ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກກອງພົນທີ 5 ສະຫຼຸບຕີລາຄາ ການນຳພາ ປະຈຳໄຕມາດ IV ປີ 2021
ເວລາອອກຂ່າວ: 2022-01-24 10:08:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2134 | ຄວາມນິຍົມ:



ໃນວັນທີ 13 ມັງກອນ 2022 ນີ້, ຄະນະພັກກອງພົນທີ 5 ໄດ້ສະຫຼຸບຕີລາຄາການນຳພາ ປະຈຳໄຕມາດ IV ປີ 2021 ແລະ ວາງທິດທາງແຜນການ ປະຈຳໄຕ ມາດ I ປີ 2022 ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພົນທີ 5, ມີສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຮອງເລຂາ ຄະນະພັກ ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍ ກຳມະ ການຄະນະພັກກອງພົນເຂົ້າ ຮ່ວມ. ສະຫາຍ ພັນໂທ ສຸກສະກອນ ສີນສະໜຸດ ກຳມະການຄະນະ ພັກ ຫົວໜ້າຫ້ອງການ ກອງພົນ ທີ 5 ໄດ້ຜ່ານບົດສະຫຼຸບຕີລາ ການຊີ້ນຳ-ນຳພາ ຂອງຄະນະພັກ ກອງພົນ ປະຈຳໄຕມາດທີ IV ປີ 2021 ແລະ ວາງທິດທາງການ ນຳພາປີ 2022, ໂດຍອີງໃສ່ລະ ບຽບຫຼັກການ ແລະ ແບບແຜນ ວິທີເຮັດວຽກຂອງຄະນະພັກ ກອງພົນໃນການເຄື່ອນໄຫວ ນຳພາ-ຊີ້ນຳບັນດາຂົງເຂດວຽກ ງານດ້ານຕ່າງໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ມະຕິຂອງກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງອົງ ຄະນະພັກກອງພົນທີ 5 ນຳມາ ຈັດຕັ້ງຜັນຂະຫຍາຍສູ່ວຽກງານ ຕົວຈິງຂອງກົມກອງ ເຊິ່ງຕະ ຫຼອດໄລຍະຜ່ານມາ, ຄະນະພັກ ກອງພົນ ໄດ້ເອົາໃຈໃສ່ຊີ້ນຳປັບ ປຸງກໍ່ສ້າງພັກ-ພະນັກງານຕາມ 3 ທິດນຳ 5 ຫຼັກການ ຂອງພັກ ເຂົ້າໃນການກໍ່ສ້າງພະນັກງານ ສະມາຊິກພັກ ໃຫ້ປອດ ໃສ ເຂັ້ມ ແຂງ ໜັກແໜ້ນ ແລະ ມີຄຸນນະ ພາບ ສາມາດສ້າງເປັນພະນັກ ງານຮຸ່ນສືບທອດປ່ຽນແທນໄດ້. ຕໍ່ກັບວຽກງານກໍ່ສ້າງກຳລັງຄະ ນະພັກ ໄດ້ຊີ້ນຳໃຫ້ ບັນດາອົງ ການ, ກົມກອງຈັດຕັ້ງອົບຮົມ- ຫັດແອບ ປະຈຳໄຕມາດ, ປະຈຳ ປີຢ່າງເປັນປົກກະຕິເປັນຕົ້ນ ແມ່ນອົບຮົມທາງດ້ານການ ເມືອງ, ການທະຫານ, ພະລາທິ ການ, ເຕັກນິກ ເຊິ່ງໃນປີຜ່ານມາ ສະເລ່ຍການອົບຮົມ-ຫັດແອບໄດ້ 95% ຂອງແຜນການ ຕິດພັນ ກັບວຽກງານດັ່ງກ່າວ, ຄະນະພັກ ຍັງໄດ້ເອົາໃຈໃສ່ຊີ້ນຳພະນັກງານ ລົງກໍ່ສ້າງຮາກຖານຕາມຂອບ ເຂດຄວາມຮັບຜິດຊອບຂອງ ກົມກອງ ເພື່ອຕີລາຄາ, ເກັບກຳ ສະພາບ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເພື່ອສ້າງໃຫ້ຂອບ ເຂດກົມກອງຕັ້ງທັບມີຄວາມ ສະຫງົບປອດໄພໂດຍພື້ນຖານ. ໃນກອງປະຊຸມຍັງໄດ້ພ້ອມກັນ ປະກອບຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງໃນການນຳພາ ເພື່ອພ້ອມກັນປັບປຸງແກ້ໄຂຂອດ ທີ່ຍັງຄົງຄ້າງ ສົ່ງເສີມບັນຫາດີທີ່ຈະຕ້ອງເສີມຂະຫຍາຍໃນຊຸມປີຕໍ່ໜ້າ. ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ສີປະເສີດ ເຜີຍຄຳສີງ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດທີ່ຄະນະພັກແຕ່ລະຂັ້ນ ໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າເຮັດໃຫ້ຂົງເຂດວຽກງານ ດ້ານຕ່າງໆມີຜົນສຳເລັດຢ່າງ ຈົບງາມ. ພ້ອມທັງເນັ້ນໜັກໃຫ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ ແນວຄິດໃຫ້ເປັນປົກກະຕິ, ສຶບຕໍ່ປັບປຸງກໍ່ສ້າງພະນັກງານ ສະມາຊິກພັກໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ແລະ ມີຄຸນນະ ພາບສູງ, ພ້ອມກັນນຳເອົາເນື້ອໃນ ທິດທາງນໍາພາປີ 2022 ໄປຈັດ ຕັ້ງຜັນຂະຫຍາຍໃຫ້ປະກົດຜົນ ເປັນນຈິງ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ