ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິທີມອບ-ຮັບວັກຊີນ ກັນພະຍາດ ໂຄວິດ-19
ເວລາອອກຂ່າວ: 2022-01-28 09:01:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 682 | ຄວາມນິຍົມ:



ວັນທີ 26 ມັງກອນ 2022 ນີ້, ພິທີມອບ-ຮັບວັກຊີນກັນພະ ຍາດໂຄວິດ-19 Pfizer BioNTech ຈໍານວນ 1.698.840 ໂດສ ທີ່ໄດ້ຈັດສົ່ງມາຮອດປະເທດ ລາວ ໂດຍຜ່ານໂຄງການ COVAX Facility. ພິທີມອບ-ຮັບ ໄດ້ຈັດຂຶ້ນໂດຍການເຂົ້າຮ່ວມ ແລະ ກ່າວຮັບຂອງ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ແລະ ການ ກ່າວມອບຂອງ ທ່ານ ດຣ ປີເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມຣິກາ ປະ ຈໍາ ສປປ ລາວ, ໂດຍມີ ດຣ ບຸນ ແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບີອາເຕ ດາສ ເຕລ໌, ຮັກສາການຜູ້ຕາງໜ້າອົງ ການ UNICEF ປະຈຳ ສປປ ລາວ, ທ່ານ ດຣ ຢູລີປັກ ຜູ້ຮັກສາ ການຫ້ອງການອົງການ WHO ປະຈໍາ ສປປ ລາວ, ບັນດາທ່ານ ທູຕານຸທູດ ແລະ ອົງການຈັດຕັ້ງ ສາກົນ, ບັນດາຄູ່ຮ່ວມພັດທະນາ, ພະນັກງານຂັ້ນສູງຂອງກະຊວງ ການຕ່າງປະເທດ ແລະ ກະຊວງ ສາທາລະນະສຸກ ເຂົ້າຮ່ວມ. ວັກຊີນ Pfizer BioNTech ເຫຼົ່ານີ້ໄດ້ມາຮອດ ສປປ ລາວ ໃນ ຕົ້ນເດືອນນີ້ ເຊິ່ງມີການຂົນສົ່ງ 2 ຄັ້ງ. ການຂົນສົ່ງຄັ້ງທຳອິດມີ 799.110 ໂດສ ແມ່ນໄດ້ມາຮອດ ປະເທດລາວ ໃນວັນທີ 2 ມັງກອນ 2022 ແລະ ການຂົນສົ່ງຄັ້ງທີ ສອງແມ່ນມີ 899.730 ໂດສ ເຊິ່ງມາຮອດໃນວັນທີ 24 ມັງ ກອນ 2022. ພະນະທ່ານ ພັນຄໍາ ວິພາວັນ ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈ ມາຍັງສະຫະລັດອາເມລິກາໃນ ການສະໜັບສະໜູນອັນລໍ້າຄ່າ ນີ້. ການສະໜອງວັກຊີນ ເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນ ລຸເປົ້າໝາຍຂອງຕົນໃນການສັກ ວັກຊີນກັນພະຍາດໃຫ້ໄດ້ 80% ຂອງປະຊາກອນ ໃນປີ 2022 ແລະ ສໍາຄັນກວ່ານັ້ນ, ຈະເປັນການ ຊ່ວຍຊີວິດຂອງປະຊາຊົນອີກ ດ້ວຍ. ການມາຮອດຂອງວັກຊີນ Pfizer ແມ່ນທັນເວລາທີ່ສຸດ ເນື່ອງຈາກວ່າ ປັດຈຸບັນນີ້, ພວກ ເຮົາພວມດຳເນີນສັກວັກຊີນໃຫ້ ແກ່ໄວໜຸ່ມ. ຈໍານວນວັກຊີນເຫຼົ່າ ນີ້ຈະມີບົດບາດສໍາຄັນໃນການ ສັກວັກຊີນກັນພະຍາດໃຫ້ແກ່ໄວ ໜຸ່ມອາຍຸ 12 ຫາ 17 ປີ ໂດຍອີງ ໃສ່ແຜນປະຕິບັດການສັກວັກຊີນ ກັນພະຍາດ ໂຄວິດ-19 ແຫ່ງຊາດ (NDVP)”.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ