ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງຊຽງຂວາງຊີ້ນຳ ວຽກງານຢູ່ເມືອງພູກູດ
ເວລາອອກຂ່າວ: 2022-01-14 08:59:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 957 | ຄວາມນິຍົມ:



ເມືອງພູກູດ ໄດ້ຈັດກອງປະ ຊຸມເປີດກ້ວາງຄະນະບໍລິຫານ ງານພັກເມືອງ ໃນວັນທີ 6-7 ມັງ ກອນ 2022 ຢູ່ຫ້ອງວ່າການ ເມືອງພູກູດ ພາຍໃຕ້ການເປັນ ປະທານຂອງ ທ່ານ ບຸນຈັນ ສີວົງ ພັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຊຽງຂວາງ. ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງ ປະຕິບັດວຽກງານໝາກຜົນສຳ ເລັດ ແລະ ຄາດໝາຍສູ້ຊົນໃນຕໍ່ ໜ້າຈາກ ທ່ານ ຄຳພາ ພິລາວົງ, ເຈົ້າເມືອງໆພູກູດ. ໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ໄດ້ໂອ້ລົມຊີ້ນຳບາງວຽກ ງານໂດຍທ່ານໄດ້ເນັ້ນໜັກການ ເອົາໃຈໃສ່ວຽກງານທີ່ສຳຄັນ ແລະ ຮີບດ່ວນ, ວຽກງານສຶກ ສາອົບຮົມການເມືອງ-ແນວຄິດ, ຄຸນທາດການເມືອງ ແລະ ຄຸນ ສົມບັດສິນທຳປະຕິວັດຂອງພະ ນັກງານ-ສະມາຊິກພັກ, ມີຄວາມ ຮູ້, ທິດສະດີລັດທິມາກ-ເລນິນ ແລະ ແນວທາງນະໂຍບາຍຂອງ ພັກຢ່າງເລິກເຊິ່ງ, ມີຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານສູງ, ມີຄວາມເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ເຊື່ອໝັ້ນຕໍ່ກຳລັງແຮງ ແລະ ສະຕິປັນຍາຂອງປະຊາຊົນ, ຕ້ອງເປັນແບບຢ່າງນຳໜ້າ, ແບບ ແຜນວິທີເຮັດວຽກ ແລະ ວິທີນຳ ພາ, ເນັ້ນຄຸນນະພາບວຽກງານ ການຈັດຕັ້ງ, ກໍ່ສ້າງພັກ, ກໍ່ສ້າງ ພະນັກງານ, ຊຸກຍູ້ສົ່ງເສີມວຽກ ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ, ແກ້ໄຂຄວາມທຸກຍາກ, ມີຄວາມ ສາມັກຄີປອງດອງ, ສົ່ງເສີມການ ຜະລິດເປັນສິນຄ້າຖືສຳຄັນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ວຽກງານກວດ ກາພັກ-ລັດ, ດຳເນີນຊີວິດພັກ ຕ້ອງຄົບ 3 ລັກສະນະ ຄື: ລັກສະ ນະນຳພາ, ລັກສະນະຕໍ່ສູ້ ແລະ ລັກສະນະສຶກສາອົບຮົມ. ນອກນີ້, ທ່ານເຈົ້າແຂວງຍັງ ໄດ້ມອບຜ້າປິດ ປາກ-ດັງ ຈຳ ນວນ 3 ແກັດ ແລະ ເຈວລ້າງມື ຈຳນວນ 2 ແກັດ ໃຫ້ເມືອງໂອ ກາດທີ່ມາຢ້ຽມຢາມເມືອງພູກູດ ຄັ້ງນີ້ການນຳຂອງແຂວງ ແລະ ເມືອງກໍໄດ້ໄປຢ້ຽມຢາມສົ່ງເສີມ ສວນໝາກກ້ຽງທັງໝົດຂອງ ທ່ານ ມາຢ່າ ຢູ່ບ້ານຊາຍ ເມືອງພູ ກູດ ເຊິ່ງທ່ານໄດ້ລາຍງານວ່າ ເນື້ອທີ່ສວນໝາກກ້ຽງມີ 5 ເຮັກ ຕາ, ປີນີ້ເກັບຜົນຜະລິດແລ້ວ ສ່ວນໜຶ່ງ ຂາຍໄດ້ຈຳນວນ 100 ກວ່າລ້ານກີບ ຖ້າແມ່ຄ້າມາຊື້ ຢູ່ສວນຈຳນວນຫຼາຍແມ່ນກິໂລ ລະ 5.000 ກີບ, ຂາຍຍ່ອຍ ກິໂລ ລະ10.000 ກີບ. ນອກນີ້, ຍັງ ເກັບເງິນນຳຜູ້ທີ່ເຂົ້າຊົມກິນໝາກ ກ້ຽງຟີ ລາຄາ 10.000 ກີບ ຕໍ່ຄົນ ຕໍ່ມື້. ໝາກກ້ຽງອີກສ່ວນໜຶ່ງ ທີ່ຍັງບໍ່ໄດ້ເກັບກູ້ ເຊິ່ງຄາດວ່າ ຈະຂາຍໄດ້ 100 ກວ່າລ້ານກີບ ທ່ານເຈົ້າແຂວງໄດ້ກ່າວສະແດງ ຄວາມຊົມເຊີຍ ໃຫ້ຮັກສາມູນ ເຊື້ອຄວາມດຸໝັ່ນ, ແບ່ງປັນ ຄວາມຮູ້ໃຫ້ກັບສັງຄົມ ແລະ ແຂວງຈະຄົ້ນຄວ້າ ເພື່ອຊອກຫາ ຕະຫຼາດ ຫຼື ໂຮງງານ ເພື່ອຕອບ ສະໜອງໃຫ້ກັບຜູ້ຜະລິດ. ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ