ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2021
ເວລາອອກຂ່າວ: 2022-01-28 09:00:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ:



ຫ້ອງວ່າການກະຊວງປ້ອງ ກັນປະເທດໄດ້ສະຫຼຸບວຽກງານ ຮອບດ້ານປະຈຳປີ 2021 ແລະ ວາງທິດທາງແຜນການປະຈຳປີ 2022 ໃນວັນທີ 27 ມັງກອນ 2022 ນີ້, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະອຳນວຍການ, ຫ້ອງການ, ລັດວິສາຫະກິດ, ກົມ, ກອງ ຕະຫຼອດຮອດພະນັກງານ- ນັກຮົບທົ່ວຫ້ອງວ່າການເຂົ້າ ຮ່ວມ. ສະຫາຍ ພັນເອກ ໄຊຍະສອນ ແກ້ວໂຍທີ ຮອງຫົວໜ້າກົມຄົ້ນ ຄວ້າສັງລວມ ໄດ້ສະຫຼຸບຕີລາຄາຄືນຂົງເຂດວຽກງານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ໃນ ນັ້ນ, ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ນຳພາ-ຊີ້ນຳແຕ່ລະກົມ ກອງຈັດຕັ້ງປະຈຳການ, ປ້ອງ ກັນບັນດາເປົ້າໝາຍສຳຄັນເປັນ ປົກະຕິ ເປັນຕົ້ນແມ່ນການປ້ອງ ກັນການນຳຂັ້ນສູງ, ສຳນັກງານ-ອົງການ, ຄ້າຍຄູ, ຄັງ-ສາງ, ສູນ, ວັດຖຸພາຫະນະ-ເຕັກນິກ ແລະ ເອກະສານສຳຄັນຕ່າງໆ ເພື່ອ ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆທີ່ທ່ວງດຶງຕໍ່ ກັບການພັດທະນາຂອງກົມ ກອງໃນຂອບເຂດຂອງຕົນຮັບ ຜິດຊອບໃຫ້ມີຄວາມສະຫງົບ ປອດໄພໂດຍພື້ນຖານ ຄຽງຄູ່ກັນ ນັ້ນ ຍັງໄດ້ຖືສຳຄັນວຽກງານ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານນັກຮົບຮູ້ແຈ້ງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືຂໍ້ກຳນົດ, ກົດລະບຽບ ຕ່າງໆຂອງກອງທັບ ເຮັດໃຫ້ພະ ນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ວຽກງານວິຊາ ສະເພາະເປັນເສນາທິການໃຫ້ ແກ່ຄະນະນຳກະຊວງໃນການ ຄົ້ນຄວ້າຫັນບັນດາມະຕິຂອງ ຄະນະບໍລິຫານງານສູນກາງພັກ, ມະຕິຂອງກົມການ ເມືອງສູນກາງ ພັກ, ມະຕິ-ຄຳສັ່ງຂອງຄະນະປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບຂັ້ນສູນກາງມາເປັນມະ ຕິຂອງຄະນະພັກກະຊວງ, ແຈ້ງ ສະພາບການ, ນອກນັ້ນຍັງໄດ້ ຂຽນບັນດາເອກະສານນິຕິກຳ, ຄຳສັ່ງແນະນຳ, ແຈ້ງການ, ລາຍ ງານ, ບົດປາໄສ ແລະ ບົດໂອ້ລົມ ຂອງການນຳ ເອົາໃຈໃສ່ນຳພາ- ຊີ້ນຳວຽກງານການພົວພັນຮ່ວມ ມືກັບຕ່າງປະເທດ ຈັດຕັ້ງຄະນະ ຜູ້ແທນກະຊວງປ້ອງກັນປະເທດ ໄປເຂົ້າຮ່ວມກອງປະຊຸມຢູ່ຕ່າງ ປະເທດ, ເຂົ້າຮ່ວມກອງປະຊຸມ ທາງໄກ ກ່ຽວກັບວຽກງານອາ ຊຽນ ພ້ອມນີ້, ຍັງໄດ້ປະຕິບັດນະ ໂຍບາຍ ແລະ ຄຸ້ມຄອງບັນດາ ຊ່ຽວຊານປ້ອງກັນຊາດຕ່າງປະ ເທດປະຈຳຢູ່ລາວ ພ້ອມທັງຄຸ້ມ ຄອງນັກຮຽນທະຫານຕ່າງປະ ເທດຮຽນຢູ່ລາວເປັນປົກກະຕິ, ວຽກງານຮັບປະກັນດ້ານຊີວິດ ການເປັນຢູ່ຮັບປະກັນເບີກຈ່າຍ ເງິນເດືອນ, ເງິນກິນ, ເຂົ້າກິນ ເຄື່ອງນຸ່ງຫົ່ມ ແລະ ເງິນງົບປະ ມານຮັບໃຊ້ວຽກງານຂອງຂັ້ນ ເທິງ, ວຽກງານຂອງກົມກອງ ແລະ ວຽກງານຕ່າງປະເທດ ຮັບ ປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ, ວຽກງານດຳເນີນທຸລະກິດເອົາ ໃຈໃສ່ນຳພາ-ຊີ້ນຳບັນດາຫົວ ໜ່ວຍທຸລະກິດທີ່ ຂຶ້ນກັບການຊີ້ ນຳ ແລະ ຄຸ້ມຄອງຂອງຫ້ອງວ່າ ການເຮັດໜ້າທີ່ກໍ່ສ້າງພື້ນຖານ ໂຄງຮ່າງເຄຫາສະຖານ, ຂົວ ທາງ, ໂທລະຄົມ ແລະ ຂົນສົ່ງ ທາງອາກາດ ເຊິ່ງມີຫຼາຍບໍລິສັດ- ລັດວິສາຫະກິດ ເຄື່ອນໄຫວທຸລະ ກິດຂອງຕົນມີຄວາມຄ່ອງຕົວ, ມີລາຍຮັບສູງ, ມີຜົນກຳໄລ ຮັບ ປະກັນດ້ານເງິນເດືອນ, ເງິນສະ ຫວັດດີການ-ສັງຄົມ, ມອບພາ ສີ-ອາກອນ ແລະ ມອບພັນທະໃຫ້ ຂັ້ນເທິງຢ່າງຄົບຖ້ວນ ແລະ ວຽກ ງານອື່ນໆທີ່ປິ່ນອ້ອມ ສາມາດ ຮັບປະກັນ ແລະ ເຮັດສຳເລັດໜ້າ ທີ່ໄດ້ເປັນຢ່າງດີ. ກອງປະຊຸມຍັງໄດ້ຜ່ານທິດ ທາງແຜນການ ປະຈຳປີ 2022. ຈາກນັ້ນ, ສະຫາຍປະທານກອງປະຊຸມກໍມີຄຳເຫັນຊີ້ນຳຫຼາຍບັນຫາວຽກງານທີ່ສຳຄັນຈຳນວນໜຶ່ງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນໃນ ຕໍ່ໜ້າບັນລຸໝາກຜົນສູງ. ໂດຍ: ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ