ຊາວໜຸ່ມເມືອງໂພນໂຮງ ຢ້ຽມຢາມທະຫານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2022-01-27 09:20:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 524 | ຄວາມນິຍົມ:
ໃນວັນທີ 19 ມັງກອນ 2022,
ຊາວໜຸ່ມເມືອງໂພນໂຮງ ແຂວງ
ວຽງຈັນ ນຳໂດຍ ທ່ານ ນາງ
ຄຳໄຜ່ ສີລາປານີ ຫົວໜ້າຫ້ອງ ການຊາວໜຸ່ມເມືອງໂພນໂຮງ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມ
ຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ພະນັກງານ-ນັກຮົບ ກອງບັນຊາການທະຫານເມືອງ ໂພນໂຮງ ທີ່ພວມປະຕິບັດໜ້າທີ່ຢູ່ຕາມເສັ້ນທາງລົດໄຟ ລາວ-ຈີນ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 73 ປີ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ດອກໄຟ ແລະ ແຜງ
ຮັບ ພະລັງງານແສງອາທິດ
(ໂຊລາເຊວ 1 ຊຸດ), ໝີ່ສໍາ
ເລັດຮູບ, ນໍ້າດື່ມ ລວມມູນຄ່າ 1.500.000 ກີບ. ສະຫາຍ ນາງ ຄຳໄຜ່ ສີລາປານີ ໄດ້ກ່າວອວຍ ພອນໄຊອັນປະເສີດໃຫ້ພະນັກ ງານ-ນັກຮົບ ທີ່ເຮັດໜ້າທີ່ປະ ຈຳຢູ່ເສັ້ນທາງລົດໄຟ ລາວ-ຈີນ,
ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 73 ປີ ຈົ່ງມີສຸຂະພາບພະລະນາໄມສົມ
ບູນ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້, ສືບຕໍ່ ປ້ອງກັນເວນຍາມເສັ້ນທາງລົດ ໄຟ ລາວ-ຈີນ ໃນຂອບເຂດຄວາມ ຮັບຜິດຊອບໃຫ້ມີຄວາມສະຫງົບ ປອດໄພ.
ສະຫາຍ ຮ້ອຍເອກ ແພງຕາ
ຮຸ່ງເຮືອງ ຫົວໜ້າປະຈຳປ້ອມ ຍາມເສັ້ນທາງລົດໄຟ ລາວ-ຈີນ ໄດ້ຕາງໜ້າໃຫ້ພະນັກງານ-ນັກ
ຮົບ ກ່າວສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ການອວຍ ພອນ, ຂອງຄະນະບໍລິຫານ ງານຊາວໜຸ່ມເມືອງ ທີ່ຍາມໃດ ກໍໄດ້ມີຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບ ແລະ ນຳ
ເອົາເຄື່ອງອຸປະໂພກ-ບໍລິໂພກມາ ມອບໃຫ້ໃນຄັ້ງນີ້, ເປັນການກະ ຕຸກຊຸກຍູ້ໃຫ້ກຳລັງແຮງໃຈ. ພ້ອມ ທັງກ່າວອວຍພອນໄຊອັນປະເສີດ ຄະນະບໍລິຫານງານຊາວໜຸ່ມ ເມືອງຈົ່ງມີສຸຂະພາບເຂັ້ມແຂງ,
ພ້ອມກັນຈັດຕັ້ງປະຕິບັດໜ້າທີ່
ວຽກງານໃຫ້ສຳເລັດຕາມການ ມອບໝາຍຂອງພັກ-ລັດຂັ້ນເທິງ ເປັນຢ່າງດີຕະຫຼອດໄປ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ