ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງ ກອງບັນຊາການທະຫານອາກາດ ມອບເງິນອຸດໜູນບໍານານ
ເວລາອອກຂ່າວ: 2022-01-25 09:13:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1022 | ຄວາມນິຍົມ:



ໃນກາງເດືອນມັງກອນ 2022 ນີ້, ຢູ່ຫ້ອງການເມືອງ ກອງບັນຊາການທະຫານອາ ກາດ(ກທອ) ໄດ້ຈັດຕັ້ງພິທີມອບ ເງິນອຸດໜູນໃຫ້ພະນັກງານບໍາ ນານ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແພງສີ ເສັງວິໄຊ ຮອງຫົວໜ້າການເມືອງ ກອງບັນຊາການທະຫານອາ ກາດ, ມີບັນດາຕາງໜ້າພະແນກ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງເດືອນ ບຸດຈະເລີນ ຫົວໜ້າພະແນກນະ ໂຍບາຍ ກອງບັນຊາການທະ ຫານອາກາດໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໃຫ້ພະ ນັກງານພັກການເຂົ້າບໍານານ-ຮັບອຸດໜູນບໍານານ, ອີງຕາມກົດ ໝາຍ ວ່າດ້ວຍ ນາຍທະຫານ ກອງທັບປະຊາຊົນລາວ ສະບັບ ເລກທີ 43/ສພຊ, ໝວດ I ມາດ ຕາ 33 ແລະ 34 ຕາມການສະ ເໜີຂອງກົມໃຫຍ່ການເມືອງ ກອງທັບ ດັ່ງນັ້ນ ກະຊວງປ້ອງ ກັນປະເທດ ຕົກລົງອະນຸມັດໃຫ້ ສະຫາຍ ພັນໂທ ດວງທອງ ດວງ ມະນີ ຫົວໜ້າພະແນກເຕັກນິກ ຍົນ ກທອ ພັກການຮັບເງິນອຸດ ໜູນບໍານານ ເປັນເງິນທັງໝົດ 33.783.000 ກີບ. ໂອກາດດັ່ງກ່າວ ສະຫາຍ ພັນເອກ ແພງສີ ເສັງວິໄຊ ໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຮູ້ບຸນຄຸນຕໍ່ ສະຫາຍທີ່ໄດ້ພັກການຮັບບໍາ ນານທີ່ໄດ້ອຸທິດເຫື່ອແຮງກໍາ ລັງກາຍ, ສະຕິປັນຍາ, ວັດຖຸ ແລະ ຈິດໃຈ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕະຫຼອດ ໄລຍະເຂົ້າການປະຕິບັດໜ້າທີ່ ຜ່ານມາ ກໍຄືການປະຕິບັດໜ້າ ວຽກການເມືອງໃນປັບປຸງກໍ່ສ້າງ ກົມກອງດ້ວຍຜົນງານອັນໃຫຍ່ ຫຼວງ, ພ້ອມທັງ ເນັ້ນໜັກໃຫ້ເປັນ ຫຼັກແຫຼ່ງ, ເປັນແບບຢ່າງໃຫ້ແກ່ ລູກຫຼານ, ມີຄວາມສາມັກຄີກັບ ອໍານາດການປົກຄອງທ້ອງຖິ່ນ ຂອງຕົນ, ກໍາແໜ້ນແນວທາງ ນະໂຍບາຍຂອງພັກ, ຂອງລັດ ຂອງກອງທັບ ແລະ ປະຕິບັດກົດ ໝາຍບ້ານເມືອງ ພ້ອມທັງນໍາ ເອົາເງິນນະໂຍບາຍດັ່ງກ່າວປະ ກອບສ່ວນເຂົ້າໃນການສ້າງເສດ ຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ ເປັນກ້າວໆ. ໂດຍ: ສີທາ ສີສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ