
ມອບ-ຮັບໂຄງການອາຄານ-ເດີນສວນສະໜາມ ແລະ ເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-18 08:57:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1486 | ຄວາມນິຍົມ:
ວັນທີ 16 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີພິທີ ມອບ-ຮັບໂຄງການອາຄານ-ເດີ່ນ
ສວນສະໜາມ ແລະ ມອບ- ຮັບ ອຸປະກອນເຄື່ອງຮັບໃຊ້ງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ລະຫວ່າງກະຊວງປ້ອງກັນ ປະເທດ ແລະ ບໍລິສັດ ໂນຣິນໂກ ແຫ່ງ ສປ ຈີນ ແລະ ບໍລິສັດ ເອ ເຊຍ ລົງທຶນ ແລະ ກໍ່ສ້າງຈຳກັດ ໂດຍການເຂົ້າຮ່ວມຂອງທ່ານ
ພົນເອກ ຈັນສະໝອນ ຈັນຍາລາດ
ກໍາມະການກົມການເມືອງສູນ ກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ
ມີບັນດາຄະນະນໍາກະຊວງ, ຄະ
ນະກົມໃຫຍ່, ປະທານບໍລິສັດ ແລະ
ພາກສ່ວນກ່ຽວຂ້ອງທັງສອງ
ຝ່າຍເຂົ້າຮ່ວມ.
ເພື່ອໃຫ້ທັນກັບງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ,
ບໍລິສັດ ເອເຊຍ ລົງທຶນ ແລະ ກໍ່
ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ
ອາຄານ ແລະ ເດີ່ນສວນສະໜາມ
ຢູ່ວິທະຍາຄານກົມມະດໍາ, ໂຄງ
ການດັ່ງກ່າວໄດ້ດໍາເນີນການກໍ່
ສ້າງດ້ວຍຄວາມເຄັ່ງຮ້ອນ ແລະ
ມີຄວາມຮັບຜິດຊອບສູງຂອງ
ທຸກພາກສ່ວນ, ມາຮອດປັດຈຸ
ບັນໄດ້ຮັບຜົນສໍາເລັດຢ່າງຈົບ
ງາມ ລວມມູນຄ່າທັງໝົດ 265.000 ໂດລາສະຫະລັດ, ກ່າວມອບໂຄງການດັ່ງກ່າວ ໂດຍ
ທ່ານ ພຶດສະພາ ພູມມະສັກ ປະ
ທານບໍລິສັດ ເອເຊຍ ລົງທຶນ ແລະ
ກໍ່ສ້າງຈໍາກັດ, ສ່ວນທ່ານ ວາງລິ
ຮອງປະທານ ບໍລິສັດ ໂນຣິນໂກ
ສປ ຈີນ ໄດ້ກ່າວມອບຂອງຂວັນ
ອຸປະຖໍາທີ່ເປັນອຸປະກອນເຄື່ອງ
ຮັບໃຊ້ໃນງານສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 70 ປີ. ລວມມູນຄ່າ
ທັງໝົດ 1.000.000 ໂດລາສະ
ຫະລັດ.
ໃນພິທີດັ່ງກ່າວ ທ່ານ ພົນຕີ
ພູວົງ ວົງພົມ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດໄດ້
ຂຶ້ນມີຄໍາເຫັນກ່າວຮັບໂຄງການ ອາຄານ-ເດີ່ນສວນສະໜາມ ແລະ ອຸປະກອນເຄື່ອງຮັບໃຊ້ໃນງານ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ.
ໂດຍ: ທອງເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ