ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປີ 2022 ປະລິມານການສົ່ງອອກກາເຟລາວ ຈະຫຼຸດລົງເຫຼືອ 20 ພັນໂຕນ
ເວລາອອກຂ່າວ: 2022-01-18 09:00:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ທ່ານ ສີສະໜຸກ ສີສົມບັດ ປະທານທີ່ປຶກສາສະມາຄົມກາ ເຟລາວ ໄດ້ໃຫ້ຮູ້ວ່າ: ໃນປີ 2021 ທີ່ຜ່ານມາ, ການສົ່ງອອກ ກາເຟລາວ ແມ່ນ 30 ພັນໂຕນ ແລະ ໃນປີ 2022 ປະລິມານ ການສົ່ງອອກກາເຟລາວ ຈະ ຫຼຸດລົງເຫຼືອ 20 ພັນໂຕນ, ເນື່ອງ ຈາກຕະຫຼາດກາເຟໃນໂລກມີ ການປ່ຽນແປງຫຼາຍ, ຜົນຜະລິດ ຂອງກາເຟລາວ ກໍຫຼຸດລົງ, ເນື້ອ ທີ່ປູກກາເຟກໍ່ໜ້ອຍລົງ ເຊິ່ງຜູ້ປູກ ກາເຟກໍຫັນໄປປູກພືດຊະນິດອື່ນທົດແທນ ເປັນຕົ້ນແມ່ນມັນຕົ້ນ ແລະ ຢາງພາລາ ເຮັດໃຫ້ການ ຜະລິດກາເຟໃນ ສປປ ລາວ ຫຼຸດ ລົງ. ທ່ານ ສີສະໜຸກ ສີສົມບັດ ກ່າວ ຕື່ມວ່າ: ການປູກກາເຟລາວໃນປັດ ຈຸບັນຫຼຸດລົງ ແຕ່ຄວາມຕ້ອງ ການກາເຟໃນສັງຄົມຍັງເພີ່ມຂຶ້ນ ຕໍ່ກັບບັນຫາດັ່ງກ່າວ, ສະມາຄົມ ກາເຟລາວບໍ່ໄດ້ນິ້ງນອນໃຈ ໂດຍໄດ້ມີການຈັດບຸນມະໂຫ ລານກາເຟຂຶ້ນ ຢູ່ນະຄອນປາກເຊ ແຂວງຈຳປາສັກ, ເຊິ່ງເປັນເຂດ ຜະລິດກາເຟຂອງປະເທດ ເພື່ອໂຄ ສະນາໃຫ້ສັງຄົມໄດ້ຮັບຮູ້ເຖິງ ຄຸນນະພາບຂອງກາເຟລາວ ທັງ ເປັນການສົ່ງເສີມຜູ້ປູກກາເຟ ໃຫ້ຫຼາຍຂຶ້ນ ເຊິ່ງໄດ້ເຊີນແຂກ ທັງພາຍໃນພາກພື້ນ ແລະ ສາ ກົນເຂົ້າຮ່ວມ. ພ້ອມນີ້, ຍັງໄດ້ ຈັດບຸນມະໂຫລານກາເຟ ຄັ້ງທີ 2 ຢູ່ ນະຄອນຫຼວງວຽງຈັນ, ເຊິ່ງເປັນເຂດຊົມໃຊ້ກາເຟ ແລະ ຄັ້ງທີ 3 ກໍໄດ້ຈັດຢູ່ນະຄອນປາກເຊ ແຕ່ເນື່ອງຈາກພົບກັບສະພາບຄວາມຫຍຸ້ງຍາກໃນການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ແລະ ໃນ 10 ປີທີ່ຜ່ານມາ ລາຄາ ກາເຟຕົກຕໍ່າຫຼາຍ ຈຶ່ງເຮັດໃຫ້ ຊາວສວນຜູ້ປູກກາເຟຫັນໄປປູກ ພືດຊະນິດອື່ນທີ່ໃຊ້ເວລາສັ້ນໃນການເກັບກ່ຽວຜົນຜະລິດ. ທ່ານ ສີສະໜຸກ ສີສົມບັດ ຍັງໃຫ້ຮູ້ອີກວ່າ: ການຜະລິດກາ ເຟ ໃຫ້ກາຍເປັນສິນຄ້າແມ່ນຕິດ ພັນກັບ 4 ອາຊີບຕົ້ນຕໍ ເຊັ່ນ: ອາຊີບທີ 1 ແມ່ນຊາວສວນຜູ້ປູກ ກາເຟ, ອາຊີບທີ 2 ແມ່ນຜູ້ຮັບຊື້ກາເຟຈາກຊາວສວນເຂົ້າໂຮງ ງານ ໂດຍມີການປັບຄຸນນະພາບ ເພື່ອສົ່ງອອກເປັນສິນຄ້າ ຫຼື ຂາຍ ພາຍໃນປະເທດ, ອາຊີບທີ 3 ຜູ້ຜະລິດປຸງແຕ່ງກາເຟ ໂດຍຜ່ານ ການຂົ້ວກາເຟ ເພື່ອໃຫ້ກາຍເປັນ ອຸດສາຫະກໍາ ແລະ ອາຊີບທີ 4 ແມ່ນຜູ້ຂາຍກາເຟໃນຮ້ານຕ່າງໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ