
ການນຳພັກ - ລັດ ວາງພວງມາລາທີອະນຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2019-01-20 19:44:40 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1537 | ຄວາມນິຍົມ:
ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບປະຕິວັດ
ຜູ້ເສຍສະຫຼະຊີວິດເລືອດເນື້ອເຂົ້າໃນຂະບວນການ ຕໍ່ສູ້ກູ້ຊາດຍາດເອົາເອກະລາດສັນຕິພາບ ແລະ ຜືນ
ແຜ່ນດິນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດ,
ໃນຕອນເຊົ້າວັນທີ 19 ມັງກອນ 2019 ນີ້, ການນຳ ຂັ້ນສູງພັກ-ລັດ ໄດ້ເຂົ້າວາງພວງມາລາທີ່ອະນຸສາ
ວະລີນັກຮົບນິລະນາມ (ດາວແດງ), ສຸສານນັກ
ຮົບປະຕິວັດແຫ່ງຊາດຫຼັກ 24 ແລະ ວາງກະຕ່າດອກ
ໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ທີ່ຫໍພິ
ພິທະພັນໄກສອນ ພົມວິຫານ ປະກອບມີບັນດາຄະ ນະດັ່ງນີ້: ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ,
ຄະນະ ສະພາແຫ່ງຊາດ, ຄະນະລັດ
ຖະບານ, ຄະນະສູນກາງແນວ ລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ, ສະຫະພັນນັກຮົບ ເກົ່າແຫ່ງຊາດ ເຊິ່ງນຳໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນ ກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ຄະນະນໍາກະຊວງປ້ອງກັນ ປະເທດ ນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຄະນະນຳກະຊວງປ້ອງ ກັນຄວາມສະຫງົບ ນຳໂດຍ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຄະນະ ເລຂາທິການສູນກາງພັກ, ລັດຖະ ມົນຕີກະຊວງປ້ອງກັນຄວາມ ສະຫງົບ ແລະ ຄະນະພັກ-ອົງ ການປົກຄອງນະຄອນຫຼວງວຽງ ຈັນນຳ ໂດຍທ່ານ ສິນລະວົງ
ຄຸດໄພທູນ ກຳມະການກົມການ ເມືອງສູນກາງພັກ, ເຈົ້າຄອງນະ ຄອນຫຼວງວຽງຈັນ. ສໍາລັບຄະ ນະກະຊວງປ້ອງກັນປະເທດຈະ ສືບຕໍ່ວາງກະຕ່າດອກໄມ້ ແລະ ຈູດທູບທຽນຢູ່ຕໍ່ໜ້າທາດນ້ອຍ ດ້ານຫຼັງອານຸສາວະລີ ເພຶ່ອສະ ແດງຄວາມໄຫວ້ອາໄລຮັກເຖິງ ດວງວິນຍານຂອງບັນດາສະ ຫານການນຳຮຸ້ນທີ 1 ຈຳນວນ 6 ທາດຄື: ວາງຢູ່ຈຸດທາດປະທານ ໄກສອນ ພົມວິຫານ, ທາດປະ ທານ ສຸພານຸວົງ, ທາດທ່ານ ໜູ ຮັກ ພູມສະຫວັນ, ທາດທ່ານ ພູ ມີ ວົງວິຈິດ, ທາດທ່ານ ສີສົມ ພອນ ລໍວັນໄຊ, ທາດທ່ານ ພູນ ສີປະ
ເສິດ. ການເຂົ້າວາງພວງມາລາ
ແລະ ກະຕ່າດອກໄມ້ຂອງຄະນະ ນຳຂັ້ນສູງພັກ-ລັດ ຄັ້ງນີ້ແມ່ນ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງບັນດານັກຮົບປະຕິວັດລວມ ໄປເຖິງພໍ່ແມ່ປະຊາຊົນລາວບັນ ດາເຜົ່າຜູ້ທີ່ໄດ້ເສຍສະຫຼະເລືອດ ເນື້ອໃນຂະບວນການຕໍ່ສູ້ກູ້ຊາດ ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ໂດຍສະເພາະແມ່ນປະ ທານ ໄກສອນ ພົມວິຫານ ພ້ອມ ບັນດາການນໍາໄດ້ເອົາໃຈໃສ່ໃນ ການປຸກລະດົມປະຊາຊົນລາວ ບັນດາເຜົ່າພາຍໃຕ້ຄັນທຸງຂອງ ພັກປະຊາຊົນປະຕິວັດລາວ ຈົນ ສາມາດໄດ້ຮັບໄຊຊະນະຄັ້ງຍິ່ງ ໃຫຍ່ໃນວັນທີ 2 ທັນວາ 1975. ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ.
ຄະນະນຳພັກ-ລັດຖະບານທຸກ ພາກສ່ວນຂໍຈົດຈຳເອົາທຸກຄຳ ສອນ ແລະ ຂໍສືບຕໍ່ຄົ້ນຄ້າວ, ຊອກຮູ້ຮໍ່າຮຽນເອົາແບບຢ່າງຄຸນ ສົມບັດສິນທຳປະຕິວັດ ແລະ ແບບແຜນວິທີນໍາພາເຮັດວຽກ ຂອງປະທານ ໄກສອນ ພົມວິ ຫານ ເພື່ອເປັນເຂັມຊີ້ທິດໃນ ການວາງແນວທາງຂອງພັກ, ກົດໝາຍຂອງລັດໃຫ້ຖືກຕ້ອງ ເພື່ອສືບຕໍ່ນຳພາພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕາມແນວທາງ ປ່ຽນແປງໃໝ່ຂອງພັກຢ່າງໜັກ ແໜ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ