ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 502 ກອງພົນທີ 5 ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-01-14 09:16:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 942 | ຄວາມນິຍົມ:



ໃນວັນທີ 12 ມັງກອນ 2022 ນີ້, ກອງພັນໃຫຍ່502 ກອງພົນທີ 5 ໄດ້ຈັດຕັ້ງປາຖະກະ ຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງ ກອນ 2022 ), ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ລືໄຊ ສຸວັນນະສີ ຫົວໜ້າການເມືອງ ກອງພັນໃຫຍ່ 502, ມີ ຄະນະ ພັກ-ຄະນະບັນຊາ, 5 ພະແນກ ການ, ກົມກອງ ພ້ອມດ້ວຍພະນັກ ງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ລືໄຊ ສຸວັນ ນະສີ ໄດ້ກ່າວທົບທວນຫວນຄືນ ເຖິງມູນເຊື້ອວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 73 ປີ ຍົກໃຫ້ເຫັນການກໍາເນີດເຕີບ ໃຫຍ່ຂະຫຍາຍຕົວ ແລະ ບັນດາ ຜົນງານທີ່ພົ້ນເດັ່ນໃນການຕໍ່ສູ້ ໃນແຕ່ລະໄລຍະ ນັບແຕ່ປະກາດ ສ້າງຕັ້ງກອງທັບປະຊາຊົນລາວ ໃນວັນທີ 20 ມັງກອນ 1949 ເປັນຕົ້ນມາ, ກອງທັບໄດ້ມີການ ເຕີບໃຫຍ່ເຂັ້ມແຂງ ທັງປະເຊີນ ໜ້າກັບສັດຕູອັນຮ້າຍກາດທີ່ເຂົ້າ ມາຮຸກຮານ, ກອງທັບປະຊາຊົນ ລາວ ໄດ້ເດັດດ່ຽວໜຽວແໜ້ນ ມີ ຄວາມສາມັກຄີຕໍ່ສູ້ກັບສັດຕູຢ່າງ ເຂັ້ມແຂງ, ສູ້ຮົບມີໄຊ ຍິ່ງຕີຍິ່ງໄດ້ ຮັບໄຊຊະນະ, ຍິ່ງຕີ, ຍິ່ງເຕີບໃຫຍ່ ເຂັ້ມແຂງ ແລະ ນໍາເອົາໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ຈົນສາມາດປົດ ປ່ອຍປະເທດຊາດ ແລະ ສະຖາ ປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເຊິ່ງນໍາພາໂດຍປະທານ ໄກສອນ ພົມວິຫານ ເດັດດ່ຽວ ໜຽວແໜ້ນ ຜ່ານຜ່າອຸປະສັກສໍາ ເລັດໜ້າທີ່ຕີເອົາຊະນະສັດຕູທຸກ ໂຕ ສົມແລ້ວທີ່ເປັນກໍາລັງແກ່ນ ສານທີ່ເຂັ້ມແຂງຂອງການປະ ຕິວັດ ເປັນເຄື່ອງມືອັນແຫຼມຄົມ ແລະ ເປັນກອງທັບວິລະຊົນຂອງ ຊາດລາວ. ທັງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານແຕ່ລະຫົວໜ່ວຍ ກົມກອງ ທົ່ວກອງພັນໃຫຍ່ 502 ໄດ້ຮັບຮູ້ ແລະ ເຊື່ອມຊຶມເຂົ້າໃຈ ເຖິງບັນຫາເຫດການ, ການເຄື່ອນ ໄຫວໃນແຕ່ລະໄລຍະບົນເສັ້ນ ທາງປະຕິວັດອັນລະອິດລະອ້ຽວ, ເສຍສະຫຼະຊີວິດເລືອດເນື້ອ ເພື່ອ ການປະຕິວັດ ພະນັກງານ-ນັກຮົບ ໄດ້ຖືເອົາແບບແຜນຄຸນງາມ ຄວາມດີ, ຄວາມອົງອາດກ້າຫານ ຂອງພະນັກງານປະຕິວັດອາວຸໂສຮຸ່ນກ່ອນ ມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ຂອງກົມກອງ ໃຫ້ໄດ້ຮັບປະສິດທິພາບສູງ. ໂດຍ : ສົມພອນໄຊ ພັນທ້າວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ