ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄົບຄະນະກຳມະທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ປະຈຳປີ 2021
ເວລາອອກຂ່າວ: 2022-01-17 10:38:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ກອງປະຊຸມຄົບຄະນະກຳມະ ທິການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສະພາ ແຫ່ງຊາດ ຊຸດທີ IX ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໄດ້ ຈັດຂຶ້ນໃນວັນທີ 14 ມັງກອນ 2022 ນີ້, ຢູ່ທີ່ຫໍປະຊຸມສະພາ ແຫ່ງຊາດ ໂດຍການ ເປັນປະທານ ຂອງ ສະຫາຍ ພົນຕີ ວົງສັກ ພັນ ທະວົງ ກຳມະການຄະນະປະຈຳ ສະພາແຫງຊາດ, ປະທານກຳມະ ທິການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາ ມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດຜູ້ຊີ້ນຳກຳມາທິການ ປກຊ-ປກສ, ມີບັນດາ ທ່ານແຂກ, ສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງທີ່ ເປັນກຳມະການຂອງກຳມາທິ ການ ປກຊ-ປກສ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນ ຈັດຕະວາ ມາລາ ວິລະຈິດ ຮອງ ປະທານກໍາມະທິການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ສະຫຼຸບຕີລາຄາສະພາບການ ເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານດ້ານຕ່າໆ ຕາມພາລະບົດ ບາດໄດ້ເປັນຢ່າງດີ, ມີຜົນສຳເລັດ ຫຼາຍດ້ານ ເປັນຕົ້ນແມ່ນວຽກ ງານສຶກສາອົບຮົມການເມືອງ-ແນວຄິດຄະນະປະທານກຳມາທິ ການ ແລະ ກໍາມະການຂອງກໍາມາ ທິການປະຈຳຢູ່ເຂດເລືອກຕັ້ງ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ກໍຄືລັດຖະກອນທີ່ຢູ່ໃນ ການຄຸ້ມຄອງດ້ວຍຫຼາຍວິທີການ ແລະ ຫຼາຍຮູບການຢ່າງກວ້າງ ຂວາງ, ທົ່ວເຖິງ ເຮັດໃຫ້ພະນັກ ງານ-ນັກຮົບ, ລັດຖະກອນມີຄຸນ ທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທໍາປະຕິວັດ, ມີສະ ຕິລະວັງຕົວຕໍ່ກົນອຸບາຍມ້າງເພ ທໍາລາຍຂອງກຸ່ມຄົນບໍ່ດີ, ມີນໍ້າໃຈ ຮັກຊາດ, ເສຍສະຫຼະ, ເຊື່ອໝັ້ນ ຕໍ່ການນໍາຂອງພັກ-ລັດ, ມີຄວາມ ສາມັກຄີເປັນປຶກແຜ່ນ, ເອື້ອເພື້ອ ເພື່ອແຜ່ເຊິ່ງກັນ ແລະ ກັນ, ມີ ຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມຕັດສິນໃຈສູງໃນການ ຜ່ານຜ່າຄວາມຫຍຸ້ງຍາກໃນການ ດຳລົງຊີວິດແບບໃໝ່ ກໍຄືການປະ ຕິບັດໜ້າທີ່ວຽກງານໃນສະພາບ ການທີ່ມີການແຜ່ລະບາດຂອງພະ ຍາດໂຄວິດ-19 ໄດ້ເປັນຢ່າງດີ. ດ້ານວຽກງານວິຊາສະເພາະກໍ ໄດ້ເອົາໃຈໃສ່ປະກອບສ່ວນຢ່າງ ຕັ້ງໜ້າໃນການຈັດຕັ້ງຜັນຂະ ຫຍາຍແຜນການສ້າງ ແລະ ປັບ ປຸງກົດໝາຍ, ການຕົກລົງບັນຫາ ສໍາຄັນພື້ນຖານຂອງປະເທດ ຊາດ, ການປະຕິບັດພາລະບົດ ບາດຕິດຕາມກວດກາໃນຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຕາມທີ່ກົດໝາຍກຳນົດ, ການສ້າງຄວາມເຂັ້ມແຂງໃຫ້ ກຳມາທິການ, ວຽກງານການ ຕ່າງປະເທດ ແລະ ການເຄື່ອນ ໄຫວວຽກງານປິ່ນອ້ອມອື່ນໆ ກໍມີ ຜົນສໍາເລັດຢ່າງໜ້າເພິ່ງພໍໃຈ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ຕ້ອງພ້ອມກັນຕີລາ ຄາ ແລະ ຄົ້ນຄວ້າປະກອບຄຳເຫັນ ໃສ່ບັນດາເອກະສານບົດສະຫຼຸບ, ຕີລາຄາການເຄື່ອນໄຫວວຽກ ງານປະຈໍາປີ 2021 ແລະ ທິດ ທາງແຜນການເຄື່ອນໄຫວວຽກ ງານປະຈຳປີ 2022 ຂອງກໍາ ມາທິການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ; ພ້ອມທັງ ແຜນການກໍານົດຫົວຂໍ້ຕິດຕາມ ກວດກາໃນຂົງເຂດ ປກຊ-ປກສ, ນັກຮົບເກົ່າ ປະຈຳປີ 2022; ຮັບຟັງການລາຍງານສະພາບ ການພົ້ນເດັ່ນ ຕິດພັນກັບການ ເຄື່ອນໄຫວປົກປັກຮັກສາສະຖຽນ ລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນໃນປີ 2021 ຜ່ານມາ ຂອງກະຊວງ ປ້ອງກັນປະເທດ; ຮັບຟັງການ ລາຍງານສະພາບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາ ເສບຕິດຂອງກະຊວງປ້ອງກັນ ຄວາມສະຫງົບເພື່ອຄວາມເປັນ ເອກະພາບ ແລະ ສ້າງເປັນມະຕິ ຂອງກອງປະຊຸມຄົບຄະນະປະ ຈຳປີ 2021 ແລະ ພ້ອມກັນຮັບ ຮອງເອົາຢ່າງເປັນເອກະສັນ. ໂອກາດດັ່ງກ່າວ ສະຫາຍ ພົນ ໂທ ສຸວອນ ເລືອງບຸນມີ ກໍໄດ້ມີ ຄຳເຫັນໂອ້ລົງຫຼາຍບັນຫາທີ່ສຳ ຄັນ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນໃຫ້ສູງຂຶ້ນຕື່ມ, ສ້າງການຫັນປ່ຽນຢ່າງແຂງ ແຮງເລິກເຊິ່ງຕາມທິດທາງແຜນ ການວຽກງານຈຸດສຸມຂອງພວກ ສະຫາຍທີ່ກຳນົດໄວ້ໃນປີ 2022 ແລະ ຊຸມປີຕໍ່ໄປ. ໃນນັ້ນການເພີ່ມ ທະວີ, ຍົກສູງພາລະບົດບາດໃນ ການຕິດຕາມກວດກາ, ຊຸກຍູ້ການ ຈັດຕັ້ງເຜີຍແຜ່, ແນະນຳການເຄົາ ລົບປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ນັບທັງການປະຕິບັດໜ້າທີ່ການ ເມືອງຂອງກຳລັງປະກອບອາ ວຸດ, ສະມາຊິກສະຫະພັນນັກຮົບ ເກົ່າ ແລະ ພາກສ່ວນອື່ນໆ ທີ່ມີ ການພົວພັນ ແມ່ນມີຄວາມໝາຍ ສໍາຄັນຕັດສິນຜົນໄດ້ຜົນເສຍໃນ ພາລະກິດປົກປັກຮັກສາອຳນາດ ອະທິປະໄຕຂອງຊາດ, ປົກປັກ ຮັກສາລະບອບໃໝ່ ໃຫ້ໝັ້ນຄົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ