ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດເລື່ອນຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ກົມກອງກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນ ເຂດໃຈກາງ
ເວລາອອກຂ່າວ: 2022-01-21 13:49:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2022 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການ ເມືອງກອງທັບ ໄດ້ປະກາດຊັ້ນ ນາຍທະຫານ ຊັ້ນພັນຕີ ຂຶ້ນ ຊັ້ນ ພັນໂທ ໃຫ້ບັນດາກົມກອງກໍາ ລັງຫຼວງ ແລະ ທ້ອງຖິ່ນ ເຂດ ໃຈກາງໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ກົມ, ຫ້ອງ ການ, ກອງ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ບັນດາກົມກອງກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນເຂດໃຈກາງ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະ ບັບປັບປຸງ) ໃນພາກທີ II, ໝວດ ທີ 3 ມາດຕາທີ 22 ແລະ ມາດຕາ 23, ວ່າດ້ວຍການເລື່ອນຊັ້ນ ນາຍທະຫານ ຊັ້ນພັນຕີ ຂຶ້ນ ຊັ້ນ ພັນໂທ ແລະ ເລື່ອນທຽບຊັ້ນ ພັນ ຕີ ຂຶ້ນ ຊັ້ນພັນໂທ ໃຫ້ນາຍທະ ຫານຢູ່ບັນດາກົມກອງທີ່ຢູ່ອ້ອມ ຂ້າງກະຊວງປ້ອງກັນປະເທດ ໃນນີ້ມີຄື: ກົມໃຫຍ່ການເມືອງ ກອງທັບ 4 ສະຫາຍ, ກົມໃຫຍ່ເສ ນາທິການກອງທັບ 6 ສະຫາຍ, ຫ້ອງວ່າການກະຊວງປ້ອງກັນ ປະເທດ 4 ສະຫາຍ, ກອງພົນທີ 1 ມີ 2 ສະຫາຍ, ກອງພັນໃຫຍ່ 11 ມີ 3 ສະຫາຍ, ກອງພັນໃຫຍ່ 497 ມີ 6 ສະຫາຍ, ກອງພັນໃຫຍ່ 605 ມີ 2 ສະຫາຍ, ກອງພັນໃຫຍ່ 641 ມີ 4 ສະຫາຍ, ກອງພັນໃຫຍ່ 941 ມີ 2 ສະຫາຍ, ວິທະຍາ ຄານປ້ອງກັນຊາດ ໄກສອນ ພົມວິ ຫານ 14 ສະຫາຍ, ວິທະຍາຄານ ກົມມະດໍາ 13 ສະ ຫາຍ, ວິທະຍາ ຄານພະລາທິການກອງທັບ 5 ສະຫາຍ, ວິທະຍາຄານເຕັກນິກ ການທະຫານ 4 ສະຫາຍ, ໂຮງ ຮຽນທິດສະດີການເມືອງ 2 ສະຫາຍ, ແຂວງຫົວພັນ 8 ສະ ຫາຍ, ແຂວງຊຽງຂວາງ 2 ສະ ຫາຍ, ທະຫານນະຄອນຫຼວງ ວຽງຈັນ 7 ສະຫາຍ, ແຂວງ ບໍລິ ຄໍາໄຊ 6 ສະຫາຍ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມໂດຍຍົກໃຫ້ ເຫັນຄວາມໝາຍສໍາຄັນຂອງ ການເລື່ອນຊັ້ນໃນຄັ້ງນີ້, ເຊິ່ງ ເປັນການປະຕິບັດກົດໝາຍນາຍ ທະຫານກອງທັບປະຊາຊົນລາວ, ທັງເປັນການຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໃນກອງທັບ, ເພື່ອປັບປຸງກໍ່ສ້າງກອງທັບຕາມ ທິດສ້າງກອງທັບແບບແຜນທັນ ສະໄໝ, ພ້ອມກັນນັ້ນ, ກໍໄດ້ຮຽກ ຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບ ການເລື່ອນຊັ້ນໃນ ຄັ້ງນີ້ຈົ່ງພ້ອມ ກັນຄົ້ນຄວ້າເຊື່ອມຊຶມແນວທາງ ແຜນນະໂຍບາຍພັກ, ກົດໝາຍ ຂອງລັດ, ບັນດາມະຕິຕ່າງໆຂອງ ຂັ້ນເທິງກໍຄືໜ້າທີ່ການເມືອງຂອງ ກົມກອງ, ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ ແລະ ສືບຕໍ່ປະຕິບັດ ແນວທາງການຕ່າງປະເທດຂອງ ພັກໃຫ້ໜັກແໜ້ນເລິກເຊິ່ງກວ່າ ເກົ່າ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ