ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງ ສາລະວັນ ຄັດເລືອກທະຫານໃໝ່
ເວລາອອກຂ່າວ: 2022-01-18 08:52:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 598 | ຄວາມນິຍົມ:



ໃນວັນທີ 13 ມັງກອນ 2022, ກອງບັນຊາການທະຫານ ແຂວງສາລະວັນ ໄດ້ຈັດຕັ້ງກວດ ກາຄັດເລືອກເອົາທະຫານໃໝ່ ປະຈຳປີ 2021, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄຳພຽນ ຈິດຕະສຸບັນດິດ ຮອງ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສ ນາທິການກອງທັບ, ມີສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງສາລະວັນ, ມີພະແນກກຳລັງພົນ, ພະແນກ ກວດກາ, ພະແນກປ້ອງກັນພາຍ ໃນ, ພະແນກເສນາຮັກ ແລະ ພະ ນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ທີ່ສະໝັກໃຈເຂົ້າເປັນ ທະຫານໃໝ່ ເຂົ້າຮ່ວມ. ການກວດກາຄັດເລືອກເອົາທະ ຫານໃໝ່ໃນຄັ້ງນີ້, ໄດ້ກວດກາ ທາງດ້ານມາດຖານເງື່ອນໄຂຜູ້ທີ່ ຈະສະໝັກເຂົ້າເປັນທະຫານໃໝ່ ຕ້ອງເປັນຄົນລາວ, ສັນຊາດລາວ ມີອາຍຸ 18-30 ປີ, ການສຶກສາ ຕ້ອງຈົບມັດທະຍົມຕອນປາຍຂຶ້ນ ໄປ, ຖ້າຈົບວິຊາສະເພາະຕ້ອງ ແມ່ນວິຊາສະເພາະທີ່ກອງທັບ ຕ້ອງການເຊັ່ນ: ປຸງແຕ່ງ, ກະສິ ກໍາ, ວິໄຈເຄມີ, ແພດ, ເຕັກນິກ ກົນຈັກ ແລະ ເຄຫາ, ຄະແນນ ເສັງຈົບຕ້ອງແມ່ນເກດ A, ເກດ B ແລະ ຖ້າເປັນຕົວເລກແມ່ນ ຄະແນນ 8 ຂຶ້ນໄປ ຈຶ່ງພິຈາລະນາ, ດ້ານສຸຂະພາບຕ້ອງແຂງແຮງດີ, ບໍ່ສັກລາຍ, ບໍ່ບ່ອງຫູ, ເພດຍິງ ບໍ່ບ່ອງຫຼາຍຮູ, ບໍ່ບ່ອງດັງ ແລະ ເຮັດສັນຍາກຳຕ່າງໆ, ລວງສູງ ເພດຊາຍ 1,60 ແມັດຂຶ້ນໄປ, ນ້ຳ ໜັກ 60 ກິໂລກຣາມ, ເພດຍິງລວງ ສູງ 1,55 ແມັດ, ນໍ້າໜັກບໍ່ຫຼຸດ 50 ກິໂລກຣາມ, ນໍ້າໜັກບໍ່ໃຫ້ຫຼຸດ ຫຼື ເກີນ ບວກ-ລົບ 10 ກິໂລກຣາມ ສອງຕົວເລກທ້າຍຂອງລວງສູງ, ຜູ້ກ່ຽວມີຄວາມເປັນເພດຈະແຈ້ງ ຊາຍແທ້ ຍິງແທ້, ຍົກເວັ້ນເຂົ້າສັງ ກັດຂະແໜງສິລະປະ ແລະ ກີລາ ທີ່ເປັນອາຊີບ, ປະຫວັດຕ້ອງຈະ ແຈ້ງ, ຕ້ອງເປັນຊາຍໂສດ, ຍິງ ໂສດ, ບໍ່ເຄີຍເປັນທະຫານ ຫຼື ຕຳ ຫຼວດມາກ່ອນ ແລະ ຕ້ອງປະຕິບັດ ຕາມການສັບຊ້ອນຂອງການຈັດ ຕັ້ງ. ການກວດກາທະຫານໃໝ່ໃນ ຄັ້ງນີ້, ຂັ້ນຕອນທີ 1 ຈະໄດ້ກວດ ທາງດ້ານປະຫວັດ, ສຸຂະພາບ, ນໍ້າໜັກ, ລວງສູງ, ກວດນໍ້າປັດ ສະວະ, ກວດຮ່າງກາຍ ແລະ ສໍາ ພາດ. ໃນປີ 2021 ນີ້, ມີຜູ້ທີ່ສະ ໝັກເຂົ້າທະຫານໃໝ່ ຈໍານວນ 163 ຄົນ, ຍິງ 8 ຄົນ. ຕະຫຼອດ ໄລຍະການຈັດຕັ້ງປະຕິບັດກວດ ກາທະຫານໃໝ່ ໄດ້ປະຕິບັດຕາມ ມາດຕະການເຂັ້ມງວດໃນການ ຕ້ານ ແລະ ສະກັດກັ້ນປ້ອງກັນ ການລະບາດຂອງພະຍາດ ໂຄ ວິດ-19 ທີ່ຄະນະສະເພາະກິດໄດ້ ກຳນົດຢ່າງເຂັ້ມງວດ, ເວັ້ນໄລຍະ ຫ່າງໃນການກວດເພື່ອຮັບປະ ກັນບໍ່ໃຫ້ມີບັນຫາເກີດຂຶ້ນ. ໂດຍ: ຖາວອນ ສຸວັນນະພິມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ