ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານປະເທດ ຢ້ຽມຢາມ ສູນເສຍອົງຄະພິເສດ
ເວລາອອກຂ່າວ: 2022-01-21 13:52:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 469 | ຄວາມນິຍົມ:



ໃນວັນທີ 20 ມັງກອນ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ ລົງຢ້ຽມຢາມ ແລະ ພົບປະ ອະ ດີດ ນາຍ ແລະ ພົນທະຫານ ຢູ່ທີ່ ສູນເສຍອົງຄະພິເສດ 790 ແລະ 489 ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 73 ປີ. ໂດຍມີພະນັກງານ ການນຳຂອງສູນ, ພະນັກງານອາ ວຸໂສບຳນານ ອະດີດນາຍ ແລະ ພົນທະຫານໃຫ້ການຕ້ອນຮັບ. ສະຫາຍ ພັນໂທ ບຸນມີ ອິນທະ ວົງສາ ຫົວໜ້າການເມືອງສູນເສຍ ອົງຄະພິເສດ 790 ໄດ້ລາຍງານໂດຍຫຍໍ້ກ່ຽວກັບຈຸດພິເສດຂອງ ສູນວ່າ: ສູນເສຍອົງຄະພິເສດ 790 ເປັນບ່ອນເຕົ້າໂຮມເອົາອະ ດິດນາຍ ແລະ ພົນທະຫານທີ່ເສຍ ອົງຄະໃນການສູ້ຮົບ ແລະ ຮັບໃຊ້ ການສູ້ຮົບ, ເຊິ່ງຈັດເປັນປະເພດພິ ເສດເຂົ້າມາເຕົ້າໂຮມກັນຢູ່ສູນ ແຫ່ງນີ້. ມີພະນັກງານ-ນັກຮົບ ທີ່ ເຮັດວຽກງານຄຸ້ມຄອງບໍລິການ ຮັບໃຊ້ສູນປະກອບມີ: ຫ້ອງການ, ໂຮງໝໍ, ສະໂມສອນ, ພາຫະນະ ຮັບໃຊ້, ວັດຖຸອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ, ມີເນື້ອທີ່ດິນໃນ ການຄຸ້ມຄອງເພື່ອຈັດສັນປຸກສ້າງ ເຮືອນໃຫ້ພະນັກງານເສຍອົງຄະ ແລະ ດິນທຳການຜະລິດຢູ່ພາຍໃນ ສູນ. ປັດຈຸບັນ ສູນມີຈຳນວນພົນ 181 ສະຫາຍ, ມີພະນັກງານເສຍ ອົງຄະ 44 ສະຫາຍ, ພະນັກງານ ບຳນານ 52 ສະຫາຍ, ພະນັກງານ ດູແລ 50 ສະຫາຍ, ພະນັກງານປະ ຈຳການ 30 ສະຫາຍ, ພະນັກງານ ແພດໝໍ 5 ສະຫາຍ, ຄະນະບັນ ຊາສູນ 4 ສະຫາຍ, 3 ຂະແໜງ ການ ແລະ 1 ໂຮງໝໍ 15 ຕຽງ. ທ່ານປະທານປະເທດ ໄດ້ກ່າວ ໃຫ້ຮູ້ວ່າ: ຕະຫຼອດໄລຍະເວລາ ຜ່ານມານັ້ນ, ພັກ-ລັດໄດ້ເອົາໃຈ ໃສ່ເບິ່ງແຍງດູແລໃກ້ຊິດຕິດແທດ ຕາມຄວາມສາມາດ ແລະ ກໍາລັງ ທີ່ມີດ້ວຍຄວາມເປັນຫ່ວງເປັນໃຍ ຄືກັບຄົນຢູ່ໃນຄອບຄົວດຽວກັນ, ພະຍາຍາມຊອກຫາທຸກວິທີທາງ ເພື່ອຊ່ວຍເຫຼືອ ແລະ ອໍານວຍ ຄວາມສະດວກໃຫ້ແກ່ພະນັກງານ ຜູ້ເສຍອົງຄະບໍ່ວ່າຈະເປັນທາງ ດ້ານການເງິນ, ງົບປະມານ, ດ້ານ ວັດຖຸ ແລະ ຈິດໃຈ ໃນການປະຕິ ບັດນະໂຍບາຍດ້ານຕ່າງໆຕໍ່ພະ ນັກງານເສຍອົງຄະ ຍ້ອນການສູ້ ຮົບ ແລະ ຮັບໃຊ້ການສູ້ຮົບ, ພະ ນັກງານບໍານານ ແລະ ພະນັກ ງານຜູ້ທີ່ມີຜົນງານ ແລະ ຄຸນ ງາມຄວາມດີໃນພາລະກິດຮັບໃຊ້ ການປະຕິວັດຊາດ ປະຊາທິປະ ໄຕ ຕາມນິຕິກໍາ ແລະ ຄວາມສາ ມາດຕົວຈິງທີ່ມີ, ເຖິງແມ່ນວ່າ ບາງຄັ້ງຍັງບໍ່ທັນສາມາດຕອບ ສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຕາມການສະເໜີ ໄດ້ທັນກັບເວລາກໍຕາມ ແຕ່ພວກ ເຮົາກໍໄດ້ພະຍາມເພື່ອແກ້ໄຂ ແລະ ສາມາດຕອບສະໜອງໄດ້ໂດຍພື້ນ ຖານ. ທ່ານປະທານປະເທດ ຍັງໄດ້ ອວຍພອນໃຫ້ບັນດາທ່ານລູງ, ປ້າ, ອາວ, ອາ ຈົ່ງສືບຕໍ່ເອົາໃຈໃສ່ ຮັກສາມູນເຊື້ອອັນດີງາມ, ທາດ ແທ້ປະຕິວັດ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອເປັນແບບຢ່າງໃນການສຶກ ສາອົບຮົມໃຫ້ລູກ-ຫຼານ ແລະ ຄອບຄົວໃຫ້ກາຍເປັນພົນລະ ເມືອງດີຂອງຊາດ, ຂອງສັງຄົມ ແລະ ກາຍເປັນຄອບຄົວພັດທະ ນາເອົາໃຈໃສ່ເພີ່ມທະວີການພັດ ທະນາເສດຖະກິດຄອບຄົວ ແລະ ສັງຄົມຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ. ຄະນະ ພັກ-ຄະນະບັນຊາສູນຈົ່ງສືບຕໍ່ ເອົາໃຈໃສ່ຄຸ້ມຄອງນໍາໃຊ້ວັດຖຸ-ອຸປະກອນທີ່ມີເພື່ອຮັບປະກັນ ການໃຊ້ງານໃຫ້ຍາວນານ, ຂໍໃຫ້ ບັນດາລຸງ, ປ້າ, ອາວ, ອາ ເອົາໃຈ ໃສ່ຮັກສາ ແລະ ເບິ່ງແຍງສຸຂະ ພາບຂອງຕົນເອງໃຫ້ມີສຸຂະພາບ ແຂງແຮງ ແລະ ປາສະຈາກໂລກ ໄພໄຂ້ເຈັບຕ່າງໆ. ໂອກາດດັ່ງ ກ່າວນີ້, ຍັງໄດ້ນຳເອົາເຄື່ອງນຸ່ງ ຫົ່ມ, ຢາປົວພະຍາດ ແລະ ເງິນ ສົດຈຳນວນໜຶ່ງມອບໃຫ້ສູນເສຍ ອົງຄະພິເສດ 790 ອີກດ້ວຍ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະ ນະ ຍັງໄດ້ໄປຢຽ້ມຢາມຖາມຂ່າວ ແລະ ໃຫ້ຄວາມອົບອຸ່ນສູນພັດທະນາເສຍອົງຄະ 489 ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ