ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງງອຍ ແຂວງຫຼວງພະບາງ ເປີດຊຸດອົບຮົມໃຫ້ກໍາລັງກອງຫຼອນ
ເວລາອອກຂ່າວ: 2022-01-14 09:14:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 782 | ຄວາມນິຍົມ:



ວັນທີ 11 ມັງກອນ 2022, ກອງບັນຊາການທະຫານເມືອງ ງອຍ ແຂວງຫຼວງພະບາງ ໄດ້ ເປີດຊຸດອົບຮົມ-ຫັດແອບການ ເມືອງ, ການທະຫານ ໃຫ້ກໍາລັງ ກອງຫຼອນ ກຸ່ມບ້ານເທສະບານ ເມືອງງອຍ, ຢູ່ທີ່ສະໂມສອນ ກອງບັນຊາການທະຫານເມືອງ ງອຍ. ໂດຍການເປັນປະທານຂອງ ທ່ານ ສົມສະນິດ ແກ່ນມະນີ ຫົວ ໜ້າ ຫ້ອງການຈັດຕັ້ງເມືອງ, ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານຄູ-ອາຈານ, ອໍານາດການ ປົກຄອງບ້ານອ້ອມຂ້າງ ແລະ ກໍາລັງກອງຫຼອນ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລີຍ ດວງພະຈັນ ຫົວໜ້າການທະ ຫານ ກອງບັນຊາການທະຫານ ເມືອງງອຍ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງໆງອຍ ວ່າ ດ້ວຍ ການອານຸມັດໃຫ້ກອງບັນ ຊາການທະຫານເມືອງງອຍ ເປີດບັ້ນເຝິກອົບຮົມການເມືອງ- ການທະຫານໃຫ້ແກ່ກອງຫຼອນ ກຸ່ມບ້ານເທສະບານເມືອງ ປະ ຈໍາປີ 2022. ທັງນີ້, ເພື່ອເປັນການ ປັບປຸງກໍາລັງປະກອບອາວຸດຢູ່ ຮາກຖານໃຫ້ເຂັ້ມແຂງ ໜັກແໜ້ນ, ຮູ້ສ້າງແຜນການສູ້ຮົບປ້ອງກັນ ບ້ານ, ມີຄວາມສາມາດປົກປັກ ຮັກສາທ້ອງຖິ່ນຂອງຕົນ, ມີພິກ ໄຫວຄ່ອງແຄ້ວໃນການນໍາໃຊ້ອາ ວຸດ-ຍຸດໂທປະກອນຂອງກອງ ທັບ, ຮູ້ຈັກຈໍາແນກມິດ ແລະ ສັດ ຕູຢ່າງຈະແຈ້ງ, ບັ້ນເຝິກອົບຮົມ ໃນຄັ້ງນີ້ມີນັກສຳມະນາກອນເຂົ້າ ຮ່ວມທັງໝົດ 32 ສະຫາຍ, ເຊິ່ງ ຈະໄດ້ຮຽນພາກການເມືອງກອງ ທັບ, ລະບຽບ, ສິລະປະຍຸດ, ຍຸດ ທະວິທີ ແລະ ພາກປະຕິບັດຍິງ ລູກປືນແທ້, ການອົບຮົມຈະໃຊ້ເວ ລາ 7 ວັນ ຈຶ່ງຈະສໍາເລັດ. ໂດຍ: ສົມນຶກ ພູພົມມະຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ