ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ ຮັກສາການຫົວໜ້າໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍລິຫານ
ເວລາອອກຂ່າວ: 2022-01-27 09:25:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ:



ໃນວັນທີ 26 ມັງກອນ 2022 ນີ້, ຢູ່ສຳນັກງານໂຄງການ ສື່ສານຮັບໃຊ້ການນຳ ແລະ ພາກ ລັດບໍລິຫານກົມສື່ສານ ກົມໃຫຍ່ ເສນາທິການກອງທັບ ໄດ້ຈັດຕັ້ງ ພິທີມອບ-ຮັບໜ້າຫົວໜ້າໂຄງ ການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ໃຫ້ຮອງຫົວໜ້າ ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບ, ມີຄະນະ ພັກ-ຄະນະບັນຊາກົມ, ຄະນະໂຄງ ການສື່ສານ, ພະແນກການ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສຸບັນ ພັນ ທະວີ ຫົວໜ້າໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດ ບໍລິຫານ ໃຫ້ຮູ້ວ່າ: ໂດຍປະ ຕິບັດຕາມທິດທາງກ່ຽວກັບການ ປັບປຸງບູລະນະກົງຈັກການຈັດ ຕັ້ງນໍາພາ-ບັນຊາ ໃນກໍາລັງປະ ກອບອາວຸດໃຫ້ເຂັ້ມແຂງ, ໜັກ ແໜ້ນຮອບດ້ານ ເພື່ອເຮັດສຳລັດ ໜ້າທີ່ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ໂດຍ ອີງໃສ່ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ສະບັບເລກທີ 5597/ກປທ, ວ່າດ້ວຍ ການແຕ່ງ ຕັ້ງ ສະຫາຍ ພັນເອກ ສຸບັນ ພັນ ທະວີ ເປັນຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ ດັ່ງນັ້ນ ຈຶ່ງໄດ້ມອບໜ້າທີ່ຫົວໜ້າ ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ໃຫ້ແກ່ ສະຫາຍ ພັນໂທ ອານົງສີ ແກ້ວຄໍາ ພັນ ຮອງຫົວໜ້າໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍ ລິຫານ ຮັກສາການຫົວໜ້າໂຄງ ການດັ່ງກ່າວ. ພ້ອມນີ້ ຍັງໄດ້ລາຍ ງານການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງກົມກອງໂດຍ ຫຍໍ້ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ຫຼາຍດ້ານເປັນຕົ້ນດ້ານວຽກງານ ວິຊາສະເພາະໄດ້ສຳເລັດການ ແຍກບໍລິສັດລັດສະກາຍ, ໂທລະ ຄົມ ແລະ ໂຄງການອອກຈາກ ກັນ, ຂະຫຍາຍລະບົບສາຍແກ້ວ ໄຍແສງລະບົບໃຕ້ດິນ ແບບສອດ ໄດ້ 6,7 ກິໂລແມັດ ແບບຝັງ ໂດຍ ກົງໄດ້ 72 ກິໂລແມັດ ແລະ ສາຍ ອາກາດໄດ້ 290,5 ກິໂລແມັດ, ການຕິດຕັ້ງເຄື່ອງສົ່ງ DWDM ຂອງໂຄງການຍົກລະດັບ ແລະ ຂະຫຍາຍລະບົບອຸປະກອນເຄື່ອງ ສົ່ງຫຼັກ ເພື່ອປ່ຽນແທນ SDH ທົ່ວ ປະເທດສໍາເລັດ 45 ສູນສະຖານີ, ພ້ອມນັ້ນ, ໄດ້ຊີ້ນຳປັບປຸງການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງໂຄງການສື່ສານຄືນໃໝ່. ສະຫາຍ ປະທານໄດ້ເນັ້ນໜັກ ໃຫ້ຜູ້ທີ່ໄດ້ໜ້າທີ່ໃໝ່ໃນຄັ້ງນີ້ຕ້ອງ ເພີ່ມທະວີເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ພະນັກງານ, ສຳມະຊິກພັກ,ນາຍ- ພົນທະຫານໃຫ້ເປັນປົກກະຕິຕໍ່ ເນື່ອງ, ຄົ້ນຄວ້າເຊື່ອມຊຶມຢ່າງ ເລິກເຊິ່ງບັນດາທິດຊີ້ນຳ, ມະຕິ ຕ່າງໆຂອງຄະນະພັກແຕ່ລະຂັ້ນ ເພື່ອຫັນເປັນແຜນການລະອຽດ ຂອງຕົນ ແນໃສ່ຈັດຕັ້ງຜັນຂະ ຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ໃຫ້ມີ ຜົນສຳເລັດຕາມລະດັບຄາດໝາຍ ແລະ ມີປະສິດທິຜົນ ຕັ້ງໜ້າປັບ ປຸງແບບແຜນວິທີເຮັດວຽກຢ່າງ ມີວິທະຍາສາດ, ເອົາໃຈໃສ່ປະຕິ ບັດຫຼັກການລວມສູນປະຊາທິ ປະໄຕ ຢ່າງເຂັ້ມງວດ, ຮັກສາ ແໜ້ນຄວາມສາມັກຄີເປັນເອກະ ພາບພາຍໃນ, ສືບຕໍ່ປັບປຸງກົງຈັກ ການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ, ເອົາໃຈໃສ່ຖະນຸ ບໍາລຸງ ແລະ ກໍ່ສ້າງພະນັກງານ ສືບທອດປ່ຽນແທນໃຫ້ມີຄຸນນະ ພາບເພື່ອເຮັດສຳເລັດໜ້າທີ່ການ ເມືອງຢ່າງມີປະສິດທິຜົນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ