ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄອບຄົວການນຳຂັ້ນສູງ ຢ້ຽມຢາມ ແລະ ອວຍພອນພະນັກງານ-ນັກຮົບ ຢູ່ ແຂວງໄຊສົມບູນ
ເວລາອອກຂ່າວ: 2022-01-21 13:47:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 467 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2022, ຄອບຄົວການນຳຂັ້ນສູງ ໄດ້ລົງຢ້ຽມຢາມ ແລະ ອວຍພອນ ໃຫ້ກຳລັງໃຈພະນັກງານ-ນັກຮົບ, ກຳລັງຫຼວງ ແລະ ທ້ອງຖິ່ນ ຢູ່ທີ່ ສະໂມສອນ ກອງບັນຊາການທະ ຫານແຂວງໄຊສົມບູນ. ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ ເຊິ່ງນຳໂດຍ ທ່ານ ນາງ ນາລີ ສີ ສຸລິດ ພັນລະຍາຂອງທ່ານ ທອງ ລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ. ການລົງຢ້ຽມຢາມ ໃນຄັ້ງນີ້, ທ່ານ ນາງ ນາລີ ສີສຸລິດ ໄດ້ຕາງ ໜ້າໃຫ້ຄະນະສະແດງຄວາມ ຢ້ຽມຢາມຖາມຂ່າວເຖິງສຸຂະ ພາບ ແລະ ຊີວິດການເປັນຢູ່ ຕະ ຫຼອດຮອດການເຄື່ອນໄຫວຂອງ ພະນັກງານ-ນັກຮົບ ທັງກຳລັງ ຫຼວງ-ກຳລັງທ້ອງຖິ່ນ ກໍຄື ທົ່ວກຳ ລັງປະກອບອາວຸດແຂວງໄຊສົມ ບູນ ທີ່ກຳລັງປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດຢູ່ໃນຂອບ ເຂດຫ່າງໄກສອກຫຼີກ, ດ້ວຍ ຄວາມເປັນຫ່ວງເປັນໃຍຢ່າງອົບ ອຸ່ນ ແລະ ອວຍພອນໄຊອັນປະເສີດ ໃຫ້ແກ່ພະນັກງານ-ນັກຮົບທຸກສະ ຫາຍຈົ່ງມີສຸຂະພາບເຂັ້ມແຂງ ມີ ພະລານາໄມສົມບູນ ເຮັດສຳເລັດ ທຸກໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ໃນໂອກາດຢ້ຽມຢາມ ແລະ ອວຍ ພອນຂອງຄອບຄົວການນຳຂັ້ນ ສູງໄດ້ນຳເອົາວັດຖຸປັດໄຈ ແລະ ຂອງຂວັນຈຳນວນໜຶ່ງມອບໃຫ້ ແກ່ພະນັກງານ-ນັກຮົບອີກດ້ວຍ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ເພັດລັງສີ ພິຈິດ ຫົວໜ້າ ຫ້ອງພະລາທິການ ກອງບັນຊາ ການທະຫານແຂວງໄຊສົມບູນ ກໍໄດ້ຕາງໜ້າໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ທັງກຳລັງຫຼວງ-ກຳລັງທ້ອງຖິ່ນ ຂຶ້ນກ່າວຮັບ ແລະ ສະແດງຄວາມ ຂອບໃຈຮູ້ບຸນຄຸນຢ່າງສູງຕໍ່ທ່ານ ນາງ ນາລີ ສີສຸລິດ ພ້ອມຄະນະທີ່ ໃຫ້ກຽດມາຢ້ຽມຢາມຖາມຂ່າວ ແລະ ອວຍພອນໃນຄັ້ງນີ້ ເຊິ່ງສະ ແດງອອກໃຫ້ເຫັນເຖິງຄວາມ ເປັນຫ່ວງເປັນໃຍຕໍ່ກຳລັງປະ ກອບອາວຸດພວກເຮົາຕະຫຼອດ ມາ ແລະ ເຕັມໄປດ້ວຍຄວາມ ໝາຍ ຄວາມສຳຄັນອັນເລິກເຊິ່ງ ແລະ ເປັນກຳລັງໃຈສູງສຸດໃຫ້ ແກ່ການປະຕິບັດໜ້າທີ່ຂອງພະ ນັກງານ-ນັກຮົບ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ