ອົງການປົກຄອງແຂວງຈຳປາສັກ ຢ້ຽມຢາມອວຍພອນ ກອງພົນທີ 5
ເວລາອອກຂ່າວ: 2022-01-27 09:24:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 724 | ຄວາມນິຍົມ:
ໃນວັນທີ 25 ມັງກອນ 2022
ນີ້, ສະຫາຍ ວິໄລວົງ ບຸດດາຄຳ
ເຈົ້າແຂວງຈຳປາສັກ ພ້ອມດ້ວຍ ຄະນະນຳ ພາກລັດ ແລະ ເອກ
ກະຊົນ, ນັກທຸລະກິດຍິງໝຸ່ມໄດ້ ເຄື່ອນໄຫວຢ້ຽມຢາມອວຍພອນ ຄະນະນຳ ກອງພົນທີ 5 ເນື່ອງໃນ
ໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 73 ປີ ໂດຍ
ການຕ້ອນຮັບຂອງ ສະຫາຍ ພັນໂທ ຄຳກົດ ອີນສີນາ ຫົວໜ້າ ຫ້ອງການເມືອງກອງພົນທີ 5
ພ້ອມດ້ວຍຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພັນ
ໂທ ຄຳກົດ ອີນສີນາ ໄດ້ລາຍງານ ຫຍໍ້ ກ່ຽວກັບພາລະບົດບາດ ສິດ
ໜ້າທີ່ ແລະ ເຂບເຂດຄວາມຮັບ ຜິດຊອບຂອງກົມກອງໃນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານດ້ານຕ່າງໆ ໂດຍປິ່ນອ້ອມ 4
ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ.
ຈາກນັ້ນ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມ ຂອບໃຈຕໍ່ຄະນະພັກ-ຄະນະບັນ ຊາ ກອງພົນທີ 5 ທີ່ໄດ້ໃຫ້ການ ຕ້ອນຢ່າງອົບອຸ່ນພ້ອມທັງຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ໄຊ ຊະນະທີ່ກົມກອງຍາດໄດ້ຕະຫຼອດ
ໄລຍະ 73 ປີ ຜ່ານມາ ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ເຮັດໃຫ້ ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ. ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງ
ມາຍັງຄະນະພັກ-ຄະນະບັນຊາ ກອງພົນທີ 5 ໃຫ້ສືບຕໍ່ຮັກສາມູນ
ເຊື້ອຄວາມສາມັກຄີລະຫວ່າງ ກອງທັບ ກັບ ປະຊາຊົນໃຫ້ມີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ສືບ ຕໍ່ກຳແໜ້ນເຊື່ອມຊຶມເຜີຍແຜ່ ແນວທາງນະໂຍບາຍຂອງພັກ ຂອງລັດ ເປັນຕົ້ນແມ່ນການປະ ຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງ ປ້ອງ ກັນປະເທດວາງອອກ, ມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ຄັ້ງທີ V
ແລະ ມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກກອງ ພົນຄັ້ງທີ VI ພ້ອມກັນຈັດຕັ້ງຜັນ ຂະຫຍາຍ ໃຫ້ເປັນຮູບປະທຳ, ເພີ່ມທະວີ ວຽກງານຫັນລົງກໍ່ສ້າງຮາກ ຖານການເມືອງ ພັດທະນາຊົນ ນະບົດຮອບດ້ານຕາມ 4 ເນື້ອໃນ
4 ຄາດໝາຍ ໃນການກໍ່ສ້າງກຳ ລັງປ້ອງກັນຊາດ ເພື່ອເຮັດໃຫ້ ຂອບເຂດກົມກອງຕັ້ງທັບມີ ຄວາມສະຫງົບປອດໄພ ໂດຍ ພື້ນຖານ ແລະ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ, ສະຫາຍ ໄດ້ຕາງໜ້າໃຫ້ຄະນະພັກ ອົງ ການປົກຄອງແຂວງຈຳປາສັກ ອວຍພອນຄະນະພັກ-ຄະນະບັນ ຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 5 ຈົ່ງມີສຸ ຂະພາບເຂັ້ມແຂງ ສືບຕໍ່ປະຕິບັດ ໜ້າທີ່ ທີ່ພັກ-ລັດ, ປະຊາຊົນມອບ ໜາຍໃຫ້ມີຜົນສໍາເລັດ ໂອກາດ ດັ່ງກ່າວ ຍັງໄດ້ນຳເອົາເຄື່ອງອຸ ປະໂພກ-ບໍລິໂພກ ລວມມູນຄ່າ 35.740.000 ກີບ ມອບໃຫ້ ກອງພົນທີ 5 ຕື່ມອີກ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ