ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 502 ເປີດຂະບວນການແຂ່ງຂັນ ສິລະປະ-ວັນນະຄະດີສະໝັກຫຼິ້ນ ຄັ້ງທີ VII
ເວລາອອກຂ່າວ: 2022-01-18 08:51:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ:



ໃນວັນທີ 13 ມັງກອນ 2022, ກອງພັນໃຫຍ່ 502 ກອງພົນທີ 5 ໄດ້ເປີດຂະບວນການແຂ່ງຂັນສິ ລະປະ-ວັນນະຄະດີສະໝັກຫຼິ້ນ ຄັ້ງທີ VII ປະຈໍາປີ 2022, ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ໄຊສົມພອນ ດວງຈັນທາ ຫົວໜ້າການທະຫານ ກອງພັນ ໃຫຍ່ 502, ມີ ຄະນະພັກ-ຄະນະ ບັນຊາ ພະແນກການ, ກົມກອງພະ ນັກງານ-ນັກຮົບ ພ້ອມດ້ວຍພໍ່ແມ່ ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ. ສະຫາຍ ພັນໂທ ໄຊສົມພອນ ດວງຈັນທາ ຫົວໜ້າການທະຫານ ກອງພັນໃຫຍ່ 502 ໄດ້ກ່າວເປີດ ງານແຂ່ງຂັນສິລະປະ-ວັນນະຄະ ດີສະໝັກຫຼິ້ນ ຄັ້ງທີ VII ປະຈໍາ ປີ 2022. ລາຍການທີ່ນໍາມາແຂ່ງ ຂັນຄັ້ງນີ້, ມີບົດເພງ ແລະ ບົດ ລໍາ ເຊິ່ງລ້ວນແລ້ວແຕ່ສ່ອງແສງ ເຖິງການຕໍ່ສູ້ຂອງກອງທັບປະ ຊາຊົນລາວ ແລະ ປະຊາຊົນບັນ ດາເຜົ່າ ເຊັ່ນ: ເພງປະຕິບັດວັດ, ລູກທົ່ງບ້ານນາ ແລະ ລໍາທ້ອງຖິ່ນ ຈໍານວນໜຶ່ງ ລວມມີ 16 ລາຍ ການ, ຜ່ານການແຂ່ງຂັນສາ ມາດຄັດເລືອກປະເພດ ເພງດ່ຽວ ອັນດັບທີ 1 ໄດ້ແກ່ ສະຫາຍ ສິບໂທ ສາຍເງິນ ໄຊຍະລາດ ຈາກກອງພັນ12; ທີ 2 ສະ ຫາຍ ຊັ້ນໜຶ່ງ ສຸກກີ້ ສີຊາຊົນ ຈາກພະແນກການເມືອງ ແລະ ສະຫາຍ ສິບໂທ ແສງ ຄໍາວຽນ ດອນ ຈາກກອງຮ້ອຍຊ່າງແສງ; ທີ 3 ສະຫາຍ ຮ້ອຍຕີ ນາງ ຕິ໋ມຕະ ນາ ທອງຄໍາ ຈາກໂຮງໝໍ 20 ຕຽງ; ປະເພດລໍາເພີນ-ລໍາເດີນ ອັນດັບທີ 1 ສະຫາຍ ສິບໂທ ພຸດ ແກ້ວ ວົງວິຈິດ ຈາກກອງພັນ 11; ທີ 2 ສະຫາຍ ສິບໂທ ອໍາພອນ ແສນວິໄລ ຈາກກອງພັນ 18; ທີ 3 ສະຫາຍ ສິບເອກ ຮໍາ ແສນ ໂຄດ ຈາກກອງພັນ 11. ທັງນີ້, ເພື່ອເປັນການສ້າງຂະ ບວນການສ້າງຜົນງານຂໍ່ານັບ ຮັບຕ້ອນວັນປະຫວັດສາດສໍາຄັນ ຂອງຊາດ, ຂອງພັກ, ຂອງກອງ ທັບ ໂດຍສະເພາະແມ່ນຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ , ວັນສ້າງຕັ້ງກອງພົນທີ 5 ຄົບ ຮອບ 40 ປີ ໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ ແລະ ເຕັມໄປ ດ້ວຍຄວາມໝາຍຄວາມສໍາຄັນ ເລິກເຊິ່ງ. ທັງເປັນການຄັດເລືອກ ເອົານັກຮ້ອງສຽງດີເປັນຕົວແທນ ຂອງກອງພັນໃຫຍ່ 502 ເຂົ້າ ຮ່ວມງານແຂ່ງຂັນສິລະປະ-ວັນ ນະຄະດີ ທີ່ກອງພົນທີ 5 ຈະຈັດ ຂຶ້ນໃນມໍ່ໆນີ້. ໂດຍ: ສົມພອນໄຊ ພັນທ້າວ ພາບ: ພອນມີໄຊ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ