ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການບໍລິຫານ ກົມໃຫຍ່ເສນາທິການ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2021
ເວລາອອກຂ່າວ: 2022-01-14 08:56:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 888 | ຄວາມນິຍົມ:



ໃນວັນທີ 10 ມັງກອນ 2022, ຫ້ອງການບໍລິຫານ ກົມໃຫຍ່ເສນາ ທິການກອງທັບ ໄດ້ສະຫຼຸບຖອດ ຖອນບົດຮຽນວຽກງານຮອບ ດ້ານ ປະຈໍາປີ 2021 ແລະ ວາງ ທິດທາງແຜນການປີ 2022 ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ສີດາລໍ່ ຈົງເຕັງເຈ້ຍ ຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະ ນະບັນຊາ ພະແນກການ, ຂະແໜງ ການພ້ອມດ້ວຍພະນັກງານເຂົ້າ ຮ່ວມ. ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຕີລາຄາຄືນຜ່ານການ ເຄື່ອນໄຫວນໍາພາຂອງຄະນະພັກ ຮາກຖານຫ້ອງການບໍລິຫານຕະ ຫຼອດໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງ ຄະນະພັກກົມໃຫຍ່ເສນາທິການ ກອງທັບ, ຄະນະພັກ-ຄະນະບັນ ຊາຫ້ອງການບໍລິຫານ ໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນກົກ ສອດຫ້ອຍເຂົ້າໃນການຈັດຕັ້ງ ເຄື່ອນໄຫວທຸກຂົງເຂດວຽກງານ, ຖືເອົາ 5 ຫຼັກການ 3 ທິດນໍາຂອງ ພັກ ເປັນໄມ້ຫຼາວັດແທກຄຸນທາດ ການເມືອງຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ເຊື່ອມຊຶມ ກໍາແໜ້ນເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ແຕ່ລະໜ່ວຍພັກ, ຈຸພັກ ໄດ້ດໍາເນີນຊີວິດການເມືອງປະຈໍາ ເດືອນເປັນປົກກະຕິ, ປ້ອງກັນ ແຜນການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ຂອງ 3 ໜ່ວຍພັກ ປະຈໍາປີ 2020 ແລະ ໄດ້ຖືກຮັບຮອງຂັ້ນກົມໃຫຍ່ທັງ 3 ໜ່ວຍພັກ ດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ III ມີຜົນສໍາເລັດຕາມ ລະດັບຄາດໝາຍ, ວຽກງານປັບ ປຸງກໍ່ສ້າງພັກ ໄດ້ມີການຊັບຊ້ອນ ການຮ່ວມຊີວິດສະມາຊິກພັກຄືນ ໃໝ່ລະຫວ່າງໜ່ວຍພັກອຸປະ ໂພກ-ການເງິນ ແລະ ໜ່ວຍພັກກໍ່ ສ້າງຜະລິດ, ບົ່ງຕົວແຕ່ງຕັ້ງຄະ ນະພັກຮາກຖານທົດແທນ 1 ສະ ຫາຍ, ສາມາດຕີລາຄາແບ່ງຄຸນ ນະພາບສະມາຊິກພັກປະຈໍາປີ 2021 ປະເພດແຂງ 96,92%, ກາງ 3%; ວຽກງານປັບປຸງການ ຈັດຕັ້ງ ແລະ ພະນັກງານ ໄດ້ຮັບ ການແຕ່ງຕັ້ງນໍາພາ-ບັນຊາຂັ້ນ ພະແນກການ, ຂະແໜງການ 3 ຕໍາແໜ່ງງານ, ພະນັກງານສໍາ ເລັດການຮຽນເຊື່ອມຕໍ່ວຽກງານ ການເມືອງການປົກຄອງ 1 ສະ ຫາຍ ແລະ ບໍາລຸງອຸປະໂພກຊັ້ນຕົ້ນ 2 ສະຫາຍ, ສະເໜີເລື່ອນຊັ້ນ 10 ສະຫາຍ, ເຂົ້າບໍານານ 2 ສະ ຫາຍ, ວຽກງານພະລາທິການອົງ ການ-ກົມກອງ ສາມາດຕອບສະ ໜອງທາງດ້ານເຂົ້າກິນ, ລະບົບ ເງິນເດືອນ, ເຄື່ອງນຸ່ງຫົ່ມ, ນໍ້າມັນ ເຊື້ອໄຟຮັບປະກັນໃນການເບີກ ຈ່າຍຕາມແຜນງົບປະມານໄດ້ 100%; ດ້ານວຽກງານສຸຂະ ພາບ-ອະນາໄມ ໄດ້ກວດສຸຂະ ພາບພະນັກງານທົ່ວໄປ 367 ເທື່ອ ຄົນ, ວັດແທກອຸນຫະພູມປະຈໍາວັນ 108 ຄັ້ງ, ສົມທົບກັບພາກສ່ວນ ກ່ຽວຂ້ອງພົ່ນຢາຂ້າຍຸງລາຍ ແລະ ເຊື້ອພະຍາດ ໂຄວິດ-19 ຕາມ ຂອບເຂດອົງການກົມກອງຈໍາ ນວນ 8 ຄັ້ງ, ສົມທົບກັບສະຖາບັນ ກັນພະຍາດກອງທັບ ສັກວັກຊີນ ເຂັມ 2, ເຂັມ 3 ແລະ ສັກວັກຊີນ ປ້ອງກັນໄຂ້ຫວັດໃຫຍ່ສໍາເລັດ, ວຽກງານກໍ່ສ້າງເຄຫາສະຖານ- ຄຸ້ມຄອງຊັບສິນໄດ້ກວດກາລະ ບົບໄຟຟ້າ-ນໍ້າປະປາທົ່ວອົງການ ກົມໃຫຍ່ເສນາທິການກອງທັບ ເປັນປົກກະຕິ, ວຽກງານຄຸ້ມ ຄອງພາຫະນະ-ນໍ້າມັນເຊື້ອໄຟ ແມ່ນສາມາດຕອບສະໜອງໃຫ້ ຄະນະກົມໃຫຍ່, ບັນດາກົມ, ຫ້ອງ ການໄປວຽກງານທາງການ ແກ້ ໄຂສະພາບສຸກເສີນຕ່າງໆ ຕາມ ຄໍາສັ່ງຂອງຂັ້ນເທິງເປັນປົກກະ ຕິ, ການຄຸ້ມຄອງລະບົບບັນຊີ ແລະ ຂົນສົ່ງເຄື່ອນຍ້າຍນໍ້າມັນເຊື້ອໄຟແມ່ນມີຄວາມປອດໄພ 100%. ໂດຍ: ເກດຕະວັນ ໄຊຍະສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ