ຫົວໜ້າການທະຫານ ກອງພົນທີ 2 ເຄື່ອນໄຫວຊີ້ນຳວຽກງານ ຢູ່ ກອງພັນໃຫຍ່ 201
ເວລາອອກຂ່າວ: 2022-01-24 10:05:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1786 | ຄວາມນິຍົມ:
ໃນວັນທີ 12 ມັງກອນ 2022, ສະຫາຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນໍາວຽກງານ ຢູ່ ກອງພັນໃຫຍ່ 201 ກອງພົນທີ 2, ໂດຍການຕ້ອນຮັບຂອງ ສະ ຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງພັນໃຫຍ່ 201, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນ, ກອງ ຮ້ອຍເອກະລາດ ແລະ ພະນັກງານ ຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາດີ ໄຊຍະ ວົງ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງ ຄະນະພັກ-ຄະນະບັນຊາກອງ
ພັນໃຫຍ່ 201 ໃນໄລຍະຜ່ານມາ, ພ້ອມທັງ, ໄດ້ຍົກໃຫ້ເຫັນສະພາບ ການຂອງໂລກ ທີ່ພວມຜັນແປໄປ ຢ່າງສະຫຼັບຊັບຊ້ອນ ແລະ ປະ ເຊີນໜ້າກັບໄພຄຸກຄາມຂອງພະ ຍາດ ໂຄວິດ-19 ແລະ ໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງເອົາໃຈໃສ່ເພີ່ມທະ ວີເຝົ້າລະວັງໃນການຕ້ານ ແລະ ສະກັດກັ້ນ ພະຍາດ ໂຄວິດ-19 ເພື່ອບໍ່ໃຫ້ເກີດຂຶ້ນຢູ່ກົມກອງຂອງ
ຕົນ, ເອົາໃຈໃສ່ເຮັດວຽກງານສຶກ ສາອົບຮົມການເມືອງ-ນຳພາແນວ
ຄິດໃຫ້ແທດເໝາະກັບສະພາບ ເງື່ອນໄຂຕົວຈິງ, ຍົກສູງພາລະ ບົດບາດການ ນໍາພາ-ຊີ້ນໍາ ຕໍ່ໜ້າ
ທີ່ຄວາມຮັບຜິດຊອບຂອງຕົນໃຫ້
ສູງຂຶ້ນ, ເອົາໃຈໃສ່ປັບປຸງກໍ່ສ້າງ ພັກ, ພະນັກງານ ແລະ ກໍ່ສ້າງກໍາ
ລັງໃຫ້ເຕີບໃຫຍ່ເຂັ້ມແຂງດ້ານ ຈຳນວນ ແລະ ຄຸນນະພາບ, ເຮັດ
ວຽກງານກຽມພ້ອມສູ້ຮົບປ້ອງ ກັນເວນຍາມຕາມສະຖານທີ່ສໍາ ຄັນຕ່າງໆໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ສຸມໃສ່ ອົບຮົມ-ຫັດແອບທາງດ້ານສິລະ ປະຍຸດ-ຍຸດທະວິທີ, ປັບປຸງລະບຽບ
ແບບແຜນຂອງກົມກອງ, ຄຸ້ມ ຄອງກວດກາດ້ານຈໍານວນພົນ ແລະ ພາຫະນະອາວຸດ ເພື່ອຮັບປະ
ກັນເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງ ຕົວຈິງໃຫ້ທ່ວງທັນກັບສະພາບ ການ, ເພີ່ມພູນຜະລິດສ້າງເສດ ຖະກິດແກ້ໄຂຊີວິດການເປັນຢູ່ ໃນກົມກອງໃຫ້ດີຂຶ້ນເລື້ອຍໆ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ