ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ແຂວງຫຼວງນ້ຳທາສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-18 08:55:24 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 990 | ຄວາມນິຍົມ:



ພິທີໂຮມຊຸມນຸມໃຫຍ່ສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຢູ່ແຂວງຫຼວງນໍ້າທາໄດ້ຈັດຂຶ້ນ ໃນວັນທີ 15 ມັງກອນ 2019 ນີ້ ຢູ່ທີ່ສະໜາມກີລາຂອງແຂວງ ໂດຍການເປັນປະທານຂອງທ່ານ ເພັດຖາວອນ ພິລະວັນ ກໍາມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ເປັນ ກຽດເຂົ້າຮ່ວມຂອງທ່ານ ພົນຈັດ ຕະວາ ຄໍາພາ ສີພອນໄຊ ກໍາມະ ການຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ ເຕັກນິກກອງທັບ, ຕາງໜ້າຄະ ນະນຳກະຊວງປ້ອງກັນປະເທດ ມີທ່ານ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ກໍາມະການພັກແຂວງ ເລຂາພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫຼວງນໍ້າທາ, ມີຄະນະປະຈໍາ ພັກແຂວງ, ກໍາມະການພັກ ແຂວງ, ຄະນະນໍາກອງພົນທີ 3, ( ອ່ານຕໍ່ໜ້າ 7 ) ພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການທະຫານ-ປກສ ແຂວງ, ນ້ອງນ້ອຍເຍົາ ວະຊົນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວແຂວງຫຼວງນໍ້າທາເຂົ້າຮ່ວມຈຳນວນ ຫຼວງຫຼາຍ ທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເລຂາ ພັກແຂວງເຈົ້າແຂວງໆຫຼວງນໍ້າ ທາ ກໍໄດ້ຂຶ້ນປາໄສ ເພື່ອທົບທວນ ຫວນຄືນເຖິງປະຫວັດມູນເຊື້ອ, ຄວາມໝາຍຄວາມສຳຄັນຂອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ຢູ່ເຂດຕາແສງລາວຮຸ່ງ, ເມືອງ ຊຽງຄໍ້, ແຂວງຫົວພັນ. ນັບແຕ່ນັ້ນ ມາກອງທັບເຮົາໄດ້ເຄື່ອນໄຫວໂຄສະນາຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມການປະຕິ ວັດລາວ, ທັງປັບປຸງກໍ່ສ້າງກຳລັງ ທັງຕໍ່ສູ້ຕ້ານອິດທິກຳລັງປໍລະປັກ ຈັກກະພັດຕ່າງດ້າວທັງເກົ່າ ແລະ ໃໝ່ຢ່າງອົງອາດກ້າຫານຈົນສາ ມາດຍາດເອົາໄຊຊະນະອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດ ແລະ ສະຖາປະນາຂຶ້ນເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າ ເຜີຍໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາກອງທັບເຮົາກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງປັບປຸງກໍ່ສ້າງກຳລັງທັງເຝິກ ແອບຮໍ່າຮຽນການເມືອງ, ການ ທະຫານ, ວິຊາສະເພາະເຕັກນິກ, ທັງເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ປັບປຸງສະຖານທີ່ຄ້າຍ ຄູ, ສ້າງເສດຖະກິດເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ມີຄວາມກ້າວໜ້າໃຫ້ກາຍ ເປັນກອງທັບທີ່ມີແບບແຜນທັນ ສະໄໝ, ພາຍຫຼັງສໍາເລັດການ ປາໄສ ກໍໄດ້ມີການປະດັບຫຼຽນໄຊ ພິລາດອາດຫານ ແລະ ຫຼຽນໄຊ ແຮງງານໃຫ້ກົມກອງລວມໝູ່, ບຸກຄົນ ແລະ ບັນດາບໍລິລັດ, ລັດ ວິສາຫະກິດ ທີ່ໄດ້ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຈາກນັ້ນກໍໄດ້ຮັບຊົມການເດີນ ຂະບວນສວນສະໜາມຂອງກ້ອນ ກໍາລັງປ້ອງກັນຊາດ, ກຳລັງປ້ອງ ກັນຄວາມສະຫງົບ ແລະ ການ ສະແດງຂອງເຫຼົ່າຮົບສືບຂ່າວ- ຕີພິເສດທະຫານແຂວງ, ການ ແຂ່ງຂັນກີລາບານເຕະ ແລະ ໃນ ຕອນຄໍາກໍໄດ້ມີການສະແດງສິ ລະປະ-ວັນນະຄະດີ ແລະ ຈູດບັ້ງ ໄຟດອກ ເພື່ອສະເຫຼີມສະຫຼອງ ວັນສ້າງສ້າງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ເຊິ່ງເຕັມໄປ ດ້ວຍຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນຟົດຟື້ນກວ້າງ ຂວາງ. ຂ່າວຈາກແຂວງຫຼວງນໍ້າທາ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ເນື່ອງໃນ ໂອ ກາດແຂວງຫຼວງນໍ້າທາ ໄດ້ຈັດຕັ້ງ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກ ຮົບປະຕິວັດຜູ້ເສຍສະຫຼະຊີວິດ ເລືອດເນື້ອເຂົ້າໃນຂະບວນ ການຕໍ່ສູ້ກູ້ຊາດຍາດເອົາເອກະ ລາດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ ປວງຊົນລາວທັງຊາດນັ້ນ. ໃນ ວັນທີ 15 ມັງກອນ 2019 ນີ້, ການນຳຂອງແຂວງ ແລະ ສອງ ກອງບັນຊາການທະຫານ-ປກສ ແຂວງ ນໍາໂດຍທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຫຼວງນໍ້າທາ ແລະ ທ່ານ ພົນຈັດ ຕະວາ ຄໍາພາ ສີພອນໄຊ ກໍາມະ ການຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ ເຕັກນິກ ຕາງໜ້າຄະນະນຳກະ ຊວງປ້ອງກັນປະເທດໄດ້ເຂົ້າ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອະ ນຸສາວະລີຮູບຫຼໍ່ປະທານ ໄກສອນ ພົມວິຫານ ແລະ ວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ຂອງແຂວງ ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ