ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກ-ຄະນະອຳນວຍການ ໂອ້ລົມນັກສຶກສາ ທົ່ວ ວປກ
ເວລາອອກຂ່າວ: 2022-01-28 09:03:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 467 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີໂອ້ລົມນັກສຶກສາ ກ່ອນເປີດການຮຽນ-ການສອນ ພາກຮຽນທີ II ປະຈຳສົກຮຽນ 2021-2022, ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າ ການເມືອງ ວປກ, ມີນັກສຶກສາ ທຸກລະບົບ ທົ່ວ ວປກ ເຂົ້າຮ່ວມ ຮັບຟັງ. ໃນພິທີສະຫາຍປະທານກ່າວ ວ່າ: “ເພື່ອປະຕິບັດຕາມມາດຕະ ການຕ້ານ ແລະ ສະກັດກັ້ນການ ແຜ່ລະບາດຂອງພະຍາດໂຄ ວິດ-19 ຈຶ່ງໄດ້ແບ່ງການໂອ້ລົມອອກ ເປັນ: 05 ຊຸດດ້ວຍກັນ ເຊິ່ງເລີ່ມ ແຕ່ວັນທີ 24-28 ມັງກອນ 2022, ອີງໃສ່ການຮຽນ-ການ ສອນຈະມີໄລຍະເວລາສັ້ນແຕ່ ເນື້ອໃນບົດຮຽນຫຼາຍ, ທັງມີ ຄວາມຫຍຸ້ງຍາກ ແລະ ຢູ່ພາຍໃຕ້ ລະບຽບຂອງກອງທັບ ແລະ ມາດຕະການປ້ອງກັນທີ່ເຂັ້ມງວດ. ມີຫຼາຍປັດໄຈທີ່ມີຂໍ້ຫຍຸ້ງຍາກມັນ ກະທົບໂດຍກົງຕໍ່ແນວຄິດ, ການ ດໍາລົງຊີວິດ, ການເຄື່ອນໄຫວ ແລະ ການຮໍ່າຮຽນຂອງນັກສຶກ ສາຢາກຜ່ານຜ່າໄດ້ຈະຕ້ອງໄດ້ ເອົາໃຈໃສ່ດັ່ງນີ້: ຕ້ອງມີທັດສະນະ ແລະ ຫຼັກໝັ້ນການເມືອງໜັກ ແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ ຄວາມຫຍຸ້ງຍາກ ແລະ ອຸປະສັກ ຕ່າງໆ, ມີຄວາມອຸ່ນອຽນ, ຫຼີກ ລ່ຽງການປຽບທຽບຊັ່ງຊາກັບ ອົງການອື່ນໆ, ມີຄວາມມານະອົດ ທົນ, ເຊື່ອມຊືມກໍາແໜ້ນໜ້າທີ່ ຂອງຕົນ ຕື່ນຕົວຫ້າວຫັນໃນການ ຈັດຕັ້ງປະຕິບັດທຸກວຽກງານ. ຕ້ອງກໍານົດຈຸດຢືນ ແລະ ຄວາມ ຮັບຮູ້ທີ່ຖືກຕ້ອງຕໍ່ການມາສຶກ ສາຢູ່ສະຖາບັນແຫ່ງນີ້. ໜ້າທີ່ ສຶກສາຮໍ່າຮຽນ ແມ່ນເປັນໜ້າທີ່ ໃຈກາງສໍາຄັນຕົ້ນຕໍ. ສະນັ້ນ, ຕ້ອງໄດ້ຕັ້ງໃຈໃນການຄົ້ນຄວ້າ, ຮ່ໍາຮຽນ, ຮຽນໃຫ້ດີ, ໃຫ້ເກັ່ງ ບົນພື້ນຖານຮ່ໍາຮຽນແຂ່ງກັບ ເວລາ, ໝູນໃຊ້ຫຼາຍວິທີການຮຽນ ໂດຍຕິດພັນແໜ້ນກັບການຮຽນ ນຳ ຄູ-ອາຈານ, ຮຽນນຳໝູ່ເພື່ອນ ແລະ ຮຽນດ້ວຍຕົນເອງ, ການ ປະຕິບັດລະບຽບກໍ່ແມ່ນບັນຫາ ໜຶ່ງທີ່ສໍາຄັນເປັນພື້ນຖານຄຽງຄູ່ ກັບການຮໍ່າຮຽນ, ສະນັ້ນຕ້ອງ ໄດ້ປະຕິບັດຢ່າງເຂັ້ມງວດນັບທັງ ລະບຽບຂອງກອງທັບ, ກົດລະ ບຽບວຽກງານອົບຮົມ, ລະບຽບ ຂອງນັກສຶກສາ, ປະຕິບັດເຂັ້ມ ງວດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ-19, ຫຼີກລ່ຽງລັກ ສະນະຖືເບົາ, ມັກງ່າຍ ແລະ ລະ ເມີດຮ້າຍແຮງ ເຊິ່ງຈະນໍາຜົນ ເສຍຫາຍໃຫ້ແກ່ຕົນເອງ ແລະ ກົມ ກອງ, ບົນພື້ນຖານຍົກສູງສະຕິ ຄວາມຮັບຜິດຊອບຂອງຕົນເອງ, ຂອງເພື່ອນສະຫາຍ, ຂອງຫ້ອງ ແລະ ຂອງກົມກອງ. ຖ້າຫາກ ຍັງມີບຸກຄົນໃດຫາກລະເມີດຈະ ຖືກປະຕິບັດວິໄນຕາມສະຖານ ໜັກ ຫຼື ເບົາ. ນອກຈາກຮ່ໍາຮຽນ ແລ້ວຍັງມີໜ້າທີ່ ແລະ ພັນທະ ໃນການປັບປຸງ-ກໍ່ສ້າງກົມກອງ ແລະ ວິທະຍາຄານໃຫ້ເຕີບໃຫຍ່ ເຂັ້ມແຂງ ໃຫ້ສົມກັບເປັນສະຖາ ບັນປ້ອງກັນຊາດ ສູງສຸດຂອງ ກອງທັບປະຊາຊົນລາວ, ທັງສາ ມາດປຸກລະດົມ ແລະ ເຕົ້າໂຮມ ຄວາມສາມັກຄີ ເພື່ອເຮັດສໍາເລັດໜ້າທີ່ຢ່າງຈົບງາມ”. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ