍິ່ງເຕີບໃຫຍ່ເຂັ້ມແຂງ
ຍາດໄດ້ໄຊຊະນະເປັນກ້າວໆມາ ກ້າວຂຶ້ນສູ່ໄຊຊະນະອັນສົມບູນນຳເອົາຄວາມເປັນເອກະລາດ
ແຫ່ງຊາດ ແລະ ຄວາມມີອິດສະ ຫຼະພາບອັນແທ້ຈິງມາສູ່ປະຊາຊົນ
ລາວບັນດາເຜົ່າປົດປ່ອຍປະເທດ ຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975
ຢ່າງສະຫງ່າຜ່າເຜີຍ. ຈາກນັ້ນ ມາກອງທັບເຮົາກໍໄດ້ເຮັດໜ້າທີ່ ເປັນກຳລັງຫຼັກແຫຼ່ງໃນພາລະ ກິດປົກປັກຮັກສາປະເທດຊາດ ສາມາດຮັກສາໄດ້ເອກະລາດ, ອຳ ນາດອະທິປະໄຕຜືນແຜ່ນດິນອັນ ຄົບຖ້ວນຂອງຊາດໄວ້ໝັ້ນຄົງ, ສ້າງເງື່ອນໄຂໃຫ້ປະເທດຊາດ ໄດ້ມີການສ້າງສາພັດທະນາຮອບ
ດ້ານ, ຊີວິດການເປັນຢູ່ຂອງປະ ຊາຊົນລາວບັນດາເຜົ່າໄດ້ຮັບ ການປົວແປງນັບມື້ດີຂຶ້ນເປັນ ກ້າວໆ.
ໂອກາດອັນສະຫງ່າລາສີນີ້ ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກໍໄດ້ຕາງໜ້າໃຫ້ ຄະນະນໍາກະຊວງປ້ອງກັນປະ ເທດກ່າວຄຳເຫັນໃນພິທີໂດຍ
ເນັ້ນໜັກໃຫ້ພະນັກງານ-ນັກຮົບ ກໍາລັງປະກອບອາວຸດປະຊາຊົນ ຕ້ອງສືບຕໍ່ເຊື່ອມຊຶມ ແລະ ຈັດ ຕັ້ງປະຕິບັດແນວທາງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ
ຖືເອົາການສ້າງທ່າສະໜາມ ສົງຄາມປະຊາຊົນ 3 ຂັ້ນຕິດ
ພັນກັບການພັດທະນາເສດຖະ
ກິດ-ສັງຄົມ, ພັດທະນາຊົນນະ ບົດຮອບດ້ານຕາມທິດ 3 ສ້າງ ຂອງພັກ; ເດັດດ່ຽວຕີຕ້ານ ແລະ
ທັບມ້າງທຸກກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກຳລັງປໍລະ ປັກ, ກຽມພ້ອມໃນທຸກດ້ານ ເພື່ອ ສະກັດກັ້ນ ແລະ ທັບມ້າງທຸກກໍ ລະນີຈະເກີດຂຶ້ນໃຫ້ທັນການ ເຮັດໃຫ້ສະພາບທົ່ວປະເທດມີ ຄວາມສະຫງົບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ