ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການ ກມທ ແລະ ຫ້ອງການກົມໃຫຍ່ ປກສ ຖອດຖອນບົດຮຽນວຽກງານຮ່ວມກັນ
ເວລາອອກຂ່າວ: 2019-01-18 09:03:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ຫ້ອງການກົມໃຫຍ່ການ ເມືອງກອງທັບ ແລະ ຫ້ອງການ ກົມໃຫຍ່ການເມືອງປ້ອງກັນ ຄວາມສະຫງົບ ສະຫຼຸບຖອດ ຖອນວຽກງານຫ້ອງການດ້ານ ຕ່າງໆຮ່ວມກັນຢູ່ທີ່ຫ້ອງການກົມ ໃຫຍ່ການເມືອງກອງທັບ, ໃນ ວັນທີ 16 ມັງກອນ2019 ນີ້. ໂດຍມີ ພັນໂທ ວັນໄຊ ຄຳພາວົງ ຮອງຫົວໜ້າຫ້ອງການກົມໃຫຍ່ ການເມືອງກອງທັບ. ພັນໂທ ສີເພົ້າ ບຸນບາລິດ ຮອງຫົວໜ້າ ຫ້ອງການກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະເຂົ້າຮ່ວມ. ການສະຫຼຸບຖອດຖອນບົດ ຮຽນໃນຄັ້ງນີ້, ທັງສອງຝ່າຍກໍ ໄດ້ສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດການເຄື່ອນໄຫວຊີ້ນໍາ- ນໍາພາວຽກງານດ້ານຕ່າງໆຂອງ ຫ້ອງຂອງຕົນໃຫ້ກັນ ແລະ ກັນຮັບຊາບ. ຈາກນັ້ນ ບັນດາຫົວ ໜ້າພະແນກການທີ່ກ່ຽວຂ້ອງກໍ ໄດ້ປະກອບຄຳຄິດຄຳເຫັນແລະ ແລກປ່ຽນບົດຮຽນແຕ່ລະຂົງ ເຂດວຽກງານ ໂດຍໄດ້ລາຍງານ ສະພາບການ ແລະ ເຈາະຈິ້ມບັນ ຫາທີ່ສໍາຄັນຕໍ່ກັບການຈັດຕັ້ງ ປະຕິບັດວຽກງານຂອງແຕ່ລະ ພະແນກການ ແລະ ວິທີການແກ້ ໄຂບັນຫາປາກົດການຫຍໍ້ທໍ້ທີ່ ມີລັກສະນະແຕກຕ່າງກັນເພື່ອ ເປັນພື້ນຖານໃນການຈັດຕັ້ງຜັນ ຂະຫຍາຍ ແລະ ເສີມສ້າງຄວາມ ຮູ້ຄວາມສາມາດ ເຊິ່ງກັນແລະ ກັນ ແລະ ນຳໄປປັບປຸງກໍ່ສ້າງ ເຂົ້າໃນໜ້າທີ່ວຽກງານວິຊາສະ ເພາະຂອງຕົນໃຫ້ມີການປ່ຽນ ແປງທີ່ດີ ແລະ ມີທ່າກ້າວຂະຫຍາຍ ຕົວດີຂຶ້ນ, ເພື່ອຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ແລະ ຄວາມຈໍາເປັນອັນ ຮີບດ່ວນຂອງ ພັກ, ຂອງກອງທັບ ແລະ ຂອງ ກົມກອງໃນໄລະຍະໃຫມ່ເພື່ອ ພ້ອມກັນນໍາພາກົມກອງຂອງ ຕົນກ້າວເຂົ້າສູ້ລະບົບແບບແຜນ ແລະ ທັນສະໄຫມ. ພ້ອມດຽວກັນ ນັ້ນຫ້ອງການກົມໃຫຍ່ການເມືອງ ປກສ ກໍໄດ້ມອບກະຕ່າຂອງ ຂວັນອວຍພອນໄຊໃຫ້ແກ່ຫ້ອງ ການກົມໃຫຍ່ ກມທ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີນີ້. ໂອກາດດັ່ງກ່າວທັງສອງຝ່າຍ ຍັງໄດ້ສ້າງກິດຈະກຳຫຼິ້ນກີລາເປ ຕັງມິດຕະພາບຮ່ວມກັນຕື່ມອີກ. ໂດຍ: ນ. ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ