ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ເຜີຍແຜ່ເຊຶ່ອມຊຶມເອກະສານວຽກງານກວດກາ ແລະ ວຽກງານປ້ອງກັນພາຍໃນ
ເວລາອອກຂ່າວ: 2022-01-17 10:55:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 766 | ຄວາມນິຍົມ:



ວັນທີ 13 ມັງກອນ 2022 ນີ້, ສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບ ກອງທັບໄດ້ຈັດຕັ້ງເຜີຍແຜ່ເຊຶ່ອມ ຊຶມເອກະສານວຽກງານກວດກາ ແລະ ວຽກງານປ້ອງກັນພາຍໃນ ຄັ້ງທີ 2. ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ໂພສະເດັດ ເສນາມຸນຕີ ຫົວໜ້າການເມືອງ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີບັນດາຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບພາຍໃນ ກົມກອງເຂົ້າຮ່ວມ. ສໍາລັບເນື້ອໃນເອກະສານທີ່ ນໍາມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃນຄັ້ງນີ້ ປະກອບມີ: ແຈ້ງການ ຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍ ການຮັບ ຮອງເອົາບົດສະຫຼຸບການເຄື່ອນ ໄຫວວຽກງານຂອງອົງການ ກວດສອບແຫ່ງລັດ ປະຈໍາ ປີ 2020 ແລະ ທິດທາງແຜນການ ປີ 2021, ແຈ້ງການຂອງອົງຄະ ນະກະຊວງປ້ອງກັນປະເທດເຖິງ ຄະນະພັກ-ຄະນະບັນຊາບັນດາ ກໍາລັງຫຼວງ ແລະ ກໍາລັງທ້ອງ ຖິ່ນໃນທົ່ວກອງທັບກ່ຽວກັບການ ແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ ພະນັກງານກວດກາໃນຖັນແຖວ ກອງທັບ, ມະຕິຂອງກອງປະ ຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດສະຫຼຸບ ການເຄຶ່ອນໄຫວວຽກງານຂອງ ອົງການກວດສອບແຫ່ງລັດປະ ຈໍາປີ 2020 ແລະ ທິດທາງແຜນ ການເຄຶ່ອນໄຫວວຽກງານປະ ຈໍາປີ 2021, ຄໍາສັ່ງ ຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ເພີ່ມທະວີວຽກງານປ້ອງກັນພາຍ ໃນໃນໄລຍະໃໝ່. ການຈັດຕັ້ງເຜີຍແຜ່ເຊື່ອມ ຊຶມບັນດາເນື້ອໃນເອກະສານ ດັ່ງກ່າວເພື່ອແນໃສ່ເຮັດໃຫ້ບັນ ດາຜູ້ເຂົ້າຮ່ວມໄດ້ເຊຶ່ອມຊຶມ ແລະ ກໍາແໜ້ນຕໍ່ທິດທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ, ທັງເປັນການສຶກສາອົບຮົມການ ເມືອງ-ແນວຄິດ ເຮັດໃຫ້ບັນດາ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບພາຍໃນກົມກອງ ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ບັນດາ ເນື້ອໃນຈິດໃຈຂອງພັກ-ລັດທີ່ໄດ້ ກໍານົດໄວ້, ພ້ອມກັນນໍາໄປຈັດຕັ້ງ ຜັນຂະຫຍາຍໃຫ້ເກີດດອກອອກ ຜົນຕົວຈິງ, ບົນພື້ນຖານເປັນ ການປັບປຸງ, ຍົກສູງທັດສະນະ ຫຼັກໝັ້ນຄຸນທາດການເມືອງຂອງ ພະນັກງານ-ນັກຮົບ, ກໍາແໜ້ນ ບັນດາມະຕິຕົກລົງ, ລະບຽບຫຼັກ ການນໍາພາຂອງພັກ, ກົດໝາຍ ຂອງລັດ, ຍົກສູງສະຕິຄວາມຮັບ ຜິດຊອບຕໍ່ການຈັດຕັ້ງຂັ້ນເທິງ ກໍຄືກົມກອງວາງອອກຢ່າງເຂັ້ມ ງວດ, ເຂົ້າໃຈແຈ້ງເຖິງກົນອຸບາຍ ຫັນປ່ຽນໂດຍສັນຕິ ຂອງສັດຕູ, ຕີຖອຍບັນຫາປະກົດການຫຍໍ້ທໍ້ ຕ່າງໆທີ່ບໍ່ສອດຄ່ອງກັບລະບຽບ ກົດໝາຍບ້ານເມືອງໃຫ້ຫຼຸດໜ້ອຍ ຖອຍລົງ. ໂດຍ: ອ້ອຍພັນ ແພງບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ